ຄໍາວ່າ “ລະດັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລະດັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ລະດັບ” ໝາຍເຖິງພື້ນຮາບພຽງ ຫຼື ແຜ່ນພຽງສະເໝີກັນຕະຫຼອດ ເຮົາໃຊ້ໄວ້ ເພື່ອທຽບຖານ, ປຽບທຽບໃນການວັດແທກຄວາມແຕກຕ່າງສູງຕໍ່າຂອງສິ່ງຕ່າງໆໃຫ້ຮູ້ວ່າແຕກຕ່າງກັນຫຼາຍປານໃດດ້ວຍການໃຊ້ເຄື່ອງມື ຫຼື ສິ່ງປະດິດທີ່ຄົນເຮົາຄົ້ນຄິດ. ການວັດແທກລະດັບຄວາມສູງຕໍ່າຄົນເຮົາໄດ້ທຽບໃສ່ໜ້ານໍ້າທະເລເປັນຫຼັກຄື 0 ແມັດ ທຽບສູງຕໍ່າຕາມມາ ເຊັ່ນ ພູແອັບເວີເຮັດຈ໌ ຢູ່ປະເທດຈີນ ສູງທີ່ສຸດໃນໂລກ ຊຶ່ງສູງເຖິງ 8,848 ແມັດ ຈາກລະດັບໜ້ານໍ້າທະເລ ເປັນຕົ້ນ.

ນອກຈາກນີ້, “ລະດັບ” ຍັງໃຊ້ວັດ ຫຼື ປຽບທຽບກັບສິ່ງອື່ນ ເຊັ່ນ ອຸນຫະພູມ (ຮ້ອນ, ໜາວ), ຄວາມເຂັ້ມຂອງແສງ, ຄວາມເຂັ້ມຂອງສານເຄມີຕ່າງໆ, ຄວາມຮູ້ຄວາມສາມາດ (ຮຽນຈົບປະລິນ ຍາຕີຈົບປະລິນຍາໂທ ຈົບປະລິນຍາເອກ ອື່ນໆ), ຄວາມສະຫຼາດ (IQ ຂອງຄົນ), ຄວາມຮັ່ງມີ (ເສດຖີ ພັນລ້ານໂດລາສະຫະລັດ, ເສດຖີຮ້ອຍລ້ານໂດລາສະຫະລັດ ອື່ນໆ), ຄວາມຢູ່ດີກິນດີ (ມີຊີ້ນປາອາຫານ ນໍ້າດື່ມກິນຕາມເກນຂອງສະຫະປະຊາຊາດ ເກີນ ຫຼື ຫຼຸດ), ອາຍຸ (ສະເລ່ຍແຕ່ລະປະເທດຈັກປີ) ແລະ ອື່ນໆອີກ

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລະດັບ”.

“ລະດັບ” (1. ຄໍານາມ) ພື້ນຮາບສະເໝີກັນຕະຫຼອດ, ເຄື່ອງວັດແທກຄວາມສະເໝີຂອງພື້ນ.

ຕົວຢ່າງ:

  • ສະດັບຄວາມສູງຂອງພູເບ້ຍ (ພູສຸງສຸດໃນປະເທດລາວ) ທຽບໃສ່ນະຄອນຫຼວງວຽງຈັນແມ່ນ ສູງ ລື່ນກັນຫຼາຍ.
  • ໃນສີບປີຜ່ານມາ, ລະດັບອຸນຫະພູມຂອງໂລກແມ່ນມີຄວາມຮ້ອນ ສູງຂຶ້ນຫຼາຍທຽບໃສ່ຫຼາຍຮ້ອຍປີ ຜ່ານມາ.
  • ຄົນຍີ່ປຸ່ນ ມີລະດັບການສຶກສາໂດຍສະເລ່ຍແມ່ນສູງ ຖ້າທຽບໃສ່ຫຼາຍປະເທດດ້ອຍພັດທະນາໃນ ໂລກ.

ສະຫຼຸບ.

ຄໍາວ່າ “ລະດັບ” ແມ່ນຄວາມຮາບພຽງສະເໝີກັນຕະຫຼອດ ຄົນເຮົາໃຊ້ເປັນທຽບຖານໃນການວັດແທກ ຄວາມແຕກຕ່າງສູງຕໍ່າຂອງສິ່ງຕ່າງໆໂດຍການໃຊ້ເຄື່ອງມືສິ່ງປະດິດທີ່ຄົນເຮົາຄົ້ນຄິດ ເຊັ່ນ ຫົວໜ່ວຍແມັດ ເປັນຕົ້ນ. ການແທກຄວາມສູງຕໍ່າ ແມ່ນໃຊ້ນໍ້າທະເລເປັນຫຼັກຄື 0 ແມັດ. ນອກຈາກນີ້, “ລະດັບ” ຍັງໃຊ້ວັດແທກສິ່ງອື່ນໆ ເຊັ່ນ ອຸນຫະພູມ, ຄວາມເຂັ້ມຂົ້ນ, ຄວາມຮູ້ຄວາມສາມາດ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo