ຄໍາວ່າ “ຫວີ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຫວີ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຫວີ” ໝາຍເຖິງສິ່ງທີ່ເປັນແຂ້ວນ້ອຍໆ ຍາວໆ ຢູ່ນໍາກັນຈໍານວນຫຼາຍ ໃຊ້ຫວີຜົມ (ຫວີຫົວ) ຫຼື ຫວີສິ່ງທີ່ເປັນເສັ້ນ ໃນສະໄໝກ່ອນນິຍົມກັນເຮັດຈາກ ໄມ້, ກະດູກ ແລະ ເຂົາຄວາຍ ແຕ່ປັດຈຸບັນແມ່ນເຮັດຈາກວັດສະດຸຫຼາຍແນວເຊັ່ນ: ປະລາສະຕິກ, ຫວີຢາງຊີລີໂຄນ, ຫວີຂົນສັງເຄາະ, ທອງ, ໂລ, ມີທັງຫວີທໍາມະດາ ແລະ ຫວີໄຟຟ້າ.

ໃນທຸກມື້ນີ້ຫວີມີຮູບຮ່າງແຕກຕ່າງກັນໄປ ແລະ ແບ່ງອອກເປັນຫຼາຍຊະນິດ ເພື່ອໃຫ້ສະດວກກັບການນໍາໃຊ້ເພື່ອຈັດຊົງຜົມ ເປັນຕົ້ນ ຫວີໃຫຍ່, ຫວີນ້ອຍ, ຫວີຫ່າງ, ຫວີຖີ່, ຫວີຕັດ, ຫວີຊອຍ, ຫວີຂົນແບບຫວ່ງ (ມີແຂ້ວຫວີອ້ອມເປັນວົງກົມ). ຫວີເປັນເຄື່ອງໃຊ້ສອຍປະຈໍາວັນ ສາມດເຫັນໄດ້ໃນທຸກເຮືອນ, ບ້ານພັກ, ໂຮງແຮມ ແລະ ມີຫຼາຍຄົນມັກໃຊ້ຕິດໂຕໄປນໍາ ຄົນມັກຈະຫວີຕອນເຊົ້າ, ສວາຍ ແລະ ແລງ. ສ່ວນໃຫຍ່ມັກຈະໃຊ້ຫວີເວລາໄປແຍງແຫວນຢູ່ຫ້ອງນໍ້າ ຫຼື ກ່ອນໄປວຽກ, ໄປປະຊຸມ ແລະ ອື່ນໆ. ນອກຈາກນັ້ນ, ຄໍາວ່າ “ຫວີ” ຍັງໝາຍເຖິງໝາກກ້ວຍຫຼາຍໜ່ວຍທີ່ຢູ່ນໍາກັນເປັນຈຸ້ມ, ໃນເຄືອໝາກກວ້ຍເຄືອນຶ່ງແມ່ນມີໝາກກ້ວຍຫຼາຍຫວີ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍກວ່າເກົ່າເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຫວີ”.

“ຫວີ” (1. ຄໍານາມ) ສິ່ງທີ່ເປັນແຂ້ວນ້ອຍໆ ຍາວໆ ແລະ ຖີ່ ໃຊ້ສາງຜົນ ຫຼື ຫວີຜົມ ແລະ ສິ່ງເປັນເສັ້ນ, ໝວດໜ່ວຍກວ້ຍ ທີ່ໂຮມກັນຢູ່ເປັນໝວດໆໃນເຄືອກວ້ຍ, ສິ່ງທີ່ມີລັກສະນະດັ່ງຫວີກ້ວຍ. (2. ຄໍາກິລິຍາ)  ສາງຜົມດ້ວຍຫວີ, ຫວີຜົມດ້ວຍຫວີ.

ຕົວ­ຢ່າງ: 

  • ການເຮັດຫວີ ເພື່ອຫວີຜົມ ຂອງຄົນສະໄໝກ່ອນແມ່ນຍາກຫຼາຍ ເພາະຕ້ອງໃຊ້ມືເຮັດ ສ່ວນໃຫຍ່ແມ່ນມັກເຮັດຈາກໄມ້ ແລະ ເຂົາຄວາຍ. ກົງກັນຂ້າມສະໄໝນີ້ ທັນສະໄໝ ມີໂຮງຈັກໂຮງງານສາມາດ ຜະລິດໄດ້ຫຼາຍຮູບແບບ ຫຼາຍສີສັນ ແລະ ວັັດສະດຸການຜະລິດກໍ່ມີຫຼາຍປະເພດ ເພື່ອສ້າງຄວາມດຶງດູດໃຈໃຫ້ແກ່ຜູ້ຊົມໃຊ້. ສໍາລັບຜູ້ຮັກຫວີ ຍັງມີການສະສົມໄວ້ເປັນຈໍານວນຫຼວງຫຼາຍອີກດ້ວຍ.
  • ໃນຮ້ານຕັດຜົມ ຫຼື ຮ້ານເສີມສວຍ ແມ່ນມີການໃຊ້ຫວີ ເພື່ອຕັດແຕ່ງຊົງຜົມ ຫຼາຍປະເພດ ບາງອັນກະໃຫຍ່, ບາງອັນກະນ້ອຍ, ບາງອັນກະມີແປງຫວີອ້ອມເປັນວົງມົນ ເພື່ອໃຫ້ສະດວກ ແລະ ວ່ອງໄວໃນການນໍາໃຊ້ຕັດຜົມ.
  • ເຖິງລາວເປັນຄົນຫົວລ້ານ ມີຜົມພຽງເລັກນ້ອຍຢູ່ທາງງ່ອນດົ້ນ ແຕ່ລາວກໍມີຫວີນ້ອຍຕິດໂຕ ເພື່ອຫວີຫົວຕະຫຼອດ.

ສະຫຼຸບ.

ຄໍາວ່າ “ຫວີ”​ ແມ່ນເຄື່ອງໃຊ້ປະຈໍາວັນຂອງມະນຸດ ເພື່ອສາວ ຫຼື ສາງຜົມ ຫວີຜະລິດຈາກວັດສະດຸຫຼາຍຢ່າງ ແຕກຕ່າງກັນໄປ ແລະ ມີຫຼາຍຮູບແບບ ເພື່ອໃຫ້ມີສີສັນ, ງາມ ແລະ ສະດວກແກ່ການໃຊ້ງານ. ນອກຈາກນັ້ນ, ຍັງໝາຍເຖິງໝາກກ້ວຍຫຼາຍໜ່ວຍທີ່ຕິດກັນເປັນຈຸ້ມ ຊຶ່ງໃນເຄືອນຶ່ງຈະມີຫຼາຍຫວີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo