ຄໍາວ່າ “ອະນາໄມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອະນາໄມ” ມີຄວາມໝາຍແນວໃດ?

ຄໍາວ່າ “ອະນາໄມ” ໝາຍເຖິງວັດຖຸອຸປະກອນ, ສະຖານທີ່ຕ່າງໆ ທີ່ສະອາດບໍ່ມີພະຍາດ ຊຶ່ງຄົນເຮົາຍັງ ນໍາເອົາຄໍາເວົ້າດັ່ງກ່າວມາເປັນຊື່ຫຼາຍຢ່າງ ເຊັ່ນ: ຜ້າອະນາໄມ, ເຈ້ຍອະນາໄມ, ເຄື່ອງອະນາໄມ ເປັນຕົ້ນ. “ອະນາໄມ” ຍັງໝາຍເຖິງຄົນທີ່ສຸຂະພາບດີ ແຂງແຮງ ບໍ່ມີພະຍາດບຽດບຽນດ້ານສຸຂະພາບຮ່າງກາຍ ບໍ່ເຈັບບໍ່ເປັນ ເພາະຢູ່ດີກິນດີ ໝາຍເຖິງກິນສະອາດ, ດື່ມສະອາດ, ຢູ່ສະອາດ ແລະ ຢູ່ບ່ອນທີ່ຖືກສຸຂະອະນາໄມ ເປັນຕົ້ນ ຜູ້ເຖົ້າອະນາໄມດີ, ພໍ່ມັກອະນາໄມ ແລະ ອື່ນໆ.

ນອກຈາກນີ້, “ອະນາໄມ” ຍັງໝາຍເຖິງການເຮັດຄວາມສະອາດ ບໍ່ໃຫ້ມີສິ່ງທີ່ເປີເປື້ອນ ລວມທັງບໍ່ໃຫ້ມີ ກິ່ນເໝັນ, ຂີ້ຝຸ່ນ, ສິ່ງຂອງຮົກເຮື້ອ ເຊັ່ນ: ອະນາໄມລົດ, ອະນາໄມເຮືອນ, ອະນາໄມສວນ, ອະນາໄມເສັ້ນທາງ, ອະນາໄມຕົວເມືອງ, ອະນາໄມອ່າງລ້ຽງປາ ແລະ ອື່ນໆ. ຄົນເຮົາຖືວ່າການອະນາໄມ ເປັນສິ່ງ ສໍາຄັນ ແລະ ເປັນພາລາກິດນຶ່ງໃນຊີວິດ ຊຶ່ງໄດ້ຕັ້ງຫຼາຍໆອົງກອນເພື່ອມາເຮັດວຽກດັ່ງກ່າວ ເຊັ່ນ: ອົງການອະນາໄມໂລກ ເປັນຕົ້ນ. ຄໍາວ່າ “ອະນາໄມ” ກົງກັນຂ້າມກັບຄໍາວ່າ “ເຮັດໃຫ້ເປືອນເປີ, ເຮັດໃຫ້ບໍ່ສະອາດ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອະນາໄມ”.

“ອະນາໄມ” (1. ຄໍານາມ) ຄວາມບໍ່ມີພະຍາດ, ຄວາມສະບາຍກາຍ. (2. ຄໍາກິລິຍາ) ການເຮັດໃຫ້ສະອາດ ບໍ່ເປື້ອນ.

ຕົວຢ່າງ:

  • ພໍ່ຕູ້ສີ ເປັນຄົນອະນາໄມດີ ປະຈຸບັນອາຍຸເພີ່ນຫຼາຍກວ່າໜຶ່ງຮ້ອຍປີ ແຕ່ຍັງແຂງແຮງ, ໃນແຕ່ລະມື້ລາວຍ່າງໄປນາໄປໜອງປາທຸກມື້.
  • ອົງການອະນາໄມໂລກ ໄດ້ໃຫ້ການສະໜັບສະໜູນ ຊາວໜຸ່ມ ໃນການຈັດໂຄງການອະນາໄມຕົວ ເມືອງວຽງຈັນ ໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອບ.

ສະຫຼຸບ.

ຄໍາວ່າ “ອະນາໄມ” ແມ່ນຄວາມສະອາດ, ບໍ່ມີພະຍາດ ຂອງວັດຖຸສິ່ງຂອງ. “ອະນາໄມ” ແມ່ນຄົນແຂງແຮງ, ສຸຂະພາບດີ ບໍ່ເຈັບເປັນທາງຮ່າງກາຍ. ນອກຈາກນີ້, “ອະນາໄມ” ແມ່ນການຮັກສາຄວາມສະອາດ, ເຮັດຄວາມສະອາດບໍ່ໃຫ້ມີສິ່ງທີ່ເປີເປື້ອນ ດ້ວຍວິທີການດູແລຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo