ຄໍາວ່າ “ຍີ່ປຸ່ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍີ່ປຸ່ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍີ່ປຸ່ນ” ໝາຍເຖິງຄົນເຊື້ອຊາດນຶ່ງ ເອີ້ນ ຄົນຍີ່ປຸ່ນ ຫຼື ຊາວຍີ່ປຸ່ນ ເປັນຄົນຢູ່ທະວີບອາຊີ ແລະ ມີຮູບຮ່າງໜ້າຕາເປັນເອກະລັກສະເພາະ, ຈັດໃນຄົນຜົມດໍາ, ຜິວເຫຼືອງ ຕາສີນໍ້າຕານ ຄ້າຍຄືຄົນຈີນ, ຄົນເກົາຫຼີ ແລະ ຄົນໃນຂົງເຂດອາຊີຕາເວັນອອກຊ່ຽງໃຕ້. ຄົນຍີ່ປຸ່ນມີປະຫວັດຍາວນານຫຼາຍພັນປີ ອາໃສຢູ່ໝູ່ເກາະປະເທດຍີ່ປຸ່ນ. ປະຈຸບັນມີປະຊາກອນປະມານ 125 ລ້ານ ຄົນ.

ນອກຈາກນີ້, “ຍີ່ປຸ່ນ” ແມ່ນຊື່ຂອງປະເທດຍີ່ປຸ່ນ ຊຶ່ງເປັນປະເທດນຶ່ງຕັ້ງຢູ່ໝູ່ເກາະໃນທະເລທາງທິດຕາ ເວັນອອກປະເທດຈີນ ຫຼື ຕັ້ງຢູ່ໝູ່ເກາະໃນອາຊີຕາເວັນອອກ ໃນມະຫາສະມຸດປະຊີຟິກ ນອກຝັ່ງຕາເວັນ ອອກແຜ່ນດິນໃຫຍ່ທະວີບອາຊີ, ທິດຕາເວັນຕົກຕິດກັບຄາຍສະມຸດເກົາຫຼີ ແລະ ປະເທດຈີນ ໂດຍມີທະເລຍີ່ປຸ່ນກັ້ນ, ທິດເໜືອຕິດກັບປະເທດລັດເຊຍ, ທິດໃຕ້ຕິດກັບທະເລຈີນຕາເວັນອອກ ແລະ ປະເທດຟີລີບປີນ ລວມທັງໄຕ້ຫວັນ. ຍີ່ປຸ່ນມີໝູ່ເກາະປະມານ 6.852 ເກາະ ແລະ ມີເນື້ອທີ່ທັງໝົດ 377,975 ກິໂລຕາແມັດ, ປົກຄອງໂດຍຈັກກະພັດ, ມີເມືອງຫຼວງຊື່ “ໂຕກຽວ”, ມີສະກຸນເງິນປະຈໍາຊາດແມ່ນເງິນ “ເຢັນ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍີ່ປຸ່ນ”.

“ຍີ່ປຸ່ນ” (1. ຄໍານາມ) ຊື່ຄົນຊາດນຶ່ງ ແລະ ເປັນປະເທດນຶ່ງຢູ່ທາງຕາເວັນອອກຂອງປະເທດຈີນ.

ຕົວຢ່າງ:

  • ຄົນຍີ່ປຸ່ນມີວັດທະນາທໍາທີ່ຫຼາກຫຼາຍ ແລະ ເປັນເອກະລັກ. ພ້ອມນັ້ນຍັງເປັນທີ່ມີອາຍຸຍືນຍາວທຽບກັບຫຼາຍປະເທດ.
  • ປະເທດຍີ່ປຸ່ນເປັນປະເທດທີ່ຈະເລີນ, ທັນສະໄໝ ແລະ ກ້າວໜ້າ ຊຶ່ງເປັນທີ່ຮູ້ກັນດີໃນເວທີສາກົນ.
  • ປະເທດຍີ່ປຸ່ນເປັນປະເທດນຶ່ງ ທີ່ມັກເກີດແຜ່ນດິນໄຫວຮ້າຍແຮງ ແລະ ມີພູເຂົາໄຟທີ່ຍັງປະທຸຈໍານວນຫຼາຍ.

ສະຫຼຸບ.

ຄໍາວ່າ “ຍີ່ປຸ່ນ” ແມ່ນຄົນເຊື້ອຊາດນຶ່ງ ຢູ່ທະວີບອາຊີ, ຮູບຮ່າງຄ້າຍຄືຄົນຈີນ, ຄົນເກົາຫຼີ ອາໃສຢູ່ໝູ່ເກາະປະເທດຍີ່ປຸ່ນ. ປະຈຸບັນປະຊາກອນປະມານ 125 ລ້ານ ຄົນ. ນອກຈາກນີ້, “ຍີ່ປຸ່ນ” ຍັງແມ່ນຊື່ປະເທດ, ມີໝູ່ເກາະປະມານ 6.852 ເກາະ ກວມພື້ນທີ່ 377,975 ກິໂລຕາແມັດ ແລະ “ໂຕກຽວ” ແມ່ນເມືອງຫຼວງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo