ຄວາມໝາຍຂອງຄໍາວ່າ “ຢາ” ແລະ “ຢ່າ” ມີຄວາມໝາຍຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຢາ” ແລະ “ຢ່າ”

ຄໍາວ່າ “ຢາ” ແລະ “ຢ່າ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ຢາ” ແມ່ນແນວປົວຄົນ ແລະ ສັດ ຫຼື ສາມາດແກ້ພະຍາດ, ບັນເທົາຄວາມເຈັບໄດ້ ເອີ້ນຢາປົວພະຍາດ ພ້ອມນັ້ນ ຍັງມີຢາເບື່ອ ຊຶ່ງເປັນຢາທີ່ມີພິດ. “ຢາ” ຍັງໝາຍເຖິງຕົ້ນຢາສູບ ຊຶ່ງເປັນຕົ້ນໄມ້ແນວນຶ່ງ ຄົນສະໄໝກ່ອນນໍາເອົາໃບມັນມາຊອຍ ເຮັດເປັນເສັ້ນຕາກແຫ້ງແລ້ວນໍາໄປດູດ. “ຢາ” ຍັງໝາຍເຖິງການປີ່ນ ປົວຮັກສາພະຍາດ ຫຼື ຮັກໃຫ້ເຊົາພະຍາດ ບາງເທື່ອກໍລວມທັງປົວທາງດ້ານຈິດໃຈນໍາ ເອີ້ນ ຢາໃຈ. “ຢາ” ຍັງແມ່ນການເອົາກາວ ຫຼື ສິ່ງໃດນຶ່ງໄປອຸດຕັນຮູ ຫຼື ເຮັດໃຫ້ເຊົາຮົ່ວ.

ຄໍາວ່າ “ຢ່າ” ໝາຍເຖິງການບອກຫ້າມບໍ່ໃຫ້ເຮັດ ຫຼື ເຊົາເຮັດ ຫຼື ເຕືອນ ເຊັ່ນ: ຢ່າເຮັດ, ຢ່າຫາເຮັດ, ຢ່າທໍາ, ຢ່າ ເບີ່ງ, ຢ່າລ່ວງ, ຢ່າຊ້າ, ຢ່າຟັງ, ຢ່າກິນ, ຢ່າສູບ, ຢ່າແລ່ນ, ຢ່ານອນ, ຢ່າຈັບ, ຢ່າປະຕິບັດ, ຢ່າປະໝາດ. ນອກ ຈາກນັ້ນ, “ຢ່າ” ຍັງໝາຍເຖິງການຢຸດ ຫຼື ເຊົາ ຊຶ່ງເປັນການແຍກ ຫຼື ບໍ່ຢູ່ນໍາກັນ ຫຼື ເລີກເປັນຜົວເປັນເມຍ ທາງ ກົດໝາຍແມ່ນບໍ່ມີພັນທະຕໍ່ກັນ. ຊຶ່ງການຢ່າຜູ້ຊາຍເອີ້ນ ພໍ່ຮ້າງ ສາມາດເອີ້ນວ່າເປັນບ່າວພໍ່ຮ້າງ ແລະ ຜູ້ຍິງເອີ້ນ ແມ່ຮ້າງ ສາມາດເອີ້ນວ່າເປັນສາວແມ່ຮ້າງ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຢາ”.

“ຢາ” (1. ຄໍານາມ) ຂອງສໍາລັບແກ້ພະຍາດຕ່າງໆ, ຕົ້ນໄມ້ແນວນຶ່ງ ໃຊ້ໃບຊອຍເປັນເສັ້ນແລ້ວພັນຈູດໄຟດູດ ເອີ້ນຢາສູບ. (2. ຄໍາກິລິຍາ) ປີ່ນປົວພະຍາດໃຫ້ດີ, ເຮັດໃຫ້ເຊົາຮົ່ວ, ຮັກສາໃຫ້ເຊົາພະຍາດ.

ຕົວຢ່າງ:

  • ບຸກຄົນທີ່ຕິດພະຍາດໂຄວິດ-19 ແມ່ນຕ້ອງໄດ້ກັກໂຕ 14 ວັນ. ສ່ວນການກິນຢາ ຫຼື ບໍ່ກິນຢາແມ່ນຂຶ້ນກັບ ການປີ່ນປົວຂອງທ່ານໝໍ.
  • ຢາສູບແມ່ນຜະລິດມາຈາກຕົ້ນຢາສູບດ້ວຍການຊອຍ, ຕາກແຫ້ງ ແລະ ນໍາມາຫຸ້ມຫໍ່ດ້ວຍຕອງ ຫຼື ເຈ້ຍ. ສໍາລັບໂຕບໍ່ທັນຫຸ້ມຫໍ່ເອີ້ນຢາເສັ້ນ.

ຄວາມໝາຍຄຳວ່າຢ່າ”.

“ຢ່າ” (1. ຄໍາກິລິຍາ) ເປັນຄໍາຊ່ອຍກິລິຍາບອກຫ້າມໃຫ້ເຊົາ ຫຼື ບໍ່ໃຫ້ເຮັດ. ຢຸດ, ເຊົາ, ເລີກເປັນຜົວເປັນເມຍ, ຄູ່ ຂາການພະນັນທີ່ບໍ່ກິນກັນຮຽກວ່າ ຢ່າກັນ.

ຕົວຢ່າງ:

  • ມື້ນີ້ແດດຮ້ອນ ແລະ ອາກາດອົບເອົາຫຼາຍ ຢ່າອອກໄປຕາກແດດ ຫຼື ຕາກອາກາດຂ້າງນອກ ເພາະອາດ ຈະເຮັດໃຫ້ເປັນຫວັດເປັນໄອໄດ້.
  • ຂ່າວດາລາດັງຫໍລີວູດ ຢ່າຮ້າງກັນເປັນຂ່າວດັງຫຼາຍອາທິດ ແລະ ມີຄົນຕິດຕາມຫຼາຍພໍສົມຄວນ ບາງຄົນ ກໍຜິດຫວັງເພາະຕິດຕາມເປັນຕົວແບບ ບາງຄົນກໍສະແດງຄວາມເຫັນໃຈ.

ສະຫຼຸບ.

ຄໍາວ່າ “ຢາ” ແລະ “ຢ່າ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ ສິ່ງທີ່ນໍາມາປີ່ນປົວຄົນ ແລະ ສັດ ໃຫ້ບັນເອົາ ຫຼື ດີຂຶ້ນ ແຕ່ກໍມີຢາເບື່ອຢາພິດ ເຊັ່ນກັນ. “ຢາ” ຍັງໝາຍເຖິງພຶດຢ່າງນຶ່ງ ເອີ້ນຢາສູບ ທີ່ຄົນເຮົານໍາມາແປຮູບ ແລະ ສູບ ເປັນຢາເສບຕິດຢ່າງນຶ່ງ ຄົນທີ່ສູບມັກເກີດເປັນມະເລັງປອດ. “ຢາ” ຍັງແມ່ນການປີ່ນປົວຢຽວຢາ, ຮັກສາໃຫ້ບັນເທົາ ຫຼື ເຊົາຈາກພະຍາດ. “ຢາ” ຍັງແມ່ນຕາບຮູ ຫຼື ສິ່ງທີ່ຮົ່ວດ້ວຍກາວ. ສ່ວນຄໍາວ່າ “ຢ່າ” ໝາຍແມ່ນຄໍາເຕືອນ ຫຼື ຫ້າມບໍ່ໃຫ້ເຮັດ. “ຢ່າ” ຍັງແມ່ນການຢ່າຮ້າງ ຫຼື ເລີກເປັນຜົວເປັນເມຍກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo