ຄໍາວ່າ “ຫຼົງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫຼົງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫຼົງ” ໝາຍເຖິງເຂົ້າໃຈບໍ່ຖືກ, ເຂົ້າໃຈຜິດ ຫຼື ເຂົ້າໃຈບໍ່ແມ່ນທາງ ຍ້ອນເຫດການໃດນຶ່ງ ເປັນຕົ້ນ ຍ້ອນການສັງເກດ ຫຼື ສໍາພັດດ້ວຍປະສາດສໍາພັດ 5 ຢ່າງຂອງເຮົາ (ຫູ, ຕາ, ດັງ, ລີ້ນ, ຜິວໜັງ) ແລະ ບໍ່ຈື່ດີ ເປັນຕົ້ນ: ຫຼົງທາງເຂົ້າເຮືອນໝູ່, ຫຼົງຈ່າຍເງິນຜິດ, ຫຼົງທອນເງິນຜິດ, ຫຼົງຄິດວ່າແມ່ນເຄື່ອງຕົນເອງ, ຫຼົງວ່າຕົວເອງເຮັດຖືກ, ຫຼົງກິນນໍ້າເປື້ອນ, ຫຼົງລົດຈັກຄົນອື່ນຍ້ອນຄືກັນ ແລະ ອື່ນໆ. ຄໍາວ່າ “ຫຼົງ” ກົງກັນ ຂ້າມກັບ ຄໍາວ່າ “ຈື່ຈໍາດີ, ຈື່ຖືກຕ້ອງ”.

ນອກຈາກນີ້, “ຫຼົງ” ຍັງໝາຍເຖິງການໝູກມຸ່ນ ມົວເມົາ ລຸ່ມຫຼົງ ກັບສິ່ງໃດນຶ່ງ ຈົນຂາດສະຕິ, ລືມສິ່ງທີ່ຕ້ອງເຮັດ, ບາງຄັ້ງຈົນລືມຄວາມຖືກຕ້ອງ ລືມຈັນຍາບັນ ຮ້າຍແຮງໄປກວ່ານັ້ນເສຍຮອດຄວາມເປັນຄົນກໍມີ ເຊັ່ນ: ຫຼົງໄຫຼໃນກາມ, ຫຼົງໄນເກມ, ຫຼົງໃນຢາບ້າ, ຫຼົງລືມຊາດ ເປັນຕົ້ນ. ແຕ່ຖ້າຫຼົງກັນແມ່ນໄປນໍາກັນ ແຕ່ພັດພາກຈາກກັນ ແລະ ຊອກຫາກັນບໍ່ເຫັນ, ຫຼົງກົນແມ່ນຖືກຄົນອື່ນຕົວະ, ຫຼົງຄາລົມ ແມ່ນເຊື່ອໃນຄໍາຫວານ, ຫຼົງເຊື່ອແມ່ນເຊື່ອ ແລະ ເຮັດຕາມໃນສິ່ງທີ່ຄົນອື່ນບອກ, ຫຼົງທີບແມ່ນບໍ່ຮູ້ທາງຈະໄປ, ຫຼົງປາກແມ່ນ ເວົ້າແບບບໍ່ໄດ້ຄິດ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫຼົງ”.

“ຫຼົງ” (1. ຄໍາກິລິຍາ) ເຂົ້າໃຈບໍ່ແມ່ນທາງ, ເຂົ້າໃຈຜິດ ລືມສະຕິສໍາຄັນຜິດ, ໝົກມຸ່ນ, ມົວເມົາ ລືມ.

ຕົວຢ່າງ:

  • ພາຍຫຼັງໄປຮຽນຕ່າງປະເທດມາ 5 ປີ ແລະ ບໍ່ໄດ້ມາຢາມບ້ານ, ບາດຈົບມາຈົນຫຼົງທາງ ເພາະມີ ການພັດທະນາ ແລະ ສ້າງເສັ້ນທາງໃໝ່ຫຼາຍສາຍ.
  • ທ້າວສາເສຍຄົນ ຍ້ອນຕິດການພະນັນຕີໄກ່ ໃນແຕ່ລະວັນບໍ່ສ້າງບໍ່ສາມີແຕ່ຊອກລັກເຄື່ອງໄປຂາຍ ແລ້ວໄປລົງພະນັນໄກ່ ເຮັດໃຫ້ຖືກຈັບຫຼາຍເທື່ອ.

ສະຫຼຸບ.

ຄໍາວ່າ “ຫຼົງ” ແມ່ນການເຂົ້າໃຈຜິດ, ເຂົ້າໃຈບໍ່ຖືກ ຍ້ອນການໃຊ້ປະສາດສໍາພັດທັງ 5 ຢ່າງ ປະມວນຜົນ ສິ່ງໃດນຶ່ງຜິດພາດ ເຊັ່ນ: ການຟັງຜ່ານຫູ, ເບີ່ງຜ່ານຕາ, ດົມຜ່ານດັງ, ຊີມລົດຊາດຜ່ານລີ້ນ, ສໍາພັດຜ່ານຜິວໜັງ ແຕ່ຍັງເຮັດຜິດຢູ່. ຄໍາວ່າ “ຫຼົງ” ກົງກັນ ຂ້າມກັບ ຄໍາວ່າ “ຈື່ຈໍາດີ, ຈື່ຖືກຕ້ອງ”. “ຫຼົງ” ແມ່ນການໝູກມຸ່ນມົວເມົາ ລຸ່ມຫຼົງ ກັບສິ່ງໃດນຶ່ງ ຈົນຂາດສະຕິ, ລືມສິ່ງທີ່ຕ້ອງເຮັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo