ຄໍາວ່າ “ພາດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພາດ” ມີຄວາມໝາຍແນວໃດ?

ຄໍາວ່າ “ພາດ” ແມ່ນພາຊະນະປະເພດ ໝໍ້ແຫກແຕກກະໂປະ, ຖ້ວຍຊາມ, ບ່ວງຊ້ອມ ຫຼື ພາເຂົ້າ ຊຶ່ງໃນ ເມື່ອກ່ອນມັກເວົ້າວ່າໝໍ້ໄຫໄຕພາດ ຖາດຖ້ວຍ ແລະ ຄັນທີ. “ພາດ” ຍັງແມ່ນການເອົາສິ່ງໃດນຶ່ງໄປກ່າຍ ໄວ້ກັບສິ່ງອື່ນ ຫຼື ວາງລົງໃສ່ ຫຼື ຢອງໃສ່ ດັ່ງ ຜ້າແພ ເຊັ່ນ: ພາກແຂນ, ພາດບ່າ, ພາດຫົວ, ພາດໃສ່ ຮາວຕາກເຄື່ອງ, ພາດໃສ່ ສາຍເຊືອກ, ພາດໄວ້ຄ່ອນໄມ້. ສ່ວນພາດຂາ ແມ່ນເອົາຂາກ່າຍກັນ.

ນອກຈາກນີ້, “ພາດ” ຍັງໝາຍເຖິງການກ່າວເຖິງ ຫຼື ເວົ້າພາດພິງເຖິງຄົນອື່ນ. “ພາດ” ຍັງໝາຍເຖິງການ ພະລາດ ຫຼື ມື່ນສິ່ງໃດສິ່ງນຶ່ງ ດັ່ງ ພາດກ້ອນຫິນ, ພາດຂີ້ຕົມ, ພາດມື່ນກົ້ນຂີ້ທັ່ງ, ຍ່າງພາດ, ແລ່ນພາດ. ສຸພາສິດກ່າວໄວ່ວ້າ “ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫຼົງລືມ” ເປັນຕົ້ນ. “ພາດ” ຍັງມີຄວາມໝາຍວ່າ ຜິດພາດ ຫຼື ຜິດໄປ ຊຶ່ງເປັນການເວົ້າຜິດ, ເຮັດຜິດ ຍ້ອນການຫຼົງການລືມ ຫຼື ເຮັດບໍ່ຖືກວິທີ (ພາດພັ້ງ ກໍວ່າ) ເຊັ່ນ: ເຮັດວຽກພາດ, ພາດໂອກາດ, ພາດຈັ່ງຫວະ, ພາດທ່າ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພາດ”.

“ພາດ” (1. ຄໍານາມ). ໝໍ້, ຖ້ວຍ, ພາເຂົ້າ (ໝໍ້ໄຫໄຕພາດ ຖາດຖ້ວຍ ແລະ ຄັນທີ). (2. ຄໍາກິລິຍາ) ກ່າຍໄວ້, ວາງທົບລົງໃສຮາວ ຫຼື ເຊືອກທີ່ຄືງໄວ້, ກ່າຍ, ກ່າຍເຖິງ (ເວົ້າພາດ). ພະລາດ, ມື່ນ. (3. ຄໍາກິລິຍາວິເສດ) ຜິດໄປ, ຫຼົງລືມ (ສະລັ້ງພັ້ງພາດ).

ຕົວຢ່າງ:

  • ຫຼັງຈາກຊັກເຄື່ອງແລ້ວ, ແມ່ຕູ້ສາຕາກເຄື່ອງດ້ວຍການພາດໃສ່ຮາວເຊືອກທີ່ເຮັດໄວ້ ເພື່ອຕາກ ແດດໄວ້ໃຫ້ແຫ້ງ.
  • ເວລານັ່ງຕັ່ງຄົນຢູໂລບມັກເອົາຂາພາດກັນ. ສ່ວນຄົນອາຊີມັກອ່ອນນ້ອມຖ່ອມຕົນ ແລະ ນັ່ງແບບ ຈຽມໆ.
  • ຄໍາສຸພາສິດທີ່ວ່າ “ສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫຼົງລືມ” ໝາຍເຖິງຄົນເຮົາມີໂອກາດຫຼົງລືມ ຫຼື ເຮັດຜິດໄດ້ນັ້ນເອງ.

ສະຫຼຸບ.

ຄໍາວ່າ “ພາດ” ແມ່ນພາຊະນະຮັບໃຊ້ໃນເຮືອນຄົວ ດັ່ງ ໝໍ້, ຖ້ວຍບ່ວງ, ພາເຂົ້າ. “ພາດ” ຍັງໝາຍເຖິງ ການເອົາສິ່ງໃດນຶ່ງໄປກ່າຍ ຫຼື ວາງລົງໃສ່ ຫຼື ຢອງໃສ່ເທິງສິ່ງອື່ນ. ນອກຈາກນີ້, “ພາດ” ຍັງແມ່ນການ ພາດພິງເຖິງຄົນອື່ນ ຫຼື ເປັນການກ່າວເຖິງບຸກຄົນໃດນຶ່ງ. “ພາດ” ຍັງແມ່ນພະລາດມື່ນ ອີກດ້ວຍ. “ພາດ” ຍັງແມ່ນຜິດພາດ ຫຼື ຜິດໄປ ຫຼື ຫຼົງລືມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo