ຄໍາວ່າ “ຫວງ” ແລະ “ຫ່ວງ” ມີຄວາມໝາຍຄືກັນບໍ່

SA Game

ອະທິບາຍຄວາມໝາຍຂອງຄໍາວ່າ “ຫວງ” ແລະ “ຫ່ວງ”

ຄໍາວ່າ “ຫວງ” ແລະ “ຫ່ວງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ຫວງ” ໝາຍເຖິງຫຶງ ຫຼື ຫຶງຫວງ (ຫວງແຫນ, ຂີ້ຫວງ, ຫວງຫ້າມ, ຫວງໄວ້ກໍວ່າ), ຊຶ່ງເປັນການຮັກສາ ຫຼື ສະຫງວນໄວ້ ບໍ່ຢາກໃຫ້ຜູ້ອື່ນເອົາໄປເພາະແພງມ້ຽນ ແຕ່ບໍ່ແມ່ນຂີ້ຖີ່ ຊຶ່ງເປັນພຶດຕິກໍາຢ່າງນຶ່ງຂອງຄົນ ເຊັ່ນ: ຫວງສາວ, ຫວງຂອງ, ຫວງຊັບສິນ, ຫວງໜ້າຫວງຫຼັງ, ຫວງຕົວເອງ, ຫວງລູກຫຼານ, ຫວງຄວາມຮູ້ ເປັນຕົ້ນ. “ຫວງ” ກົງກັນຂ້າມກັບປ່ອຍປະລະເລີຍ ຫຼື ບໍ່ສົນໃຈ.

ຄໍາວ່າ “ຫ່ວງ” ແມ່ນບ້ວງ ຊຶ່ງເຮັດຈາກເຊືອກ ຫຼື ວັດສະດຸຢ່າງໃດນຶ່ງມັດເປັນວົງກົມ ເພື່ອໃຊ້ຄ້ອງ, ຮັດ ຫຼື ມັດ ຫຼື ເພື່ອວັດຖຸປະສົງໃດນຶ່ງ ດັ່ງ ຫ່ວງລູກໂສ້, ຫ່ວງມົດລູກ, ຫ່ວງແຮ້ວ (ກັບດັກ). “ຫ່ວງ” ມີສິ່ງທີ່ບໍ່ເຮັດຈາກວັດຖຸ ໃດໆ ດັ່ງ ຫ່ວງເວນຫ່ວງກໍາ. “ຫ່ວງ” ຍັງໝາຍເຖິງອາໄລອາວອນນໍາ ເອີ້ນ ເປັນຫ່ວງ ຫຼື ຫ່ວງໄຍເພາະຜູກພັນ ກັນເຊັ່ນ: ຫ່ວງລູກຫ່ວງຫຼານ, ຫ່ວງຊັບສິນ, ຫ່ວງໜ້າຫ່ວງຫຼັງ, ຫ່ວງງານ, ຫ່ວງພໍ່ຫ່ວງແມ່, ຫ່ວງຄົນເຈັບ, ຫ່ວງ ເຮືອນຫ່ວງຊານ. ອີກຄວາມໝາຍນຶ່ງ “ຫ່ວງ” ຍັງແມ່ນການຫຼົ່ນລົງຂອງໝາກໄມ້ ທີ່ສຸກກ່ອນແກ່.

SA Game

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຫວງ”.

“ຫວງ” (1. ຄໍາກິລິຍາ) ບໍ່ຢາກໃຫ້, ແພງ, ສະຫງວນໄວ້, ຮັກສາ.

ຕົວຢ່າງ:

  • ລູກສາວຂ້ອຍຫວງເຄື່ອງຫຼີ້ນເພີ່ນຫຼາຍ ແລະ ບໍ່ຢາກໃຫ້ເດັກນ້ອຍຄົນອື່ນມາຈັບມາບາຍ ຫຼື ມາເອົາໄປຫຼີ້ນ.
  • ສອງຜົວເມຍຜິດກັນຍ້ອນ ເມຍຫວງຜົວ ເກີນຂອບເຂດ ເພາະມັກໄປຈັບຜິດຜົວເວລາໄປນໍາໝູ່ນໍາຄູ່ ຫຼື ຄົນຫ້ອງການ.

ຄວາມໝາຍຄຳວ່າຫ່ວງ”.

“ຫ່ວງ” (1. ຄໍານາມ) ຂອງເປັນບ້ວງເກາະກັນ, ສາຍແນນ, ສາຍທີ່ເກາະກັນ “ຊັກຫ່ວງຊີ້ ເຊີນມິ່ງແມນຫຼວງ”. (2. ຄໍາກິລິຍາ) ອາໄລນໍາ, ຜູກພັນນໍາ. ສຸກກ່ອນແກ່, ຫຼົ່ນ.

ຕົວຢ່າງ:

  • ພໍ່ ແລະ ແມ່ ອາຍຸຫຼາຍ ແລະ ເຖົ້າແກ່ສະລາ ຈິ່ງເຮັດໃຫ້ລູກຫຼານເປັນຫ່ວງເລື່ອງການກິນການຢູ່ ແລະ ສຸຂະພາບຂອງເພີ່ນ.
  • ນາຍພານໄປໃສ່ຫ່ວງແຮ້ວສັດປ່າ ມື້ຕໍ່ມາໄປຢາມໄດ້ໂຕອົ້ນໂຕບັກໃຫຍ່ ຊຶ່ງຫ່ວງຮັດຂາມັນໄວ້ ແລະ ບໍ່ສາ ມາດດີ້ນຫຼຸດ.

ສະຫຼຸບ.

ຄໍາວ່າ “ຫວງ” ແລະ “ຫ່ວງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ຫວງ” ໝາຍເຖິງຫຶງ ຫຼື ບໍ່ຢາກໃຫ້ເປັນຂອງຄົນອື່ນ ຫຼື ເປັນການຮັກສາ, ສະຫງວນໄວ້ ຊຶ່ງເປັນພຶດຕິກໍາຢ່າງນຶ່ງຂອງຄົນ ຫຼື ສັດ. ຄໍາວ່າ “ຫ່ວງ” ແມ່ນບ້ວງ ຊຶ່ງແມ່ນເຊືອກມັດເປັນວົງ ກົມ ຫຼື ເຮັດດ້ວຍວັດສະດຸຢ່າງອື່ນ ເພື່ອໃຊ້ຄ້ອງ, ຮັດ ຫຼື ມັດ ຫຼື ເພື່ອຢ່າງອື່ນ. “ຫ່ວງ” ໃນນາມມະທໍາຍັງແມ່ນ ຫ່ວງເວນຫ່ວງກໍາ. “ຫ່ວງ” ຍັງແມ່ນການອາໄລອາວອນນໍາ ຍ້ອນຜູກພັກ ເອີ້ນ ເປັນຫ່ວງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo