ຄໍາວ່າ “ຈອດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈອດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈອດ” ໝາຍເຖິງການເຮັດໃຫ້ວັດຖຸສິ່ງຂອງ, ອຸປະກອນ, ຄົນ ຫຼື ສິ່ງໃດນຶ່ງຢຸດເຊົາບໍ່ໄປບໍ່ມາ ກົງ ກັນຂ້າມກັບຄໍາວ່າເຄື່ອນທີ່ໄປມາ ເຊັ່ນ: ຈອດລົດໄຟ, ຈອດລົດບັນທຸກ, ຈອດລົດຈົກ, ຈອດລົດກວາດ, ຈອດລົດຕັກ, ຈອດລົດດຸດ, ຈອດລົດເກງ, ຈອດລົດຈັກ, ຈອດລົດໄຟຟ້າ, ຈອດລົດຖີບ, ຈອດເຮືອ, ຈອດ ຍົນ ຫຼື ເຮືອບິນ, ຈອດກວຽນ ແຕ່ຖ້າເປັນສະໜາມບິນເອີ້ນເດີນຈອດຍົນ. “ຈອດ” ຍັງໝາຍເຖິງມາຮອດມາເຖິງ ດັ່ງ ມາຈອດຮອດເຮືອນຮອດຊານ ເປັນຕົ້ນ.

ນອກຈາກນີ້, “ຈອດ” ຍັງໝາຍເຖິງການທີ່ເຮັດໃຫ້ຮູຮົ່ວອຸດຕັນ ຫຼື ສິ່ງຂອງທີ່ແຕກແລ້ວຕິດກັນຄືນ ຫຼື ເຊື່ອມກັນຜ່ານການນໍາມາສ້ອມແປງຢຽວຢາ ຫຼື ບູລະນະຄືນ ເຊັ່ນ: ຈອດຄຸນໍ້າ, ຈອດອ່າງນໍ້າ, ຈອດໝໍ້, ຈອດທໍ່ນໍ້າ, ຈອດຢາງລົດ, ຈອດຕີນລົດ, ຈອດບັ້ງອັດລົມ, ຈອດບັ້ງແກດສ໌, ຈອດແກ້ວລົດ, ຈອດເຫຼັກ, ຈອດທອງ, ຈອດອາລຸຍມີນຽນ, ຈອດຫຼັງຄາເຮືອນ, ຈອດ ສັງກະສີ. “ຈອດໆ” ຍັງແມ່ນສຽງດັງທີ່ເດັກນ້ອຍດູດມື ຫຼື ສິ່ງຂອງ ຫຼື ສຽງນົກເວົ້າກັນ. ພ້ອມນັ້ນ, ຈອດລອດ ແມ່ນລັກສະນະນ້ອຍຍາວແຕ່ບໍ່ງາມ, ຫວ້ານຈອດ ແມ່ນຊື່ພືດຢ່າງນຶ່ງ, ປ້າຍຫ້ອມຈອດ ແມ່ນປ້າຍຈາລະຈອນທີ່ບໍ່ໃຫ້ຈອດ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈອດ”.

“ຈອດ” (1. ຄໍາກິລິຍາ) ຢຸດ, ເຊົາ, ຮອດ, ເຖິງ. ຢາໃຫ້ຕິດກັນ, ຕິດກັນ. ຄຶດເຖິງ (ໃຈຈອດເຈົ້າ). ຈອດໆ ແມ່ນ ສຽງດັງຢ່າງນຶ່ງ ດັ່ງເດັກນ້ອຍເວົ້າ ຫຼື ສຽງນົກເວົ້າກັນ.

ຕົວຢ່າງ:

  • ລົດໂດຍສານຄ່ອຍໆຜ່ອນຄວາມໄວ ແລະ ຈອດລົດແຄມທາງ ເພື່ອຮັບຜູ້ໂດຍສານຂຶ້ນລົດກ່ອນ ອອກເດີນທາງໄປທາງໜ້າຕໍ່.
  • ທ່າເຮືອແມ່ນສະຖານທີ່ຄົນສ້າງຂຶ້ນ ເພື່ອໄວ້ຈອດເຮືອ ຊຶ່ງເຮັດໃຫ້ຮັບປະກັນວ່າເຮືອບໍ່ເສຍຫາຍ ແລະ ເພື່ອຄວາມເປັນລະບຽບ.
  • ລົດເມຕີນຮົ່ວ ສະນັ້ນຈຶ່ງໄດ້ນໍາເອົາຕີນລົດດັ່ງກ່າວໄປຈອດຢູ່ຮ້ານຈອດຢາງລົດໃຫຍ່ ແລ້ວຈິ່ງນໍາ ມາໃສ່ຄືນ.
  • ເດັກນ້ອຍຫົວເຂົ້າ ແລະ ດູດຫົວນີ້ວມືດັງຈອດໆ ຟັງສຽງຄືຈັ່ງເປັນຕາແຊບ ແລະ ເປັນຕາແພງ.

ສະຫຼຸບ.

ຄໍາວ່າ “ຈອດ” ແມ່ນເຮັດວັດຖຸສິ່ງຂອງ ຫຼື ສິ່ງໃດນຶ່ງຢຸດເຊົາ ກົງກັນຂ້າມກັບເຄື່ອນທີ່, ນອກຈາກນີ້, “ຈອດ” ຍັງແມ່ນການອັດຮູຮົ່ວດ້ວຍກາວ ຫຼື ສິ່ງໃດນຶ່ງ, ແມ່ນການສ້ອມແປງ ຫຼື ເຊື່ອມສິ່ງຂອງທີ່ແຕກ ແລ້ວຕິດກັນຄືນ. “ຈອດໆ” ແມ່ນສຽງດັງເດັກນ້ອຍດູດມື ຫຼື ສຽງນົກເວົ້າກັນ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo