ຄຳວ່າ “ກາງ” ແລະ “ກ້າງ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ກາງ” ແລະ ກ້າງ”.

ຄໍາວ່າ “ກາງ” ແລະ ​“ກ້າງ” ສອງຄໍານີ້ແມ່ນມີການອອກສຽງໃກ້ຄຽງກັນ ໂດຍສະເພາະແມ່ນຊາວຕ່າງ ຊາດທີ່ເວົ້າພາສາລາວ ອາດເຮັດໃຫ້ຜູ້ຮັບຟັງຄໍາເວົ້າ ຫຼື ປະໂຫຍກນັ້ນບໍ່ແຈ້ງ ອາດເຮັດໃຫ້ມີຄວາມສັບສົນ ເພາະວ່າຄວາມແຕກຕ່າງຂອງການອອກສຽງແມ່ນຕ່າງແຕ່ສຽງສູງກັບສຽງຕໍ່າເທົ່ານັ້ນ.

ຄໍາວ່າ “ກາງ” ໝາຍເຖິງການແຜ່ສິ່ງໃດສິ່ງນຶ່ງອອກ, ການຜຶ່ງສິ່ງໃດສິ່ງນຶ່ງອອກ ຫຼື ການແຜ່ອອກໃຫ້ກວ້າງເຊັ່ນ: ກາງເຕັ້ນ, ກາງຈ້ອງ, ກາງມອງ, ກາງມຸ້ງ. ນອກຈາກນັ້ນຍັງໝາຍເຖິງສິ່ງທີ່ຢູ່ເຄີ່ງການງ, ໃຈກາງເປັນຕົ້ນ: ກາງທາງ, ກາງເມືອງ, ສູນກາງ ແລະ ຍັງແມ່ນຊື່ພະຍາດແນວນຶ່ງທີ່ເປັນຕຸ່ມເປື່ອຍຢູ່ໃນປາກ.

ຄໍາວ່າ ​“ກ້າງ” ໝາຍເຖິງກະດູກທີ່ຝັງໃນຊີ້ນປາ ເວລາກິນປາທີ່ມີກ້າງຕ້ອງໄດ້ລະວັງເພາະອາດກ້າງຄາຄໍໄດ້ ໝາຍເຖິງກ້າງປັກໃນຮູຄໍນັ້ນເອງ. ນອກຈາກນັ້ນ, ຍັງມີຄໍາວ່າ ເປັນກ້າງຂວາງຄໍ ໝາຍເຖິງໃຜຄົນນຶ່ງ ໄປຂັດໃຜອີກຄົນ ຫຼື ຂວາງບໍ່ໃຫ້ເຮັດ ໃນກໍລະນີເຮັດທຸລະກິດກໍໝາຍເຖິງຄູ່ຂັດແຍ້ງກັນ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈເລິກຂຶ້ນໃນການນຳ​ສອງຄໍາດັ່ງກ່າວ ເຮົາມາທໍາຄວາມເຂົ້າໃຈເພີ່ມເຕີມດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ກາງ”.

“ກາງ” (1. ຄໍາກິລິຍາ) ຂຶງກາງ, ຄຶງ, ໂຍກ, ແຕກສ່ວນ, ແຍະ, ແບອອກ, ຜຶ່ງ, ເປີດ, ມາຍອອກ, ແຜ່ອອກ, ເປີດ, ອ້າອອກ, ກັ້ງ, ກັ້ງອອກ, ແບອອກ, ຕັນໄວ້, ລັດໄວ້. (2. ຄໍານາມ)  ກາງ, ໃຈກາງ. (3. ຄໍານາມ)  ຊື່ພະຍາດແນວນຶ່ງ ເປັນຕຸ່ມເປື່ອຍ ເກີດຕາມປາກ ຫຼື ຮ່າງກາຍ. (4. ຄໍາຄູນນາມ) ກາງ, ເຄີ່ງກາງ, ສ່ວນກາງ, ສຸນກາງ.

ຕົວ​ຢ່າງ:

  • ເວລາແດດແຮງຖ້າໄດ້ຄັນຮົ່ມມາກາງຄືຊິດີ ເພາະຖ້າຕາກແດດແມ່ນຢ້ານເປັນໄຂ້.
  • ປັດຈຸບັນນີ້ ດີນໃຈກາງເມືອງແມ່ນແພງຫຼາຍ ທຽບໃສ່ສີບປີກ່ອນ ເວົ້າມາແລ້ວຊາດນີ້ຄືຊິບໍ່ມີປັນ ຍາຊື້.
  • ເວລາຝົນຕົກໜັກເປັນທິດ ຫຼຽວເບີ່ງກາງຂອງແມ່ນນໍ້າຖ້ວມດອນທີ່ເຄີຍຍ່າງລົງໄປຫຼີ້ນໝົດ ແລະ ມີຂອນໄມ້ໄຫຼມາຢ່າງຫຼວງຫຼາຍ ເບີ່ງແລ້ວຄິດວ່າແມ່ນໂຕເງືອກ.
  • ຖ້າອາຍຸໄດ້ສີ່ສິບປີ ເຂົາເອີ້ນວ່າໄວກາງຄົນ ຢາກເຮັດຫຍັງກະໃຫ້ຮີບເຮັດ ແຕ່ຢ່າເຮັດໃນສິ່ງທີ່ຜິດບ້ານຜ່ານເມືອງ ເພາະຖ້າຕິດຄຸກແລ້ວກໍຖືວ່າໝົດອະນາຄົດ.
  • ການກາງແຮ້ວ ໂຕໝູປ່າ ແມ່ນຕ້ອງອາໃສຄວາມຊໍານິຊໍານານ ແລະ ປະສົບການ ຖ້າບໍ່ດັ່ງນັ້ນ ຢ່າຄິດວ່າຊິໄດ້ມັນງ່າຍໆ.

ຄວາມໝາຍຄຳ​ວ່າ “ກ້າງ”.

“ກ້າງ” (1. ຄໍານາມ) ດູກນ້ອຍຂອງປາທີ່ຝັງຢູ່ນໍາຊີ້ນ.

ຕົວ​ຢ່າງ:

  • ປາມັນເປັນປາທີ່ມີກ້າງຫຼາຍ ແຕ່ກິນແຊບ ເວລາກິນຕ້ອງໄດ້ເບີ່ງໃຫ້ລະອຽດຖ້າບໍ່ດັ່ງນັ້ນ ຖ້າກືນກ້າງເຂົ້າໄປອາດເຮັດໃຫ້ກ້າງປັກຄໍໄດ້.
  • ເວລາກ້າງຄາຄໍ ຜູ້ເຖົ້າສະໄໝກ່ອນມັກເອົາເຂົ້າໜຽວມາປັ້ນໜຽວໆ ແລ້ວກືນລົງ ເພື່ອໃຫ້ກ້າງລົງ ໄປນໍາ.
  • ບໍລິສັດຄູ່ແຂ່ງຂອງເຮົາ ຈັ່ງແມ່ນເປັນກ້າງຂວາງຄໍ ເວລາໄປປະມູນທາງໃດ ເຂົາກໍໄປຫາເຈົ້າຫາ ນາຍ ເອົາວຽກໄປໝົດ. ຖ້າເຮັດຕາມຫຼັກການແລ້ວຄືຊິເສຍໃຫ້ບໍລິສັດລາວ.

ສະ​ຫຼຸບ.

ຄຳ​ວ່າ “ກາງ” ແລະ “ກ້າງ” ເຖິງການອອກສຽງໃກ້ຄຽງກັນ ແຕ່ມີຄວາມໝາຍແຕກຕ່າງກັນ. “ກາງ” ມີຫຼາຍຄວາມໝາຍຄື ໝາຍເຖິງ ພື, ກັ້ງ ຫຼື ແບອອກ. ໝາຍເຖິງ ຈຸດໃຈກາງ ຫຼື ສູນກາງ. ໝາຍເຖິງການວາງກັບດັກ ຫຼື ກາງແຮ້ວ. ໝາຍເຖິງພະຍາດຕຸ່ມທີ່ອອກໃນປາກ. ສ່ວນຄໍາວ່າ “ກ້າງ” ໝາຍເຖິງກະດູກໃນຊີ້ນຂອງປາເອີ້ນກ້າງປາ ມັກປັກຄໍເວລາກິນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo