ຄໍາວ່າ “ບັງຄັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບັງຄັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ບັງຄັບ” ໝາຍເຖິງການປົກຄອງ ຫຼື ການເຮັດໃຫ້ໄປຕາມທີ່ຕ້ອງການ ເພື່ອວັດຖຸປະສົງໃດນຶ່ງ ເຊັ່ນ: ບັງຄັບລົດໃຫ້ລ້ຽວຊ້າຍ ຫຼື ຂວາ, ບັງຄັບເຮືອໃຫ້ໄປຕາມແລວນໍ້າທີ່ປອດໄພ, ບັງຄັງຫຸ່ນຍົນດ້ວຍ ຄໍາສັ່ງໂປຼແກຼມ ໃຫ້ດໍາເນີນຕາມທີ່ຕັ້ງໄວ້, ບັງຄັບຍົນ ຫຼື ເຮືອບີນດ້ວຍຄໍາສັ່ງອັດໂຕໂນມັດ, ບັງຄັບເຄນ ຍົກເຄື່ອງໃຫ້ຍົກຂຶ້ນ ແລ້ວຈິ່ງຫັນຊ້າຍຫັນຂວາ ຕາມໃຈຂອງຄົນຂັບເຄນ ເປັນຕົ້ນ. ຄໍາວ່າ “ບັງຄັບ” ກົງກັນຂ້າມກັບ ຄໍາວ່າ “ປ່ອຍ, ອິດສະລະ”.

ນອກຈາກນີ້, “ບັງຄັບ” ຍັງໝາຍເຖິງການໃຊ້ອໍານາດທີ່ມີ ເພື່ອບີບ, ບອກໃຫ້ຄົນອື່ນເຮັດຕາມສິ່ງທີ່ຕົນຕ້ອງການ ຫຼື ຕາມລະບຽບກົດໝາຍ ເຊັ່ນ: ບັງຄັບໃຫ້ປະຕິບັດກົດຈາລະຈອນຢ່າງເຄັ່ງຄັດ, ທະຫານບັງ ຄັບບັນຊາອ້າຍນ້ອງດ້ວຍກົດລະບຽບທີ່ມີ ເປັນຕົ້ນ. “ບັງຄັບ” ຍັງໝາຍເຖິງການໃຊ້ແຮງຂົ່ມຂູ່, ຂົ່ມເຫັງ, ໃຊ້ອາວຸດເພື່ອບີບບັງຄັບ ໃຫ້ເຮັດຕາມ ເພາະເຂົາອ່ອນແອກວ່າ ຫຼື ບໍ່ມີທາງຕໍ່ສູ້ ເຊັ່ນ: ຕົວປະກັນທີ່ຖືກຈີ້ຖືກບັງຄັບໃຫ້ຂຶ້ນລົດກ່ອນເອົາເງິນມາແລກຕົວ, ຂ້າທາດຖືກບັງຄັບຂ້າທາດໃຫ້ອອກແຮງງານໜັກດ້ວຍເຈົ້າທາດ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າບັງຄັບ”.

“ບັງຄັບ” (1. ຄໍານາມ) ປົກຄອງ, ໃຫ້ເຮັດຕາມບອກ, ໃຊ້ອໍານາດໃຫ້ເຮັດ.

ຕົວຢ່າງ:

  • ຄົນຂັບລົດຈົກ ບັງຄັບລົດຈົກ ເພື່ອຈົກດິນໃສ່ລົດດາມຂົນສົ່ງດິນຫຼາຍບ່ວງຈົນເຕັມ ກ່ອນລົດດັ່ງກ່າວຈະອອກເດີນທາງໄປຖອກດິນ.
  • ຄູບັງຄັບໃຫ້ນັກຮຽນທ່ອງບັ້ງສູດ ເພື່ອເປັນພື້ນຖານໃນການຈົດຈໍາການຮຽນເລກຄູນ.
  • ເຈົ້າຂອງໂຮງງານບັງຄັບກໍາມະກອນເຮັດວຽກຈົນຄໍ່າ ເພາະຢາກໃຫ້ວຽກແລ້ວຕາມຄາດໝາຍ.

ສະຫຼຸບ.

ຄໍາວ່າ “ບັງຄັບ” ໃຊ້ແຮງ, ຄວາມສະຫຼາດ ຫຼື ມັນສະໝອງຈັກກົນ ໃນການສັ່ງ ເຄື່ອງປະດິດ ຫຼື ຢ່າງໃດນຶ່ງ ເພື່ອໃຫ້ປະຕິບັດຕາມ. ຄໍາວ່າ “ບັງຄັບ” ກົງກັນຂ້າມກັບ ຄໍາວ່າ “ປ່ອຍ, ອິດສະລະ”. ນອກຈາກນີ້, “ບັງຄັບ” ແມ່ນການໃຊ້ອໍານາດ ເພື່ອໃຫ້ປະຕິບັດຕາມກົດລະບຽບກົດໝາຍ. “ບັງຄັບ” ແມ່ນການໃຊ້ແຮງຂົ່ມຂູ່, ຂົ່ມເຫັງ, ໃຊ້ອາວຸດເພື່ອບີບໃຫ້ເຮັດຕາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo