ຄໍາວ່າ “ສົ້ມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສົ້ມ” ມີຄວາມໝາຍແນວໃດ?

ຄໍາວ່າ “ສົ້ມ” ໝາຍເຖິງສິ່ງທີ່ມີລົດຊາດສົ້ມ ຫຼື ສານສົ້ມ ຊຶ່ງເປັນລົດຢ່າງນຶ່ງກົງກັນຂ້າມກັບຫວານ ມີທັງ ອາຫານທີ່ຄົນເຮັດຂຶ້ນໄດ້ແກ່ ສົ້ມປາ, ສົ້ມຜັກ, ສົ້ມໝູ, ນໍ້າສົ້ມ, ນົມສົ້ມ ແລະ ອື່ນໆ. ນອກນັ້ນ, ຍັງມີຫີນ ສົ້ມທີ່ເປັນສານສົ້ມ ເພື່ອໃຊ້ໃນອຸດສາຫະກໍາ. “ສົ້ມ” ຍັງແມ່ນຊື່ຕົ້ນໄມ້ບາງແນວ ແລະ ໃຊ້ເອີ້ນຕົ້ນໄມ້ໃບ ຫຍ້າທີ່ມີລົດສົ້ມ ດັ່ງ ສົ້ມກົບແມ່ນຕົ້ນໄມ້ແນວນຶ່ງເປັນໄມ້ຂະໜາດກາງໃຊ້ເຮັດຕູ້, ໂຕະໄດ້ດີເນື້ອເບົາ. ສົ້ມ ສ້ຽວແມ່ນຕົ້ນໄມ້ແນວນຶ່ງໃບແກວກມີລົດສົ້ມດອກສີແຫຼ້. ສົ້ມປ່ອຍແມ່ນເຄືອໄມ້ແນວນຶ່ງໃບເປັນແຫລບມີລົດ ສົ້ມ. ສົ້ມພໍດີແມ່ນຜັກແນວນຶ່ງເປັນຕົ້ນຄືຕົ້ນປໍມີລົດສົ້ມ. ສົ້ມລົມແມ່ນໄມ້ເຄືອແນວນຶ່ງໝາກເປັນຝັກທາງໃນ ມີມຸ່ນໃບ ແລະ ໝາກມີລົດ ສົ້ມ. ສົ້ມໂອແມ່ນຕົ້ນໄມ້ແນວນຶ່ງໜ່ວຍເປັນຂົນຍາວມີລົດສົ້ມ ແລະ ອື່ນໆ.

ນອກຈາກນີ້, “ສົ້ມ” ຍັງແມ່ນຊື່ຂອງໂຕມົດທີ່ມີຕົນໂຕສີແດງ ແລະ ມີລົດສົ້ມ ເອີ້ນມົດສົ້ມ (ມົດແດງກໍວ່າ), ມົດສົ້ມມັກເຮັດຮັງຢູ່ເທິງຕົ້ນໄມ້ດ້ວຍການເອົາໃບໄມ້ມາຫຍິບດ້ວຍໄຍຄ້າຍໃຍແມງມູມ ເພື່ອໃຫ້ໃມ້ຕິດກັນ ສາມາດກັນຝົນ, ກັນແດດ ແລະ ສ້າງຄວາມອົບອຸ່ນໃຫ້ແກ່ການວາງໄຂ່ໄດ້. ມົດສົ້ມ ແລະ ໄຂ່ຂອງມັນ ເປັນທີ່ນິຍົມກັນນໍາມາພໍລິໂພກ ເພາະມີລົດຊາດແຊບດີ ເປັນຕົ້ນແມ່ນນໍາມາໃສ່ແກງປາ, ຂົ້ວໄຂ່ມົດສົ້ມ, ເອາະໄຂ່ມົດສົ້ມໃສ່ໄຂ່, ກ້ອຍໄຂ້ມົດສົ້ມ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສົ້ມ”.

“ສົ້ມ” (1. ຄໍານາມ) ອາຫານທີ່ມີລົດສົ້ມ ດັ່ງ ສົ້ມປາ ສົ້ມຜັກ ເປັນຕົ້ນ. ມົດແນວນຶ່ງຕົວແດງ ແລະ ມີ ລົດສົ້ມ ເອີ້ນມົດສົ້ມ ຫຼື ມົດແດງ. (2. ຄໍາກິລິຍາວິເສດ) ລົດຢ່າງນຶ່ງກົງກັນຂ້າມກັບຫວານ.

ຕົວຢ່າງ:

  • ສົ້ມປາໂດ ເປັນສົ້ມປາທີ່ຄົນນິຍົມກັນກິນຫຼາຍ ເພາະມີເນື້ອຊີ້ນທີ່ແໜ້ນ, ຫັນດີ ແລະ ມີລົດຊາດດີ.
  • ສົ້ມພໍດີສາມາດນໍາມາແກງໃສ່ປາກໍໄດ້, ເຮັດນໍ້າສົ້ມກໍດີ ແລະ ມີຄຸນຄ່າທາງດ້ານໂພສະນາການ ອີກດ້ວຍ.
  • ມື້ວານຊື້ໄຂ່ມົດສົ້ມຈານນຶ່ງ 10 ພັນກີບ ເພື່ອເຮັດກ້ອຍກິນໄຂ່ມົດສົ້ມແຊບຫຼາຍເສຍດາຍທີ່ມີນ້ອຍ ໂພດ.

ສະຫຼຸບ.

ຄໍາວ່າ “ສົ້ມ” ແມ່ນລົດຊາດສົ້ມ ຫຼື ສິ່ງທີ່ສົ້ມເປັນລົດຊາດກົງກັນຂ້າມກັບລົດຫວານມີທັງອາຫານທີ່ຄົນເຮັດ ຂຶ້ນ, ແມ່ນລົດຊາດສົ້ມທີ່ເກີດຈາກທໍາມະຊາດ ດັ່ງຕົ້ນໄມ້ໃບຫຍ້າຕ່າງໆ, ໝາກໄມ້ ເປັນຕົ້ນ. “ສົ້ມ” ຍັງ ແມ່ນຊື່ຕົ້ນໄມ້ບາງແນວອີກດ້ວຍ. ນອກຈາກນີ້, “ສົ້ມ” ຍັງແມ່ນຊື່ໂຕມົດສົ້ມ ຫຼື ມົດແດງ ເພາະຕົນໂຕ ມີສີແດງ ແລະ ມີລົດຊາດສົ້ມ, ມີໄຂ່ຂາວດັ່ງເມັດເຂົ້າສານ ແລະ ເປັນທີ່ນິຍົມນໍາໄປປູງອາຫານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo