ຄໍາວ່າ “ສ້ອມແຊມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສ້ອມແຊມ” ມີຄວາມໝາຍແນວໃດ?

ຄໍາວ່າ “ສ້ອມແຊມ” ໝາຍເຖິງການສ້ອມແປງ ຫຼື ແປງ ວັດຖຸສິ່ງຂອງ, ເຮືອນຊານບ້ານຊ່ອງ, ອຸປະກອນ ເຄື່ອງໃຊ້ຕ່າງໆ ແລະ ສິ່ງອື່ນທີ່ເປ່ເພໃຫ້ດີຄືນ ຫຼື ໃຊ້ໄດ້ຄືນ ເຊັ່ນ: ການສ້ອມແຊມເຮືອນ, ຕືກອາຄານທີ່ ເສຍຫາຍຈາກພະຍຸ, ການສ້ອມແຊມຈັກລົດທີ່ເປ່ເພໃຫ້ດີ ແລະ ໃຊ້ໄດ້, ການສ້ອມແຊມເຄື່ອງໃຊ້ໄຟຟ້າ ໃຫ້ດີ ແລະ ຮັບປະກັນ. ຄໍາວ່າ “ສ້ອມແຊມ” ກົງກັນຂ້າມກັບຄໍາວ່າ “ມ້າງເພ, ທໍາລາຍ”

ການສ້ອມແຊມ ແມ່ນມີຫຼາຍຮູບແບບ ແລະ ນໍາໃຊ້ອຸປະກອນ, ວັດສະດຸ, ກໍາລັງຄົນກໍາລັງຊັບ ແຕກຕ່າງ ກັນໄປຂຶ້ນກັບເງື່ອນໄຂ ແລະ ສະພາບຂອງແຕ່ລະກໍລະນີ ດັ່ງ ການສ້ອມແຊມໂຮງໄຟຟ້ານິວເຄລຍ ອາດຫຍຸ້ງຍາກ ແລະ ອັນຕະລາຍ ການສ້ອມແຊມຈັກລົດແມ່ນງ່າຍກວ່າ ແລະ ບໍ່ອັນຕະລາຍ, ການ ສ້ອມແຊມເຮືອນໃຊ້ກໍາມະກອນ ແລະ ງົບປະມານນ້ອຍກວ່າການສ້ອມແຊມໂຮງງານ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສ້ອມແຊມ”.

“ສ້ອມແຊມ” (1. ຄໍາກິລິຍາ) ແປງ, ແປງຂອງເພໃຫ້ດີຄືນ.

ຕົວຢ່າງ:

  • ຫຼັງຈາກສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ໃນຫຼາຍປະເທດໄດ້ມີການສ້ອມແຊມເຮືອນຊານບ້ານ ຊ່ອງ ແລະ ໄດ້ມີການກໍ່ສ້າງໃໝ່ຈໍານວນຫຼາຍ.
  • ເຄື່ອງຈັກຕັດຫຍີບທີ່ເປ່ເພປະໄວ້ຫຼາຍໄດ້ຖືກສ້ອມແຊມໃຫ້ສາມາດໃຊ້ໄດ້ຄືນ ດ້ວຍຝີມືຊ່າງສ້ອມ ແປງເຄື່ອງຈັກທົ່ວໄປ.
  • ມື້ນີ້ນາຍຊ່າງແປງລົດຈັກ ສາມາດສ້ອມແຊມລົດໄດ້ຫຼາຍກວ່າ 10 ຄັນ ແລະ ເຮັດໃຫ້ລາວສາ ມາດສ້າງລາຍໄດ້ຫຼາຍພໍສົມຄວນ.

ສະຫຼຸບ.

ຄໍາວ່າ “ສ້ອມແຊມ” ແມ່ນການສ້ອມແປງ, ແປງ, ປົວແປງ ສິ່ງປຸກສ້າງເຮືອນຊານບ້ານຊ່ອງໂຮງຈັກໂຮງ ງານ ລວມທັງວັດຖຸສິ່ງຂອງອຸປະກອນເຄື່ອງໃຊ້ຕ່າງໆ ແລະ ກົນຈັກຕ່າງໆ ທີ່ຄົນເຮົາສ້າງຂຶ້ນ. ການສ້ອມ ແຊມ ໃຊ້ແຮງງານ, ວັດສະດຸ, ງົບປະມານ ແລະ ເວລາແຕກຕ່າງກັນໄປ ຕາມສະພາບຂອງສິ່ງນັ້ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo