ຄໍາວ່າ “ຕາມໃຈ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕາມໃຈ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕາມໃຈ” ໝາຍເຖິງພຶດຕິກໍາຢ່າງນຶ່ງຂອງມະນຸດ ທີ່ເຮັດໃນສິ່ງທີ່ຢາກເຮັດ, ທໍາໃນສິ່ງທີ່ຕ້ອງການ ຊຶ່ງຄົນໂດຍທົ່ວໄປ ໃຜໆກໍມັກຄໍານີ້ ແລະ ຢາກເຮັດຕາມ. “ຕາມໃຈ” ແມ່ນສິ່ງທີ່ບໍ່ຖືກກົດໜ່ວງ ບີບບັງ ຄັບ ຫຼື ມີຂໍ້ຈໍາກັດແນວໃດແນວນຶ່ງ ທີ່ເຮັດໃຫ້ບໍ່ໄດ້ຕາມໃຈ. ຄົນເຮົາ ຫຼື ສັດກໍດີ ຖ້າໄດ້ຕາມໃຈ ຫຼື ຕາມມັກ ແມ່ນຈະຍີ້ມ ຫຼື ສະແດງຄວາມພໍໃຈອອກມາ. ຄໍາວ່າ “ຕາມໃຈ” ກົງກັນຂ້າມກັບ ຄໍາວ່າ “ບັງຄັບ”.

“ຕາມໃຈ” ມີຕາມໃຈຕົນເອງທາງພືດຕິກໍາ ຫຼື ການກະທໍາ ໝາຍເຖິງເຮັດໃນສິ່ງທີ່ມັກໂດຍໃຊ້ຮ່າງກາຍ, ຕາມໃຈທາງຄວາມຄິດ ໝາຍວ່າມີເສລີພາບໃນການຄິດ. ເຮົາມັກໄດ້ຍິນຄໍາວ່າຕາມໃຈຢູ່ເລື້ອຍໆ ດັ່ງ ຕາມໃຈຕົນເອງ, ຕາມໃຈເຈົ້າ, ໄດ້ຕາມໃຈນຶກຄິດ, ໄດ້ຕາມປາດຖະໜາ, ຕາມໃຈປາກ ລໍາບາກທີ່ທ້ອງ, ຕາມໃຈປາກ ມາກດ້ວຍໜີ້ ແລະ ອື່ນໆ. ການຕາມໃຈມັກເຮັດໃຫ້ຄົນເຮົາປະພຶດສິ່ງທີ່ຕ້ອງການເລື້ອຍໆ ແຕ່ຖ້າເປັນພຶດຕິກໍາບໍ່ດີອາດສົ່ງຜົນດ້ານລົບ ເຊັ່ນ: ຕາມໃຈລູກ, ຕາມໃຈຫຼານ, ຕາມໃຈຈົນເອົາແຕ່ໃຈຕົນເອງ ເປັນຕົ້ນ. ຕາມອໍາເພີໃຈ ແມ່ນເອົາແຕ່ໃຈຕົນເອງ ຫຼື ບໍ່ຍອມຮັບຄວາມຄິດເຫັນຂອງຄົນອື່ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕາມໃຈ”.

“ຕາມໃຈ” (1. ຄໍາກິລິຍາ) ເຮັດຕາມຄວາມພໍໃຈ, ແລ້ວແຕ່ໃຈ.

ຕົວຢ່າງ:

  • ຄອບຄົວເຮືອນຂ້າງມີລູກຊາຍຄົນດຽວ, ພໍ່ ແລະ ແມ່ ຕາມໃຈແຕ່ນ້ອຍເຮັດໃຫ້ມັກເອົາໃຈຕົນເອງ ແລະ ກະທໍາຄວາມຜິດຕໍ່ຄົນອື່ນເລື້ອຍໆ.
  • ສຸຜາສິດລາວກ່າວໄວ້ວ່າ “ປຸກເຮືອນຕາມໃຈຄົນຢູ່ ຜູກອູ່ຕາມໃຈຄົນນອນ” ໝາຍເຖິງເຮັດໃນສິ່ງທີ່ ເຈົ້າຂອງມັກບໍ່ແມ່ນຕາມຄົນອື່ນບອກ.

ສະຫຼຸບ.

ຄໍາວ່າ “ຕາມໃຈ” ແມ່ນພຶດຕິກໍາທີ່ມະນຸດ, ສັດ ຕ້ອງການຫຼາຍ ເພາະມັນເຮັດໃຫ້ເກີດຄວາມພໍໃຈແກ່ຕົນ ເອງ. ຕາມໃຈອາດຕາມໃຈທາງຄວາມຄິດ, ຕາມໃຈທາງພຶດຕິກໍາຜ່ານຮ່າງກາຍ ຫຼື ອາໄວຍະວະຕ່າງໆ. ຄໍາວ່າ “ຕາມໃຈ” ກົງກັນຂ້າມກັບ ຄໍາວ່າ “ບັງຄັບ” ແລະ ການຕາມໃຈກໍ່ໃຫ້ເກີດພຶດຕິກໍາເອົາແຕ່ໃຈ ເຮັດ ໃນສິ່ງທີ່ຕົນຕ້ອງການ ຊຶ່ງບາງເທື່ອເປັນການປະພຶດໃນທາງທີ່ຜິດກໍມີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo