ຄໍາວ່າ “ປະຊາຊົນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປະຊາຊົນ” ມີຄວາມໝາຍແນວໃດ?

ຄໍາວ່າ “ປະຊາຊົນ” ໝາຍເຖິງບັນດາຄົນ ຫຼື ໝູ່ພົນລະເມືອງ ຫຼື ລັດສະດອນ ຊຶ່ງນອນໃນປະຊາກອນ ຂອງໂລກ ໃນທຸກ ປະເທດ ທຸກບ້ານ ທຸກເມືອງລ້ວນແຕ່ມີປະຊາຊົນຂອງຕົນເອງ ແລະ ຖືກເອີ້ນກັນຕາມ ລັກສະນະຈຸດພິເສດ, ເຊື້ອຊາດ, ພຶດຕິກໍາຕ່າງໆ ເຊັ່ນ: ປະຊາຊົນລາວ, ປະຊາຊົນໄທ, ປະຊາຊົນຈີນ, ປະຊາຊົນກໍາປູເຈຍ, ປະຊາຊົນສິງກາໂປ, ປະຊາຊົນຊາວຜູ້ອອກແຮງງານ, ປະຊາຊົນຊາວພຸດ, ປະຊາ ຊົນຊາວຄຼິດສະຕຽນ ແລະ ອື່ນໆ.

ໃນລາວ, ໄທ ແລະ ຫຼາຍໆ ປະເທດ “ປະຊາຊົນ” ແມ່ນໝາຍເຖິງຜູ້ທີ່ບໍ່ເປັນຂ້າລັດສະການ ຫຼື ລັດຖະ ກອນ ທີ່ເຮັດວຽກໃຫ້ລັດຖະບານ ໝາຍຄວາມວ່າເປັນບຸກຄົນທີ່ເຮັດອາຊີບທົ່ວໄປ ດັ່ງ ອາຊີບຄ້າຂາຍ, ອາຊີບເຮັດນາ ເຮັດໄຮ່, ອາຊີບຊາວສວນ, ອາຊີບຊາວປະມົງ ເປັນຕົ້ນ. ໃນປະເທດລາວປະຈຸບັນ ແມ່ນ ລະປະຊາທິປະໄຕຂອງປະຊາຊົນ ຊຶ່ງເກີດຈາກການຕໍ່ສູ້ຂອງປະຊາຊົນ ທຸກຢ່າງແມ່ນເຮັດເພື່ອປະຊາຊົນ ບໍ່ມີເຈົ້າຊີວິດ ດັ່ງໃນເມື່ອກ່ອນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປະຊາຊົນ”.

“ປະຊາຊົນ” (1. ຄໍານາມ). ໝູ່ຄົນ, ໝູ່ພົນລະເມືອງ

ຕົວຢ່າງ:

  • ໃນປະເທດລາວ ປະຊາຊົນແມ່ນມີຫຼາຍເຜົ່າລວມເຂົ້າກັນ ແຕ່ລະເຜົ່າກໍມີວັດທະນາທໍາແຕກຕ່າງ ກັນອອກໄປ ດັ່ງດອກໄມ້ຫຼາຍສີເກີດຂຶ້ນໃນຕົ້ນດຽວກັນ.
  • ປະຊາຊົນຢູ່ປະເທດເປລູໄດ້ລູກຂຶ້ນປະທ້ວງກັນເປັນວົງກວ້າງ ເພາະບໍ່ພໍໃຈໃນຕົວປະທານນາທິບໍດີ.
  • ຂ້ອຍເປັນລັດຖະກອນສັງກັດຢູ່ກະຊວງຖະແຫຼງຂ່າວ ແລະ ວັດທະນາທໍາ ສ່ວນນ້ອງຊາຍເປັນປະ ຊາຊົນທໍາມະດາບໍ່ໄດ້ເປັນລັດຖະກອນ.

ສະຫຼຸບ.

ຄໍາວ່າ “ປະຊາຊົນ” ແມ່ນຄົນ, ໝູ່ພົນລະເມືອງ, ລັດສະດອນ ຂອງບ້ານ, ເມືອງ, ແຂວງ, ປະເທດ ຫຼື ທົ່ວໂລກ ຊຶ່ງການເອີ້ນຍັງຖືກແບ່ງຕາມສາດສະໜາ, ເຊື້ອຊາດ ແລະ ຕາມລັກສະນະຈຸດພິເສດ ອີກດ້ວຍ. ໃນຫຼາຍປະເທດ “ປະຊາຊົນ” ຍັງໝາຍເຖິງຜູ້ທີ່ບໍ່ໄດ້ເປັນລັດຖະກອນຂອງລັດຖະບານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo