ຄໍາວ່າ “ສົບ” ແລະ “ປາກ” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ສົບ” ແລະ “ປາກ”

ຄຳວ່າ “ສົບ” ແລະ “ປາກ” ເຖິງວ່າການອອກສຽງຈະແຕກຕ່າງກັນແຕ່ມີຄວາມໝາຍຄືກັນ ແລະ ມີທັງຕ່າງກັນ ຂຶ້ນກັບການໃຊ້ໃນແຕ່ລະປະໂຫຍກ ຊຶ່ງລາຍລະອຽດແມ່ນດັ່ງລຸ່ມນີ້:

ຄໍາວ່າ “ສົບ” ແມ່ນມີຄວາມໝາຍຄືກັນກັບ “ປາກ” ຊຶ່ງໝາຍເຖິງຮີມປາກທັງສອງ ຊຶ່ງແມ່ນປ່ອງສໍາລັບເອົາອາຫານປ່ອນເຂົ້າເພື່ອກິນ ແລະ ດື່ມຂອງຄົນ ແລະ ສັດ. ນອກນັ້ນ, ຍັງສາມາດໃຊ້ເອີ້ນ ສົບແມ່ນໍ້າ ຫຼື ປາກແມ່ນໍ້າກໍໄດ້ ຊຶ່ງແມ່ນບ່ອນສາຍນໍ້າໄປປ່ອງກັນ ເຊັ່ນ: ປາກເຊ, ປາກຊັນ, ປາກກະດິງ, ປາກທາ, ປາກແຊງ, ສົບນໍ້າຕຸດ, ສົບ ນໍ້າເຮ້ຍ, ສົບນໍ້າມອງ ຫຼື ປາກມອງ. “ສົບ” ຍັງແມ່ນສົບໄຖ ທີ່ເຮັດຈາກເຫຼັກ ຫຼື ຢ່າງອື່ນ. “ສົບ” ຍັງໝາຍເຖິງຄົນ ຕາຍ ຫຼື ຂອນຜີ. ນອກນັ້ນ, “ສົບ” ຍັງໝາຍເຖິງປະສົບພົບພໍ້ ຫຼື ຈວບ ອີກດ້ວຍ.

ຄໍາວ່າ “ປາກ” ກໍມີຄວາມໝາຍຄືກັນກັບ “ສົບ” ເຊັ່ນກັນ ຊຶ່ງແມ່ນປ່ອງ ຫຼື ຮູເອົາອາຫານປ່ອນເຂົ້າເພື່ອກິນ ແລະ ດື່ມເຊັ່ນ: ປາກຄົນ, ປາກນົກ, ປາກງົວ ເປັນຕົ້ນ. “ປາກ” ຍັງໃຊ້ເອີ້ນປ່ອງສິ່ງຂອງຕ່າງໆ ເປັນຕົ້ນ ປາກບໍ່,ປາກ ນໍ້າສ້າງ, ປາກໝໍ້, ປາກຂວດ ແລະ ອື່ນໆ.

SA Game
DooDiDo

“ປາກ” ຍັງແມ່ນບ່ອນເລີ່ມຕົ້ນ ຫຼື ສິ້ນສຸດ ດັ່ງ ປາກທາງ, ປາກອ່າວ, ປາກດົງ, ປາກແມ່ນໍ້າ, ປາກເຊ ເປັນຕົ້ນ. ນອກຈາກນີ້, “ປາກ” ຍັງໝາຍເຖິງການເວົ້າການຈາ ຫຼື ຄໍາ. ການປາກ ຊຶ່ງສະແດງໃຫ້ເຫັນເຖິງອາລົມ ຫຼື ພຶດຕິກໍາການຕ່າງໆ ເຊັ່ນ: ປາກຮ້າຍ, ປາກມ່ວນ, ປາກຫວານ ຫຼື ປາກນົວຫົວມ່ວນ, ປາກສັ່ນໆ, ປາກຈັດ “ປາກ” ເມື່ອນໍາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປເຊັ່ນ: ປາກງ່າມແມ່ນໄມ້ງາມ, ປາກໝອງ ແມ່ນທຸກຍາກ, ປາກກັດຕີນຖີບ ແມ່ນສູ້ຊີວິດ ເຮັດວຽກດ້ວຍຄວາມເອົາໃຈໃສ່ ແລະ ລົ້ມລຸກຄຸກຄານ, ປາກກັບໃຈບໍ່ຕົງກັນ ແມ່ນເວົ້າໃນສິ່ງທີ່ບໍ່ເຮັດ, ມືຖືສາກປາກຖືສິນ ແມ່ນຄົນໜ້າໄຫວ້ຫຼັງຫຼອກ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າສົບ”.

“ສົບ” (1. ຄໍານາມ) ຮີມປາກທັງສອງ, ປາກ, ປາກນໍ້າ, ບ່ອນນໍ້າໄຫຼຕົກ. ສົບໄຖແມ່ນເຫຼັກ ຫຼື ຂອງຫຼໍ່ສົບໃສ່ໄຖ ສໍາລັບໄຖນາ. ຊາກຄົນຕາຍ, ຂອນຜີ. (2. ຄໍາກິລິຍາ) ສູບ. ພົບພໍ້, ຈວບ, ປະສົບ.

ຕົວຢ່າງ:

  • ສົບໄກ່ແມ່ນທາດຫີນເຂົາ ຊຶ່ງແຂງ ແລະ ແຫຼມພໍສົມຄວນ ເວລາຖືກມັນຈິກ ຫຼື ຕອດແຮງໆ ເຮັດໃຫ້ເຈັບ ພໍສົມຄວນ.
  • ປີ້ງສົບໂຕເປັດ ເມື່ອນໍາມາກິນ ບາງຄົນກໍວ່າແຊບ, ບາງຄົນກໍວ່າບໍ່ແຊບ, ບາງຄົນກໍວ່າກິນຍາກ ເວົ້າລວມ ແລ້ວຂຶ້ນກັບຜູ້ມັກ.

ຄວາມໝາຍຄຳວ່າປາກ”.

“ປາກ” (1. ຄໍານາມ) ສົບ, ປ່ອງສໍາລັບກິນອາຫານ. ປ່ອງແຫ່ງຂອງຕ່າງໆ ດັ່ງປາກສ້າງ, ປາກໝໍ້ ເປັນ ຕົ້ນ. ຕົ້ນທາງ ຮຽກປາກທາງ. ຕົ້ນທະເລບ່ອນເປັນແງ່ເຂົ້າມາ ຮຽກປາກອ່າວ, ປາກແມ່ນໍ້າບ່ອນໄຫຼຕົກເອີ້ນ ປາກນໍ້າ, ຕົ້ນທາງບ່ອນເຂົ້າດົງ ຮຽກປາກດົງ, ຮຽກແຫວ່າປາກ ດັ່ງ ແຫປາກນຶ່ງ. ຈໍານວນຮ້ອຍ (ຄໍານີ້ ເດີມມາຈາກພາສາຈີນວ່າ ແປະ ປັ໊ກ ແລ້ວມາເປັນປາກ ແຕ່ບູຮານໃຊ້ເປັນນາມຕໍ່າແໜ່ງຂອງນາຍທະຫານ ຄື ເມືອງປາກ ທໍ່ກັບນາຍຮ້ອຍ ຫຼື ບັງຄັບພົນໄດ້ຮ້ອຍນຶ່ງ ເມືອງແພນ ທໍ່ກັບນາຍພັນ). (2. ຄໍາກິລິຍາ) ເວົ້າ, ຈາ, ເຈລະຈາ.

ຕົວຢ່າງ:

  • ຜູ້ສາວແຕ່ງຕົວງາມຫຼາຍ ຫຼຽວເບີ່ງປາກທາດ້ວຍລີບສະຕິກແດງ, ທາເຂົ້າແປ້ງເຮັດໜ້າໃສ,  ແຕ້ມຄິ້ວກົ່ງ ວົງເດືອນ ແລະ ໃສ່ນໍ້າຫອມມາແຕ່ປະເທດຝລັ່ງ.
  • ປາກແກ້ວເບຍລາວອັດດ້ວຍຝາເຫຼັກຮອງຢາງທາງໃນທີ່ໄດ້ມາດຕະຖານ ເພື່ອຮັກສາລົດຊາດ ແລະ ບໍ່ໃຫ້ ເສຍຄຸນ.

ສະຫຼຸບ.

ຄໍາວ່າ “ສົບ” ມີຄວາມໝາຍຄືກັນກັບ “ປາກ” ຫຼື ຮີມປາກ, “ສົບ” ແລະ “ປາກ” ຍັງສາມາດໃຊ້ເອີ້ນແທນກັນໄດ້ ດັ່ງເອີ້ນ ປາກນໍ້າ ຊຶ່ງບ່ອນນໍ້າໄຫຼຕົກໃສ່ກັນ. “ສົບ” ຍັງໝາຍເຖິງສົບໄຖທີ່ເຮັດຈາກເຫຼັກ ຫຼື ຂອງຫຼໍ່ສົບໃສ່ໄຖ ສໍາລັບໄຖນາ. “ສົບ” ຍັງແມ່ນຊາກສົບຄົນຕາຍ ຫຼື ເອີ້ນຂອນຜີ. ພ້ອມກັນນັ້ນ, “ສົບ” ຍັງແມ່ນການພົບພໍ້ ຫຼື ປະ ສົບພົບພໍ້ກັນ ຫຼື ປະສົບພົບພໍ້.

ຄໍາວ່າ “ປາກ” ມີຄວາມໝາຍຄືກັນກັບ “ສົບ” ໝາຍເຖິງປາກຂອງຄົນ ຫຼື ສັດ ເປັນບ່ອນເອົາອາຫານເຂົ້າເພື່ອກິນ ແລະ ດື່ມ, “ປາກ” ໝາຍເຖິງປ່ອງຕ່າງໆ ດັ່ງ ປາກຖໍ້າ, ປາກນໍ້າສ້າງ ເປັນຕົ້ນ. “ປາກ” ຍັງໃຊ້ເອີ້ນຕົ້ນທາງ ຫຼື ບ່ອນສິ້ນສຸດທາງ ເຊັ່ນ: ປາກຮ່ອມ, ປາກທາງ.  ນອກຈາກນີ້, “ປາກ” ຍັງໝາຍເຖິງການເວົ້າການຈາ, ການໂອ້ການລົມ ຫຼື ການເຈລະຈາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo