ຄໍາວ່າ “ບົງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບົງ” ມີຄວາມໝາຍແນວໃດ?

ຄໍາວ່າ “ບົງ” ແມ່ນຊື່ໄມ້ບົງ ຊຶ່ງເປັນໄມ້ປ່ອງແນວນຶ່ງ ໃນຫຼາຍໆຊະນິດ ແຕ່ບໍ່ມີໜາມຄືກັບໄຜ່ປ່າ ແຕ່ປ້ອງ ຍາວກວ່າໄມ້ໄຜ່ປ່າ, ນ້ອຍກວ່າໄມ້ຊາງໄມ້ຫົກ. ໜໍ່ສາມາດກິນໄດ້ ໂດຍທົ່ວໄປມີ 2 ຢ່າງ ຄື ໄມ້ບົງຫວານ ແລະ ໄມ້ບົງທໍາມະດາ. ໜໍ່ໄມ້ບົງເປັນທີ່ນິຍົມກັນກິນ ແລະ ມັກປູກໄວ້ຕາມຮົ້ວສວນ, ແຄມເຮືອນ ເພື່ອໄວ້ ເນັດແກງໜໍ່, ໜໍ່ສົ້ມ ແລະ ອື່ນໆ.

ນອກຈາກນີ້, “ບົງ” ຍັງໝາຍເຖິງດິນຕົມ ແລະ ຕອກບົວອີກດ້ວຍ ໂດຍເອີ້ນ ບົງກົດ. “ບົງ” ຍັງແມ່ນການ ເອົາເບັ້ຍຜັກອ່ອນທີ່ເຮົາຫວ່ານດ້ວຍແກ່ນນໍາໄປປູກຕາມໜານ ຫຼື ແປງຜັກ ທີ່ເຮົາກະກຽມໄວ້ໃຫ້ງອກງາມ ໃຫຍ່ຂຶ້ນຕໍ່ໄປ. “ບົງ” ຍັງແມ່ນການແຕ່ງຕັ້ງ ຫຼື ແຕ່ງຕັ້ງບົງຕົວບຸກຄົນໃດນຶ່ງເຮັດວຽກ ຫຼື ຮັບໜ້າທີ່ສະ ເພາະ ໂດຍທີ່ບໍ່ໄດ້ຮັບການເລືອກຕັ້ງແບບປ່ອນບັດ ກົງກັນຂ້າມກັບ ປົດອອກ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າບົງ”.

“ບົງ” (1. ຄໍານາມ) ໄມ້ປ່ອງແນວນຶ່ງບໍ່ມີໜາມຄືກັນກັບໄຜ່ປ່າ ແຕ່ປ້ອງຍາວກວ່າໄມ້ໄຜ່ປ່າ. ຕົມ, ດິນຕົມ, ຕອກບົວ (ບົງກົດ). (2. ຄໍາກິລິຍາ) ເອົາເບັ້ຍຜັກໄປປູກ, ປູກ, ແປງ, ແຕ່ງຕັ້ງ.

ຕົວຢ່າງ:

  • ວານນີ້ ກິນແກ່ງໜໍ່ໄມ້ບົງໃສ່ປາແດກນົວໆ ແລະ ຜັກຂະແຍງຫອມໆ ກັບເຂົ້າໜຽວ ຈັ່ງແມ່ນ ແຊບອີຫຼີ.
  • ຊາວສວນບົງເບັ້ຍຜັກກາດໃສ່ໜານທີ່ກະກຽມໄວ້ຈໍານວນຫຼວງຫຼາຍຢູ່ແຄມແມ່ນໍ້າຂອງ, ອີກ 1 ອາ ທິດມາເບີ່ງຄືຊິງາມເປັນຕາອອນຊອນ.
  • ຫົວໜ້າກົມຄົນໃໝ່ຖືກບົງຕົວມາຮັບໜ້າທີ່ ເພາະຜູ້ເກົ່າແມ່ນກະສຽນອາຍຸເຂົ້າກິນເບ້ຍບໍານານ ຕາມ ລະບຽບກົດໝາຍ.

ສະຫຼຸບ.

ຄໍາວ່າ “ບົງ” ແມ່ນໄມ້ບົງ ຊຶ່ງເປັນໄມ້ປ່ອງຢ່າງນຶ່ງ, ເປັນໄມ້ບໍ່ມີໜາມປ້ອງຍາວກວ່າໄມ້ໄຜ່ປ່າ, ໜໍ່ສາມາດ ກິນໄດ້. ໄມ້ບົງມີ 2 ຢ່າງ ຄື ບົງຫວານ ແລະ ບົງທໍາມະດາ. “ບົງ” ຍັງແມ່ນດິນຕົມ, ຕອກບົວ ຫຼື ບົງ ກົດ. “ບົງ” ແມ່ນການເອົາເບັ້ຍຜັກ ຫຼື ຜັກອ່ອນທີ່ເກີດໃໝ່ໄປປູກຕາມໜານຜັກ ຫຼື ແປງຜັກທີ່ກະກຽມໄວ້ ແລ້ວ. “ບົງ” ຍັງໝາຍເຖິງການແຕ່ງຕັ້ງ ຫຼື ບົງຕົວບຸກຄົນໃດນຶ່ງ ເພື່ອເຮັດວຽກໂດຍບໍ່ໄດ້ຜ່ານການເລືອກ ປ່ອນບັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo