ຄໍາວ່າ “ຕີ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕີ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕີ” ແມ່ນການກົດລົງ ດັ່ງ ຕີພີມ ຫຼື ດິດພີມ, ຕີຕາ ແມ່ນເອົາກາຈໍ້າລົງໃສ່ແຜ່ນເຈ້ຍ ຫຼື ໜັງສືສໍາຄັນ ຫຼື ໝາຍໄວ້ເປັນສໍາຄັນ. “ຕີ” ຍັງແມ່ນການຟາດລົງໃສ່ ຫຼື ທຸບລົງໃສ່ດ້ວຍໄມ້, ແສ້, ຄ້ອນ ຫຼື ສິ່ງ ຂອງໃດນຶ່ງ ເຊັ່ນ: ຕີກອງ, ຕີຄ້ອງ, ຕີແສ່ງ, ຕີລະນາດ, ຕີເຂົ້າ, ຕີລູກດ້ວຍແສ້, ຕີມີດ, ຕີພ້າ, ຕີຂວານ, ຕີສິ່ວ, ຕີຈົກ, ຕີຕະປູ ເປັນຕົ້ນ.

ນອກຈາກນີ້, “ຕີ” ຍັງໝາຍເຖິງການສູ້ຮົບຕົບຕີ ຊຶ່ງແມ່ນການເຮັດສົງຄາມ, ຍາດແຍ່ງ ຫຼື ຂ້າຟັນລັນແທງ ກັນ ເພື່ອສິ່ງໃດນຶ່ງ ເຊັ່ນ: ຕີເສິກ, ຕີສັດຕູ, ຕີຄູ່ຕໍ່ສູາ, ຕີໃຫ້ແຕກ, ຕີໂມຍ, ຕີກັນ, ຕີໄກ່. ພ້ອມນັ້ນ, “ຕີ” ຍັງໝາຍເຖິງການຕີຄວາມ ຊຶ່ງເປັນການແປຄວາມໝາຍ ຫຼື ທ່າທີ ຫຼື ສິ່ງທີ່ຕ້ອງການເຮັດຕ້ອງ, ຕ້ອງການ ສື່ສານ. “ຕີ” ຍັງແມ່ນການຕີຄ່າ, ຕີລາຄາ ເພື່ອປະເມີນວ່າແພງ ຫຼື ຖືກສໍ່າໃດ ເຊັ່ນ: ຕີມູນຄ່າຊັບສິນ, ຕີ ລາຄາລົດ ແລະ ອື່ນໆ. ແຕ່ຖ້າຕີເຜີ້ງ ແມ່ນການເອົາເຜີ້ງ, ຕີຫຼັງກາແມ່ນການປີ້ນຫຼັງກາ ແລະ ຕີສະນິດ ແມ່ນການທໍາທ່າເຮັດໄກ້ສິດ,

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕີ”.

“ຕີ” (1. ຄໍາກິລິຍາ) ຟາດລົງ, ທຸບລົງ. ຮົບ. ທໍາໃຫ້ແຕກ. ແປຄວາມໝາຍ. ກໍານົດລາຄາ. ມາຈາກ ຕີ ໃນພາສາປາລີແປວ່າ ສາມ ໃຊ້ນໍາໜ້າຄໍາອື່ນ ດັ່ງ ຕີຈີວອນຜ້າສາມຜືນ, ຕີຄູນ ສາມທໍ່ ອື່ນໆ.

ຕົວຢ່າງ:

  • ຄົນສະໄໝກ່ອນຕີເຂົ້າດ້ວຍຄ້ອນຟາດເຂົ້າເຮັດເຂົ້າໃສ່ແປ້ນຕີເຂົ້າ, ແຕ່ປະຈຸບັນຕີເຂົ້າດ້ວຍການ ເອົາລົດປັ່ນເຂົ້າເຮັດໃຫ້ແລ້ວໄວກວ່າ.
  • ປະເທດລັດເຊຍ ແລະ ຢູເຄຼນຕີກັນ ເຮັດໃຫ້ລາຄານໍ້າມັນ ແລະ ລາຄາຄໍາສູງຂຶ້ນຢ່າງວ່ອງໄວ. ສາເຫດແມ່ນປະເທດຢູເຄນຝັກໄຝ່ ແລະ ຕ້ອງການເປັນສະມາຊິກນາໂຕ ຊຶ່ງລັດເຊຍຕີຄວາມວ່າ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງເຂົາເຈົ້າ.

ສະຫຼຸບ.

ຄໍາວ່າ “ຕີ” ໝາຍເຖິງການກົດລົງ, ຟາດລົງໃສ່ ຫຼື ທຸບລົງໃສ່ດ້ວຍສິ່ງໃດນຶ່ງ ດັ່ງ ໄມ້,ແສ້, ຄ້ອນ ຫຼື ສິ່ງ ຂອງໃດນຶ່ງ. ນອກຈາກນີ້, “ຕີ” ຍັງແມ່ນການສູ້ຮົບກັນ ເພື່ອຍາດແຍ່ງສິ່ງໃດນຶ່ງ. ພ້ອມນັ້ນ, “ຕີ” ຍັງແມ່ນການຕີຄວາມ ຫຼື ແປຄວາມໝາຍ. “ຕີ” ຍັງໝາຍເຖິງການຕີຄ່າ, ຕີລາຄາ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo