ຄໍາວ່າ “ອາວຸໂສ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

ອະທິບາຍຄໍາວ່າ “ອາວຸໂສ” ມີຄວາມໝາຍແນວໃດ?

ຄໍາວ່າ “ອາວຸໂສ” ໝາຍເຖິງຄົນທີ່ເກີດກ່ອນ ແລະ ມີອາຍຸແກ່ກວ່າ ຫຼື ອາຍຸຫຼາຍກວ່າ (ອາຍຸສູງກວ່າ ກໍວ່າ) ເຊັ່ນ: ປູ່ ແລະ ຍ່າ ອາວຸໂສກວ່າ ພໍ່, ແມ່ເຖົ້າ ແລະ ພໍ່ເຖົ້າ ອາວຸໂສກວ່າແມ່, ລູງອາວຸໂສກວ່າ ພໍ່ ແລະ ແມ່, ປ້າ ອາວຸໂສກວ່າ ພໍ່ ແລະ ແມ່, ພໍ່ ແລະ ແມ່ ອາວຸໂສກວ່າລູກໆ, ເອື້ອຍ ແລະ ອ້າຍ ອາວຸ ໂສກວ່າ ຂ້າພະເຈົ້າ, ຂ້າພະເຈົ້າ ອາວຸໂສກວ່ານ້ອງຊາຍ ແລະ ນ້ອງສາວ ເປັນຕົ້ນ. ຄໍາວ່າ “ອາວຸໂສ” ກົງກັນຂ້າມກັບ ຄໍາວ່າ “ອ່ອນກວ່າ, ນ້ອຍກວ່າ, ໜຸ່ມກວ່າ”.

ນອກຈາກນີ້, “ອາວຸໂສ” ຍັງໝາຍເຖິງຄົນທີ່ມີຄຸນນະວຸດທິທາງໜ້າທີ່ການງານ, ການຮຽນ ຫຼື ປະສົບປະການໃນການເຮັດວຽກ ຫຼື ເຮັດສິ່ງໃດນຶ່ງຫຼາຍກວ່າ ອາດຈະເປັນຊ່ຽວຊານ, ປະທານບໍລິສັດ, ບັນດາຄົນທີ່ມີຕໍາແໜ່ງທາງການເມືອງ, ຕໍາແໜ່ງທາງລັດຖະການ ເຖິງແມ່ນວ່າອາຍຸຈະນ້ອຍກວ່າ ຫຼື ເກີດຕາມຫຼັງ ເຊັ່ນ: ພະນັກງານອາວຸໂສ, ຂ້າລັດສະການອາວຸໂສ, ຄູອາວຸໂສ, ສິນລະປິນອາວຸໂສ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອາວຸໂສ”.

“ອາວຸໂສ” (1. ຄໍາກິລິຍາວິເສດ) ແກ່ກວ່າ, ມີອາຍຸ ເຊັ່ນ: ມີອາຍຸແກ່ກວ່າ ຫຼື ມີໜ້າທີ່ການງານສູງກວ່າ ເປັນຕົ້ນ.

ຕົວຢ່າງ:

  • ໃນຄອບຄົວຂອງຂ້ອຍ ຄົນທີ່ອາວຸໂສທີ່ສຸດແມ່ນປູ່ ແລະ ຖັດລົງມາແມນຍ່າ, ຈາກນັ້ນ ຈິ່ງແມ່ນ ພໍ່ ແລະ ແມ່ ຂອງຂ້ອຍ.
  • ທ່ານ ນາຍົກລັດຖະມົນຕີ ເປັນຜູ້ອາວຸໂສທາງການເມືອງ ແລະ ໜ້າທີ່ຕໍາແໜ່ງ ຊຶ່ງໄດ້ຮັບຄວາມເຄົາລົບ ແລະ ນັບຖື ຈາກພະນັກງານທີ່ມີອາຍຸສູງກວ່າ ລວມທັງປະຊາຊົນທົ່ວໄປ.

ສະຫຼຸບ.

ຄໍາວ່າ “ອາວຸໂສ” ແມ່ນຄົນທີ່ເກີດກ່ອນ, ແມ່ນຄົນທີ່ມີອາຍຸຫຼາຍກວ່າ, ແກ່ກວ່າເມື່ອທຽບກັບຄົນອື່ນ. ຄໍາວ່າ “ອາວຸໂສ” ກົງກັນຂ້າມກັບ ຄໍາວ່າ “ອ່ອນກວ່າ, ນ້ອຍກວ່າ, ໜຸ່ມກວ່າ”. ນອກຈາກນີ້, “ອາວຸໂສ” ແມ່ນຄົນທີ່ມີປະສົບປະການເໜືອກວ່າ, ມີຄຸນນະວຸດທິສູງກວ່າ, ມີຕໍາແໜ່ງໃຫຍ່ກວ່າ ແລະ ໄດ້ຮັບຄວາມ ເຄົາລົບຈາກຄົນທີ່ມີສັກມີຍົດມີປະສົບປະການນ້ອຍກວ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo