ຄໍາວ່າ “ຊັກ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຊັກ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຊັກ” ແມ່ນມີຄວາມໝາຍຫຼາຍຢ່າງເປັນຕົ້ນ ໝາຍເຖິງອາການຊັກງໍ ຫຼື ຊັກແງກໆ ຈາກການເປັນ ບ້າໝູ, ຫຼື ເສັ້ນປະສາດຈັງ ຫຼື ເຈັບເສັ້ນເອັນ. ໝາຍເຖິງການຊັກຊວນ, ຊັກນໍາ, ຊັກຈຸງ ຫຼື ພາເຮັດສິ່ງໃດສິ່ງນຶ່ງ ເຊັ່ນ: ຊັກຊວນໝູ່ໄປທ່ຽວ, ຊັກນໍ້າເຂົ້າເລິກ ຊັກເສິກເຂົ້າບ້ານ, ຊັກນໍາຄົນໃຫ້ອອກແນວໜ້າ.

ພ້ອມທັງ ໝາຍເຖິງການຊັກເຄື່ອງ, ຊັກແຫ້ງ ຫຼື ລ້າງເຄື່ອງນຸ່ງໃຫ້ສະອາດ. ລວມທັງ ມີຄວາມໝາຍເຖິງຕົ້ນ ໝາກຊັກ ທີ່ຄົນສະໄໝກ່ອນເອົາໝາກມັນມາຊັກເຄື່ອງແທນສະບູຝຸ່ນ ຫຼື ແຟບ. ນອກຈາກນັ້ນ, ເວລາປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງອື່ນເຊັ່ນ: ຊັກໃຊ້, ຊັກໜ້າຊັກຫຼັງ, ຊັກຊ້າ, ຊັກຊ້ອມ, ຊັກໃຍ ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຊັກ”.

“ຊັກ” (1. ຄໍາກິລິຍາ) ອາການງໍຈັງຂອງຄົນ ຫຼື ສັດ ເວລາບາດເຈັບເນື່ອງຈາກເສັ້ນເອັນ, (2. ຄໍາກິລິຍາ) ດຶງລາກມາໂດຍແຮງ, ແກ່ມາໂດຍແຮງ. ຊວນ (ຊັກຊວນ). ນໍາເອົາມາ (ຊັກຕົວຢ່າງ). ຫັກເອົາໄວ້ (ຊັກອອກພູດນຶ່ງ). (3. ຄໍາກິລິຍາ) ລ້າງເຄື່ອງນຸ່ງໃຫ້ສະອາດ, ສຸ. (4. ຄໍານາມ) ຊື່ໄມ້ແນວນຶ່ງ ເປັນຕົ້ນໄມ້ຂະໜາດໃຫຍ່ ໜ່ວຍນ້ອຍໃຊ້ຊັກເຄື່ອງໄດ້ຄືສະບູ ຫຼື ແຟັບ.

ຕົວ­ຢ່າງ: 

  • ຕອນຂ້ອຍຍັງນ້ອຍ ເຫັນຄົນເປັນພະຍາດຊັກບ້າໝູ ເວລາເປັນຂຶ້ນເທື່ອໃດຈະຊັກແງກໆ ເບິ່ງແລ້ວເປັນຕາຢ້ານ ອີກຢ່າງນຶ່ງກະເປັນຕາດູຕົນ ຫຼາຍຄົນວ່າເປັນນໍາກໍາມະພັນ. ແຕ່ປັດຈຸບັນທາງລັດຖະ ບານຮ່ວມກັບຕ່າງປະເທດ ເພີ່ນມີໂຄງການຮັກສາໃຫ້ລ້າໆ ແລະ ມີຢາໃຫ້ກິນ ເພື່ອບໍ່ໃຫ້ເກີດອາການ ຊັກ.
  • ລາວເປັນຄົນຊັກຊວນໝູ່ໃຫ້ລັກໂຕນຫ້ອງຮຽນ ເພື່ອພາກັນໄປທ່ຽວຕະຫຼາດນັດ ດັ່ງນັ້ນຈິ່ງຖືກຄູລົງ ໂທດຫຼາຍກວ່າຜູ້ອື່ນ.
  • ວານນີ້ໄປຊື້ຈັກຊັກເຄື່ອງລຸ້ນໃຫຍ່ຊັກໄດ້ຫຼາຍກິໂລ ເຖິງວ່າລາຄາຈະແພງເຕີບ ແຕ່ກໍຄຸ້ມຄ່າເພາະສາ ມາດຊັກຜ້າຫົ່ມໄດ້ ແລະ ບໍ່ຕ້ອງໄປເສຍຄ່າຊັກແຫ້ງໃຫ້ຄົນອື່ນ.
  • ປັດຈຸບັນ ກົກໝາກຊັກແມ່ນຫາຍາກ ແລະ ຄົນລຸ້ນໃໝ່ກໍບໍ່ຄ່ອຍຮູ້ຈັກ ເພາະນິຍົມກັນໃຊ້ສະບູຝຸ່ນ ຫຼື ແຟບ ຊຶ່ງໃຊ້ງ່າຍ ແລະ ວ່ອງໄວກວ່າ ພ້ອມທັງສະອາດດີ.

ສະຫຼຸບ.

ຄໍາວ່າ “ຊັກ”​ ແມ່ນມີຫຼາຍຄວາມໝາຍ ຊຶ່ງໝາຍເຖິງການຊັກດິ້ນແງກໆ, ອາການງໍຈັງຈາກອາການເສັ້ນເອັນໄດ້ຮັບບາດເຈັບ. ໝາຍເຖິງການດຶງການລາກ, ການຊັກນໍາ ຫຼື ຊວນ ຄົນອື່ນໄປເຮັດຢ່າງໃດຢ່າງນຶ່ງ. ໝາຍເຖິງການສະລ້າງເຄື່ອງນຸ່ງໃຫ້ສະອາດ. ນອກຈາກນັ້ນ, ຍັງໝາຍເຖິງຕົ້ນໝາກຊັກ ຊຶ່ງສະໄໝກ່ອນ ຍັງບໍທັນມີສະບູຝຸ່ນ ຫຼື ແຟບ ແມ່ນໃຊ້ໝາກດັ່ງກ່າວຊັກເຄື່ອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo