ຄໍາວ່າ “ລາຍຈ່າຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລາຍຈ່າຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ລາຍຈ່າຍ” ໝາຍເຖິງການໃຊ້ຈ່າຍ ຊຶ່ງສ່ວນໃຫຍ່ໃນໂລກນີ້ມັກໃຊ້ເງິນສະກຸນຕ່າງໆ ເຊັ່ນ ໂດລາສະຫະລັດ, ເງິນຢວນ (ຈີນ), ເງິນເຢັນ (ຍີ່ປຸ່ນ) ແລະ ອື່ນໆ ລວມທັງຮູບແບບເງິນດິຈິຕອນ ເພື່ອຈ່າຍ ຫຼື ເຮັດທຸລະກໍາທາງດ້ານການເງິນ, ການລົງທຶນ ແລະ ຊື້ບໍລິການຕ່າງໆ ທັງລາຍບຸກຄົນ, ກິດຈະການ, ບໍລິສັດ, ອົງກອນ ລວມຮອດລັດຖະບານ ໃນການເຮັດທຸລະກິດ, ກິດຈະກໍາທາງການຄ້າຕ່າງໆ ຫຼື ການຄ້າຂາຍຕ່າງໆ ແຕ່ລະດັບນ້ອຍໆຈົນເຖິງລະດັບສາກົນ ຫຼື ລະດັບໂລກ. ຄໍາວ່າ “ລາຍຈ່າຍ” ກົງກັນຂ້າມກັບ ຄໍາວ່າ “ລາຍຮັບ”.

“ລາຍຈ່າຍ” ມີຫຼາຍຢ່າງ ເຊັ່ນ: ລາຍຈ່າຍເພື່ອຄ່າຄອງຊີບປະຈໍາວັນ (ຄ່ານໍ້າ, ຄ່າໄຟຟ້າ, ຄ່າໂທລະສັບ, ຄ່ານໍ້າມັນລົດ, ຊື້ກິນຊື້ຢູ່ ແລະ ອື່ນໆ), ລາຍຈ່າຍເງິນເດືອນ, ລາຍຈ່າຍໃນການເຮັດການຄ້າລະຫວ່າງປະເທດ, ລາຍຈ່າຍເພື່ອການລົງທຶນ, ລາຍຈ່າຍໃນການຊື້ອະຫັງລິມາຊັບ, ລາຍຈ່າຍເພື່ອການຊໍາລະໜີ້ສິນ, ລາຍຈ່າຍເພື່ອການບໍລິຈາກ, ລາຍຈ່າຍເພື່ອການຊ່ວຍເຫຼືອ ຫຼື ກຸສົນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລາຍຈ່າຍ”.

“ລາຍຈ່າຍ” (1. ຄໍານາມ). ຈໍານວນເງິນທີ່ໄດ້ຈ່າຍໄປ ເພື່ອການດໍາລົງຊີວິດແຕ່ລະວັນ ຫຼື ຈ່າຍວຽກງານ ທຸລະກິດການຄ້າ ແລະ ອື່ນໆ.

ຕົວຢ່າງ:

  • ໃນແຕ່ລະມື້ຂ້າພະເຈົ້າມີຫຼາຍຈ່າຍຫຼາຍຢ່າງເປັນຕົ້ນ ການຊື້ອາຫານການກິນ, ນໍ້າມັນລົດ, ຄ່າໂທລະສັບ ເປັນຕົ້ນ. ກົງກັນຂ້າມລາຍໄດ້ມີພຽງແຕ່ເງິນເດືອນຢ່າງດຽວ.
  • ໃນແຕ່ລະປີ ອົງການການຄ້າໂລກໄດ້ສະຫຼຸບວ່າ ມີຫຼາຍບໍລິສັດມີລາຍຈ່າຍໃນການລົງທຶນກິດຈະ ການຕ່າງໆ ເປັນຈໍານວນມະຫາສານ.

ສະຫຼຸບ.

ຄໍາວ່າ “ລາຍຈ່າຍ” ໝາຍເຖິງການໃຊ້ຈ່າຍ ເພື່ອໃຫ້ໄດ້ມາຍັງສິນຄ້າ ແລະ ບໍລິການ, ໃຊ້ຈ່າຍ ເພື່ອການລົງທຶນ ແລະ ຄ້າຂາຍ, ຊຶ່ງອາດຈະເປັນເງິນສະກຸນຕ່າງໆ ລວມທັງຮູບແບບເງິນດິຈິຕອນ ໃນການທໍາທຸລະກໍາ ນັບແຕ່ບຸກຄົນ, ບໍລິສັດ, ອົງກອນຕ່າງໆ ຮອດລັດຖະບານ. ຄໍາວ່າ “ລາຍຈ່າຍ” ກົງກັນຂ້າມກັບ ຄໍາວ່າ “ລາຍຮັບ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo