ຄໍາວ່າ “ປະຕິເສດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປະຕິເສດ” ມີຄວາມໝາຍແນວໃດ?

ຄໍາວ່າ “ປະຕິເສດ” ໝາຍເຖິງການບໍ່ຍອມຮັບໃນສິ່ງໃດສິ່ງນຶ່ງ ສ່ວນໃຫຍ່ມັກຈະເຫັນໃນກໍລະນີມີການກະ ທໍາຜິດ ຂອງບຸກຄົນໃດນຶ່ງ ຫຼື ອົງກອນໃດນຶ່ງ ເຊັ່ນ: ປະຕິເສດວ່າລັກເງິນ, ປະຕິເສດວ່າຮັບສິນບົນ, ປະ ຕິເສດວ່າອົງກອນວາງນະໂຍບາຍຜິດ, ປະຕິເສດວ່າບໍ່ໄດ້ລະເມີດກົດໝາຍ, ປະຕິເສດຂໍ້ກ່າວຫາ, ປະຕິ ເສດການຕັດສິນຂອງສານ, ປະຕິເສດຄວາມຮັກ, ປະຕິເສດຂໍ້ກ່າວຫາ ແລະ ອື່ນໆ.

ເວົ້າອີກຢ່າງນຶ່ງ “ປະຕິເສດ” ແມ່ນການຕິວ່າບໍ່ຮູ້ບໍ່ເຫັນ, ບໍ່ມີສ່ວນຮ່ວມ ຫຼື ບໍ່ໄດ້ເອົາ ເຊັ່ນ: ປະຕິເສດວ່າ ບໍ່ເຫັນໄດ້ເອົາເງິນ, ປະຕິເສດວ່າບໍ່ມີສ່ວນຮ່ວມໃນການກະທໍາຜິດ, ປະຕິເສດບໍ່ຮູ້ບໍ່ເຫັນຫົວໜ້າກະທໍາຜິດ ເປັນຕົ້ນ. “ປະຕິເສດ” ຍັງໝາຍເຖິງຫ້າມ ດັ່ງ ນາຍບອກລູກນ້ອງປະຕິເສດບໍ່ຮັບຂອງຂວັນຈາກນັກທຸລະ ກິດ, ເຈົ້າໜ້າທີ່ສັ່ງລູກນ້ອງປະຕິເສດການກະທໍາຜິດທຸກຢ່າງ. ຄໍາວ່າ “ປະຕິເສດ” ກົງກັນຂ້າມກັບ ຄໍາວ່າ “ຍອມຮັບ, ຮູ້ເຫັນ, ເອົາ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປະຕິເສດ”.

“ປະຕິເສດ” (1. ຄໍາກິລິຍາ) ບໍ່ຍອມຮັບ, ບໍ່ຮູ້ເຫັນ, ຫ້າມ, ບໍ່ເອົາ.

 

ຕົວຢ່າງ:

  • ເຈົ້າໜ້າທີ່ຈາລະຈອນປະຕິເສດຮັບເງິນຈາກຄົນກະທໍາຜິດການຈາລະຈອນ. ແຕ່ໄດ້ອອກໃບສັ່ງ ແທນ.
  • ຜູ້ບັນຊາການສັ່ງໃຫ້ເຈົ້າໜ້າທີ່ຕໍ່າຫຼວດປາບປາມຢາເສບຕິດທຸກຄົນໃຫ້ປະຕິເສດທຸກການກະທໍາ ທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ, ຖ້າພົບເຫັນຈະຖືກວິໃນຕາມກົດໝາຍ.
  • ລູກນ້ອຍປະຕິເສດການປ້ອນເຂົ້າຂອງແມ່ ເພາະຄັດຢາກກິນເຂົ້າໜົມແທນ ແລະ ເຮັດໜ້າບູດບື້ງ ຂັດຢູ່ແນວນັ້ນ.

ສະຫຼຸບ.

ຄໍາວ່າ “ປະຕິເສດ” ແມ່ນການບໍ່ຍອມຮັບໂດຍສະເພາະແມ່ນການກະທໍາຜິດ ຫຼື ບໍ່ພໍໃຈ ຕໍ່ກັບຄວາມ ຕ້ອງການຂອງຕົນ ຫຼື ອົງກອນ. “ປະຕິເສດ” ແມ່ນການບໍ່ຮູ້ ບໍ່ເຫັນ ບໍ່ໄດ້ຮ່ວມ, ບໍ່ໄດ້ເອົາ ສິ່ງໃດນຶ່ງ. ນອກຈາກນັ້ນ “ປະຕິເສດ” ຍັງແມ່ນການຫ້າມຮັບເອົາ ຫຼື ຫ້າມຮັບຮູ້ ຫຼື ຫ້າມເຮັດແນວໃດແນວນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo