ຄຳວ່າ “ນ້ອຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ນ້ອຍ” ມີຄວາມໝາຍແນວໃດ?

ຄຳວ່ານ້ອຍ”  ​ແມ່ນ​ການ​ເອີ້ນ ຫຼື ຮຽກຢ່າງ​ນຶ່ງ​ຕໍ່​ຜູ້​ທີ່​ມີ​ອາຍຸ​ຍັງ​ອ່ອນ ຫຼື ​ເຍົາ​ໄວ ​ເອີ້ນ​ວ່າ ​ເດັກນ້ອຍ ຊຶ່ງ​ເປັນ​ຄໍາ​ແທນ​ຊື່ ອາດຈະ​ເປັນ​ນາງ ຫຼື ທ້າວ ​ກໍ່​ໄດ້ ​ເຊັ່ນ: ອີ່​ນ້ອຍ, ນາງ​ນ້ອຍ, ບັກ​ນ້ອຍ, ທ້າວ​ນ້ອຍ (ບັກ​ຫໍາ​ ກະ​ວ່າ)​. ຈາກ​ເດັກນ້ອຍ ຈຶ່ງ​ກ້າວ​ໄປ​ເປັນຄົນ​ໜຸ່ມ ຫຼື ​ໄວ​ລຸ້ນ ກ່ອນ​ກ້າວ​ໄປ​​ເປັນ​ຜູ້​ແກ່, ຜູ້​ເຖົ້າ, ຄົນຊະລາ (ອາຍຸ​ຫຼາຍ) ຕາມ​ສັງຂາ​ດຂອງ​ມະນຸດ.

ນອກຈາກນີ້, “ນ້ອຍ” ຍັງໝາຍເຖິງ ​ເມຍ​ນ້ອຍ ຊຶ່ງ​ແມ່ນການ​ເອີ້ນເມຍ​ຄົນ​ທີ່​ສອງ​ຂຶ້ນ​ໄປ. ຖ້າ​ໃນ​ປະ​ເທດ​ລາວ ການ​ເອົາ​ເມຍ​ນ້ອຍຫ້ອຍ​ເມຍ​ປາຍ​ ຖື​ວ່າ​ຜິດ​ກົດໝາຍ ​ເພາະ​ອະນຸດ​ມັດ​ໃຫ້​ເອົາ​ໄດ້​ພຽງ​ຜູ້​ດຽງ. ​ແຕ່​ກໍ​ມີ ບາງ​ເຜົ່າ​ທີ່​ມີ​ຮີດຄອງ​ປະ​ເພນີ​ສາມາດ​ເອົາ​ໄດ້​ຫຼາຍຄົນ.

ຄໍາວ່າ “ນ້ອຍ” ກົງກັນຂ້າມກັບ ຄໍາວ່າ “​ເມຍ​ຫຼວງ ຫຼື ​ເມຍ​ໃຫຍ່”. ອີກ​ຄວາມ​ໝາຍ​ນຶ່ງ ນ້ອຍ” ຍັງ​ໝາຍ​ເຖິງຄົນ, ສັດ ຫຼື ຕົ້ນ​ໄມ້​ໃບ​ຫຍ້າ ​ແລະ ສິ່ງ​ອື່ນໆ ທີ່​ມີ​ຂະໜາດບໍ່​ໃຫຍ່ ຫຼື ມີ​ຮູບ​ຮ່າງ​ບໍ່​ທຽບ​ເທົ່າ​ກັບ​ຢ່າງ​ອື່ນ, “ນ້ອຍ” ບາງ​ຄັ້ງ​ເອີ້ນ ກິ, ​ເອີ້ນ ກິດ ຫຼື ສັ້ນ ກໍ​ໄດ້ ​ເຊັ່ນ: ທ້າວ​ກິ (ຍ້ອນ​ຮູບ​ຮ່າງ​ເຕ້ຍ​ຕອນ​ເກີດ ຫຼື ອາ​ໄວ​ຍະ​ວະ​ເພດ​ສັ້ນ ຫຼື ນ້ອຍ), ຄວາຍ​​ເຂົາ​ກິ (​ເຂົາ​ສັ້ນ ຫຼື ບໍ່​ຍາວ​ທຽບ​ປົກກະຕິ), ​ໄມ້​ກິດ (​ໄມ້​ລໍາ​ສັ້ນ), ລົດ​ຮູບ​ຮ່າງ​ສັ້ນ ​ເປັນ​ຕົ້ນ.

ນ້ອຍ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່ານ້ອຍ”.

“ນ້ອຍ” (1. ຄໍານາມ) ​ເປັນ​ຄໍາ​ແທນ​ຊື່ ​ເດັກນ້ອຍ ຈະ​ເປັນ​ນາງ ຫຼື ທ້າວ​ກໍ່​ໄດ້ ​ເຊັ່ນ: ອີ່​ນ້ອຍ, ບັກ​ນ້ອຍ​.ເມຍ​ຄົນ​ທີ່​ສອງ​ຂຶ້ນ​ໄປ ຮຽກ ​ເມຍ​ນ້ອຍ​ ດັ່ງ​ວ່າ “​ເອົາ​​ເອື້ອຍ​ໄປ​ເປັນເມຍ​ນ້ອຍຮອງ​ຕີນ​ໃຊ້​ຊ່ວງ​ກໍ​ດີ​ດາຍ ​ເພື່ອນ​ພະເຈົ້າປ່າ​ໄມ້ ພໍ​ນ້ອງ​ປາກ​ຈາ​ແດ່​ແມ” (ສິນ). (2. ຄໍາກິລິຍາວິ​ເສດ) ບໍ່​ໃຫຍ່, ກິ, ກິດ, ສັ້ນ.

ຕົວຢ່າງ:

  • ​ພາຍຫຼັງ​ເລີກ​ຮຽນ, ໃນ​ໂຮງຮຽນ​ປະຖົມ​ເດັກນ້ອຍ​ທັງ​ຍິງ ​ແລະ ຊາຍ​ພາກັນ​ແລ່ນຫຼີ້ນຢ່າງ​ມ່ວນ​ຊື່ນ ​ແລະ ສົ່ງ​ສຽງ​ແຊວໆ.
  • ນາຍບ້ານ​​ໄດ້​​ເຮັດ​ບົດບັນ​ທຶນ​ ກໍລະນີ​ທີ່​ເມຍ​ຫຼວງ​ໄດ້​ມາ​ແຈ້ງ​ເອົາ​ຜິດ​ຜົວ​ຍ້ອນ​ໄປ​ມີ​ເມຍ​ນ້ອຍ ​ແລະ ​ເກີດ​ປາກ​ສຽງ​ຜິດ​ຖຽງ​ກັນ.
  • ຄວາຍ​ກິ ຊົນ​ກັບ​ຄວາຍ​ເຂົາ​ຍາວ ​​ໃນ​ໄລຍະ​ສັ້ນໆ ​ແລະ ຄວາຍ​ເຂົາ​ຍາວ​ຖືກ​ຊົນເຂົາ​ກິດ​ໄປ ​ເຮັດ​ໃຫ້​ແລ່ນໜີງ​ໄວວາ.

ສະຫຼຸບ.

ຄໍາວ່າ ນ້ອຍ ​ແມ່ນຄໍາ​ແທນ​ຊື່​ໃຊ້​ເອີ້ນ ​ເດັກນ້ອຍ ຫຼື ​ເອີ້ນຄົນ​ອາຍຸ​ອ່ອນ, ເຍົາ​ໄວ ສາມາດ​ໃຊ້​ຮຽກ​ທັງ​ຍິງ ​ແລະ ຊາຍ ດັ່ງ ອີ່​ນ້ອຍ, ນາງ​ນ້ອຍ, ບັກ​ນ້ອຍ, ທ້າວ​ນ້ອຍ (ບັກ​ຫໍາ​ ກະ​ວ່າ)​. ນ້ອຍ ຍັງ​ແມ່ນຊື່​ຮຽກ ​ເມຍ​ນ້ອຍ ຊຶ່ງ​ເປັນເມຍ​ຄົນ​ທີ່​ສອງ​ຂຶ້ນ​ໄປ ​ແຕ່​ບໍ່​ແມ່ນເມຍ​ຫຼວງ ຫຼື ​ເມຍ​ໃຫຍ່ ຊຶ່ງ​ເປັນ​ເມຍ​ຄົນ​ທໍາ​ອິດ. ນອກ​ຈາກ​ນີ້ “ນ້ອຍ” ​ແມ່ນ ກິ, ກິດ ຫຼື ສັ້ນ ນັ້ນ​ເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo