ຄໍາວ່າ “ຫັກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫັກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫັກ” ໝາຍເຖິງການຫັກພັງຂອງວັດຖຸສິ່ງຂອງ ຫຼື ສິ່ງໃດສິ່ງນຶ່ງຖືກກະທົບດ້ວຍແຮງ ແລະ ພັບເຂົ້າ ຫຼື ພັບແລ້ວ ຂາດຈາກກັນ, ລວມທັງງໍ, ເພ, ແຕກຂາດຈາກກັນເຮັດໃຫ້ບໍ່ຄືເກົ່າ ເຊັ່ນ: ງ່າຕົ້ນໄມ້ຫັກ, ຂາຕັ່ງຫັກ, ຂາໂຕະຫັກ, ໄມ້ບັນທັດຫັກ, ສໍສີຫັກ ເປັນຕົ້ນ. ພ້ອມນັ້ນ, “ຫັກ” ຍັງໝາຍເຖິງການລ້ຽວກັບຄືນ ຫຼື ການຕ່າວຫຼົບກັບຄືນ ຫຼື ທົບມາທາງເກົ່າ ດັ່ງ ລ້ຽວລົດຫັກກັບຄືນ, ຫັກກັບຄືນເສັ້ນທາງເກົ່າ, ຫັກອອກທາງ, ຫັກກັບຄືນເມືອບ້ານ ແລະ ອື່ນໆ.

ນອກຈາກນີ້, “ຫັກ” ຍັງໝາຍເຖິງຊື່ຂອງພືດ ຊຶ່ງແມ່ນກ້ວຍແນວນຶ່ງມີໜ່ວຍມຸກ ແລະ ສັ້ນໆ. “ຫັກ” ຍັງ ໝາຍເຖິງການຫັກລາຄາ ຫຼື ເຮັດໃຫ້ລາຄາຫຼຸດນ້ອຍລົງ ຫຼື ແມ່ນການແບ່ງປັນ ເຊັ່ນ: ຫັກຄ່ານາຍໜ້າ, ຫັກພາສີ, ຫັກລ້າງ, ຫັກອອກ, ຫັກອາກອນ, ຫັກຄ່າເສຍເວລາດ ຫັກກໍາໄລລ່ວງໜ້າ, ຫັກບັນຊີ, ຫັກໜີ້ ເປັນຕົ້ນ. “ຫັກ” ຍັງແມ່ນການຫັກໜ້າ ຫຼື ບໍ່ໃຫ້ກຽດ ຫຼື ເວົ້າຄວາມລັບຂອງຄົນນຶ່ງ ໃຫ້ອີກຄົນອື່ນຟັງ ຊຶ່ງ ເປັນການເຮັດໃຫ້ອາຍ. “ຫັກ” ຍັງແມ່ນການຫັກຫຼັງ ຫຼື ທໍລະຍົດ ຊຶ່ງເປັນການເອົາດີເຂົ້າແຕ່ໂຕ ແລະ ໃຫ້ຮ້າຍຜູ້ອື່ນທີ່ວາງແຜນເຮັດຮ່ວມກັນ. “ຫັກ” ຍັງແມ່ນການຫັກຫານ ຊຶ່ງໝາຍເຖິງຄວາມຂັດແຍ້ງ ຫຼື ປະທະ ກັນຊຶ່ງກັນ ແລະ ກັນ. ອີກຄວາມໝາຍນຶ່ງ “ຫັກ” ແມ່ນໝາຍເຖິງຫັກເອົາດ້ວຍຄວາມກ້າ ຫຼື  ກ້າຫານ. ນອກນີ້ຍັງມີ, ຫັກລໍາແມ່ນການປີ້ນຄວາມ ຫຼື ເວົ້າຄວາມໃໝ່, ຫັກຫ້າມແມ່ນການຫ້າມບໍ່ໃຫ້ປະພຶດ, ຫັກອົກ ແມ່ນການເຮັດໃຫ້ອົກຮັກ, ຫັກໂຫມແມ່ນການເຮັດວຽກໜັກ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫັກ”.

“ຫັກ” (1.ຄໍາກິລິຍາ) ພັບ ຫຼື ງໍເຂົ້າໃຫ້ຂາດຈາກກັນ, ທົບຕ່າວ ຫຼື ຫຼົບຄືນ. ຫັກມູມ. (2.ຄໍານາມ) ຊື່ ກ້ວຍແນວນຶ່ງໜ່ວຍມຸກ ແລະ ສັ້ນ. ຫັກລາຄາ. (3.ຄໍາກິລິຍາ) ຫຼຸດລາຄາໃຫ້ນ້ອຍລົງ. ຫັກໜ້າ. (4.ຄໍາກິລິຍາ) ເຮັດໃຫ້ອາຍ. ຫັກຫຼັງ. (5.ຄໍາກິລິຍາ)  ປີ້ນເອົາດີແຕ່ໂຕ ໃຫ້ຮ້າຍແກ່ຜູ້ອື່ນທີ່ຮ່ວມຄຶດນໍາກັນມາ. ຫັກຫານ. (6.ຄໍາກິລິຍາ) ຫັກເອົາດ້ວຍຄວາມກ້າ, ກ້າຫານ.

ຕົວຢ່າງ:

  • ຄືນນີ້ຝົນຕົກຟ້າລົມແຮງ ເຮັດໃຫ້ງ່າຕົ້ນໄມ້ບົກງ່າໃຫຍ່ຫັກລົງຂວາງເສັ້ນທາງການສັນຈອດ ແລະ ເຮັດໃຫ້ລົດຕິດໃນຕອນເຊົ້າ.
  • ຄະນະທີ່ເດີນທາງໄປຫ້ອງການຍ້ອນລືມກະເປົາເງິນຢູ່ເຮືອນ ທ້າວສີຕັດ ຈຶ່ງສິນໃຈຫັກລົດລ້ຽວກັບ ຄືນໄປເອົາ.
  • ຍ້ອນສິນຄ້າມີຕໍານິ ແລະ ບໍ່ຖືກຕາມຮູບແບບຕ້ອງການ ລູກຄ້າຈິ່ງສະເໜີຫັກລາຄາລົງ 10% ເພື່ອແບກຮັບແບກສູ້ນໍາກັນ.
  • ສອງສ່ຽວຮັກກັນກິນສຸກກິນດີບມານໍາກັນແຕ່ນ້ອຍ ແຕ່ຍ້ອນເລື່ອງເງິນຈິ່ງເຮັດໃຫ້ຫັກໜ້າ ແລະ ຫັກຫຼັງກັນ ຈາກນັ້ນຈິ່ງມີການຫັກຫານກັນເລື້ອຍມາ.

ສະຫຼຸບ.

ຄໍາວ່າ “ຫັກ” ແມ່ນມີຫຼາຍຄວາມໝາຍເຖິງເຊັ່ນ: ໝາຍເຖິງການຫັກພັງຜົນຈາກກະທົບດ້ວຍແຮງຢ່າງໃດ ນຶ່ງ, ໝາຍເຖິງຫັກພັບເຂົ້າ ຫຼື ພັບແລ້ວຂາດຈາກກັນ, ງໍ, ແຕກຂາດຈາກກັນ. “ຫັກ” ຍັງແມ່ນຊື່ຂອງ ກ້ວຍແນວນຶ່ງ. “ຫັກ” ຍັງແມ່ນການເຮັດໃຫ້ລາຄາ ຫຼື ຄ່າຫຼຸດນ້ອຍລົງ ລວມທັງແມນການແບ່ງປັນເອົາ, “ຫັກ” ຍັງໝາຍເຖິງການຫັກໜ້າ ຊຶ່ງເປັນການບໍ່ໃຫ້ກຽດກັນ. “ຫັກ” ຍັງແມ່ນການຫັກຫຼັງທໍລະຍົດ, “ຫັກ” ຍັງແມ່ນການຫັກຫານຂ້າຟັນຂັດແຍ້ງກັນ. “ຫັກ” ຍັງແມ່ນຫັກເອົາດ້ວຍຄວາມກ້າອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo