ຄໍາວ່າ “ຊ້ອມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊ້ອມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊ້ອມ” ໝາຍເຖິງການເອົາເຂົ້າເປືອກມາຕໍາ, ມາຊ້ອມເຮັດໃຫ້ກາບຂອງເຂົ້າແຕກອອກເປັນເຂົ້າ ສານ, ເຂົ້າປຽນ, ແກບ ແລະ ຮໍາ. ແຕ່ທຸກວັນນີ້ທັນສະໄໝ ແລະ ໃຊ້ໂຮງສີ ຊຶ່ງແລ້ວໄວກວ່າ ແຕ່ຈະເຮັດ ໃຫ້ຄຸນປະໂຫຍດຂອງເຂົ້າຕໍ່າກວ່າວິທີດັ່ງເດີມ. “ຊ້ອມ” ຍັງແມ່ນການຕີດ້ວຍມື, ຕີນ ຫຼື ຢ່າງອື່ນ ເຮັດໃຫ້ ເຈັບ ຫຼື ທໍລະມານ ດັ່ງ ຊ້ອມນັກໂທດໃຫ້ບອກຄວາມລັບ, ຊ້ອມຄູ່ອາຄາດໃຫ້ບາດເຈັບ, ຊ້ອມເປົາຂີ້ຊາຍ ເພື່ອກຽມຕີໂມຍ ແລະ ອື່ນໆ.

ນອກຈາກນີ້, “ຊ້ອມ” ຍັງແມ່ນການທໍາເລື້ອຍໆ ຫຼື ເຮັດໃຫ້ເກັ່ງ ແລະ ຊໍານານ ຊຶ່ງເປັນການຝຶກຫັດ ຫຼື ຝຶກແອບ ເຊັ່ນ: ຊ້ອມໂມຍ ແມ່ນການແອບໂມຍ, ຊ້ອມຮົບແມ່ນການຝຶກການໃຊ້ອາວຸດ ດັ່ງ ມີດ, ປືນ, ໝາກແຕກ, ຍານຍົນທາງການທະຫານ, ຊ້ອມຮ້ອງເພັງເພື່ອກຽມຂຶ້ນຄອນເສີດ, ຊ້ອມການສະແດງເພື່ອ ເຂົ້າສາກຖ່າຍທໍາ, ຊ້ອມລອຍນໍ້າ ເພື່ອແຂ່ງຄັດເລືອກ, ຊ້ອມເຕະບານເພື່ອໃຫ້ເກັ່ງ, ຊ້ອມຕີບານ ເພື່ອ ກຽມເຂົ້າຊິງນາຍົກ, ຊ້ອມແລ່ນມາລາທອນເພື່ອແຂ່ງກິລາແຫ່ງຊາດ ແລະ ອື່ນໆ. “ຊ້ອມ” ຍັງແມ່ນການ ເດັດ, ການຄັດເລືອກຜັກ ດັ່ງ ຊ້ອມຜັກຫອມບົ່ວເອົາໃບງາມໆ, ຊ້ອມຍອດຜັກອຶເອົາໂຕອ່ອນໆ ເພື່ອເຮັດ ຊຸບຜັກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊ້ອມ”.

“ຊ້ອມ” (1. ຄໍາກິລິຍາ) ຕໍາເຂົ້າກ້ອງໃຫ້ເປັນເຂົ້າສານ, ຕີ. ເຮັດໃຫ້ຊໍານານ ດັ່ງ ຊ້ອມໂມຍ, ຊ້ອມຮົບ ເປັນຕົ້ນ, ຝຶກ, ຝຶກແອບ, ຝຶກຫັດ. ເລືອກ, ຄັດ.

ຕົວຢ່າງ:

  • ສະໄໝກ່ອນ ຕ້ອງໄດ້ຕື່ນແຕ່ເຊົ້າເພື່ອຊ້ອມເຂົ້າກ້ອງ ກວ່າຈະເປັນເຂົ້າສານແມ່ນກິນເວລາໄປ 3 ຊົ່ວໂມງ.
  • ນາຍທະຫານຊ້ອມສະເລີຍເສີກທີ່ເປັນນັກໂທດ ເພື່ອໃຫ້ບອກແຫຼ່ງທີ່ຊ້ອນຂອງກອງກໍາລັງສັດຕູ ແລະ ຈໍານວນຄົນ ພ້ອມດ້ວຍອາວຸດ.
  • ປະເທດລັດເຊຍ ຊ້ອມຮົບໃຫຍ່ດ້ວຍກໍາລັງທາງບົກ, ອາກາດ ແລະ ທາງນໍ້າ ຕິດຊາຍແດນປະ ເທດຢູເຄນ ເຮັດໃຫ້ເກີດຄວາມຕຶງຄຽດຢູ່ເຂດດັ່ງກ່າວ.
  • ຕອນເຊົ້ານີ້, ແມ່ເກັບຍອດຜັກເຕົ້າ, ຜັກອຶ, ຜັກໜອກ ແລະ ນໍາມາຊ້ອມເອົາໂຕງາມໆ ເພື່ອກຽມ ເຮັດກິນແລງ.

ສະຫຼຸບ.

ຄໍາວ່າ “ຊ້ອມ” ໝາຍເຖິງການຕໍາເຂົ້າເປືອກ ໃຫ້ໄດ້ເຂົ້າສານ, ເຂົ້າປຽນ, ແກບ ແລະ ຮໍາ. “ຊ້ອມ” ຍັງ ໝາຍເຖິງການຕີດ້ວຍສິ່ງໃດນຶ່ງ ເພື່ອໃຫ້ໄດ້ຮັບບາດເຈັບ ຫຼື ທໍລະມານ. ພ້ອມກັນນັ້ນ, “ຊ້ອມ” ຍັງໝາຍ ເຖິງການຝຶກແອບ, ເຮັດເລື້ອຍໆ ວັດຖຸປະສົງແມ່ນຢາກໃຫ້ເກັ່ງ ແລະ ຊໍານານ. ອີກຄວາມໝາຍນຶ່ງ “ຊ້ອມ” ແມ່ນການເດັດ, ການຄັດເລືອກເອົາຍອດຜັກ ຫຼື ພຶດຜັກໂຕທີ່ດີກວ່າ ເພື່ອເຮັດກິນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo