ຄໍາວ່າ “ອາທິດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອາທິດ” ມີຄວາມໝາຍແນວໃດ?

ຄໍາວ່າ “ອາທິດ” ແມ່ນເຊື້ອອະທິຕິ ເທວະດາຈໍາພວກນຶ່ງ ຊຶ່ງມີແມ່ແມ່ນນາງອະທິຕິ ອັນເປັນຊາຍາຂອງ ພຣະກັສຍະປະປະຊາບໍດີ, ເທວະດາພວກດັ່ງກ່າວ ກ່າວໄວ້ໃນຕໍານານແຕກຕ່າງກັນອອກໄປ ບາງບ່ອນ ວ່າມີ 5 ອົງ ບາງບ່ອນວ່າ 7 ອົງ ແລະ ບາງບ່ອນມີ 12 ອົງ ເປັນຕົ້ນ ອິນທາທິດ, ວະຣຸນາທິດ. ພຣະອາທິດ ຫຼື ພຣະສຸຣິຍະ ຫຼື ພຣະສູດຣຍະ ເປັນເທວະດານົບພະເຄາະອົງນຶ່ງທີ່ມີອໍານາດເໜືອກວ່າເທວະດານົບພະເຄາະທັງຫຼາຍ.

ນອກຈາກນີ້, “ອາທິດ” ຍັງໝາຍເຖິງດວງຕາເວັນ (ໜ່ວຍຕາເວັນ ກໍວ່າ) ຊຶ່ງແມ່ນລູກໄຟໃຫຍ່ ໃຫ້ຄວາມ ຮ້ອນ, ຄວາມອົບອຸ່ນ ແລະ ແສງສະຫວ່າງແກ່ບັນດາດາວເຄາະ, ດວງດາວທີ່ຢູ່ໄກ້ ແລະ ໄກ ບ່ອນທີ່ແສງຂອງດວງອາທິດແຜ່ໄປເຖິງ ເປັນຕົ້ນ ໂລກຂອງມະນຸດເຮົາ. “ອາທິດ” ຍັງແມ່ນຊື່ຂອງວັນໆນຶ່ງ ຫຼື ມື້ ໃນ 7 ມື້ ຂອງອາທິດນຶ່ງ ເອີ້ນ ວັນອາທິດ ຫຼື ວັນທິດ ກໍໄດ້ ຊຶ່ງປະຈຸບັນຄົນສ່ວນໃຫຍ່ໃນໂລກ ໄດ້ກໍນົດ ເອົາເປັນວັນພັກລັດສະການ. “ອາທິດ” ຍັງໝາຍເຖິງສັບປະດາ ຫຼື ມີ 7 ວັນ ດັ່ງທີ່ຄົນເຮົາໄດ້ກໍານົດໄວ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອາທິດ”.

“ອາທິດ” (1. ຄໍານາມ) ເຊື້ອອະທິຕິ ຄື ເທວະດາພວກນຶ່ງ ເປັນລູກນາງອະທິຕິ ຜູ້ເປັນຊາຍາຂອງ ພຣະກັສຍະປະປະຊາບໍດີ, ເທວະດານີ້ ມີຈໍານວນກ່າວໄວ້ຕ່າງກັນ ລາງແຫ່ງວ່າມີ 5 ອົງ 7 ອົງ ລາງແຫ່ງວ່າມີ 12 ອົງ ໄດ້ແກ່ ອິນທາທິດ (ພຣະອິນ), ວະຣຸນາທິດ (ພຣະພິຣຸນ) ແລະ ອື່ນໆ,  ສຸຣິຍາທິດ (ຕາເວັນ), ຊື່ເທວະດາພຣະເຄາະ ຄື ສຸຣິຍາທິດ, ຊື່ດາວພຣະເຄາະທີ 1 ຄື ໜ່ວຍຕາເວັນ, ຊື່ວັນທີ 1ແຫ່ງສັບປະດາ ເອີ້ນ ວັນອາທິດ.

ຕົວຢ່າງ:

  • ພຣະອາທິດ ເປັນອົງທີ່ມີອິດທິລິດຫຼາຍ ຊຶ່ງເປັນອົງທີ່ໃຫ້ແສງສະຫວ່າງ, ຄວາມຮ້ອນ ພຣະອາທິດ ໃນຄວາມເຊື່ອ ແລະ ຈີນຕະນາການຂອງຄົນລາວ, ໄທ ເກືອບວ່າບໍ່ແຕກຕ່າງກັບອິນເດຍ.
  • ວັນອາທິດຂອງອາທິດແລ້ວ ຂ້ອຍພ້ອມດ້ວຍຄອບຄົວ ໄດ້ພາກັນໄປທ່ຽວຢູ່ເມືອງວັງວຽງ ຊຶ່ງໄດ້ໄປ ຫຼີ້ນນໍ້າ, ເຂົ້າຖໍ້າ ແລະ ເຮັດກິດຈະກໍາອື່ນໆອີກຈໍານວນນຶ່ງ.

ສະຫຼຸບ.

ຄໍາວ່າ “ອາທິດ” ໝາຍເຖິງຊື່ເອີ້ນຂອງເຊື້ອອະທິຕິ ເທວະດາຕາມຄວາມເຊື່ອຖືຂອງສາດສະໜາ ບາງແຫ່ງວ່າມີ 5 ອົງ, ບາງບ່ອນວ່າ 7 ອົງ ແລະ ບາງບ່ອນກໍວ່າມີ 12 ອົງ. “ອາທິດ” ແມ່ນດວງຕາເວັນ ຫຼື ກະໂຕໜ່ວຍຕາເວັນ ທີ່ແຜ່ຄວາມຮ້ອນ, ໃຫ້ຄວາມອົບອຸ່ນ ແລະ ແສງສະຫວ່າງ. “ອາທິດ” ແມ່ນຊື່ຂອງມື້ນ່ງ ເອີ້ນ ວັນອາທິດ ຫຼື ວັນທິດ. “ອາທິດ” ແມ່ນສັບປະດາ ຊຶ່ງນຶ່ງອາທິດ ມີ 7 ວັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo