ຄໍາວ່າ “ກໍ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກໍ່” ມີຄວາມໝາຍແນວໃດ?

ຄໍາວ່າ “ກໍ່” ແມ່ນຊື່ຕົ້ນໄມ້ແນວນຶ່ງ ເອີ້ນ ຕົ້ນກໍ່ ຫຼື ຕົ້ນໝາກກໍ່ ເປັນຕົ້ນໄມ້ເນື້ອແຂງ ແລະ ແກ່ນຫຼາຍ ມອດບໍ່ສາມາດກິນໄດ້ ດັ່ງນັ້ນຄົນຈິ່ງນິຍົມນໍາມາໃຊ້ສອຍ ເປັນຕົ້ນ ເຮັດເສົາເຮືອນ, ຝາເຮືອນ, ແປ້ນເຮືອນ, ໄມ້ຂື່ ແລະ ອື່ນໆ. ໄມ້ກໍ່ຍັງນິຍົມນໍາມາເຮັດຟຶນເພາະດັງໄຟດີໃຫ້ຄວາມຮ້ອນສູງ, ກຸ້ມດົນ, ຖ່ານດີ ແລະ ບໍ່ມີຄວັນ. ຕົ້ນໝາກກໍ່ໃນປະເທດລາວສາມາດພົບເຫັນໄດ້ທົ່ວໄປຕາມພູດອຍເຂດແຂວງພາກເໜືອລາວ.

ຕົ້ນກໍ່ໃຫ້ໝາກເອີ້ນວ່າ ໝາກກໍ່ ເປັນໝາກໄມ້ທີ່ມີເປືອກຫຸ້ມໜ່ວຍເປັນໜາມເວລາແກະອອກແລ້ວຈະມີ ໜ່ວຍມົນ ແລະ ມີເປືອກແຂງ ຊຶ່ງຖ້າເຮົານໍາໄປທັບໃຫ້ແຕກອອກຈະມີນວນສີຂາວຢູ່ທາງໃນສາມາດກິນໄດ້ ລົດຊາດສີມັນໆ. ໝາກກໍ່ມີຫຼາຍແນວ ມີຂະໜາດແຕກຕ່າງກັນໄປ ດັ່ງໜ່ວຍມົນໆນ້ອຍໆເປືອກແຂງ, ໜ່ວຍ ມົນໆຂະໜາດໃຫຍ່ເທົ່າຫົວໂປ້ມືບາງແນວເປືອກແຂງຫຼາຍ ບາງແນວເປືອກບໍ່ແຂງປານໃດ, ໜ່ວຍບໍ່ມົນ ປານໃດຢາກເປໆນ້ອຍນຶ່ງເປືອກແຂງຫຼາຍຈົນໄດ້ໃຊ້ຄ້ອນທຸບ ຫຼື ເອົາຄີມໜີບໃຫ້ແຕກ ເພື່ອເອົາໃນໄປກິນ. ໃນແກ່ນໝາກກໍ່ສາມາດກິນດີບ ຫຼື ສຸກກໍໄດ້, ຖ້າກິນສຸກແມ່ເອົາແກ່ນໝາກກໍ່ໄປຂົ້ວ, ໜຶ້ງ, ຕົ້ມ ຫຼື ໝົກຂີ້ ເທົ່າກໍໄດ້. “ກໍ່” ຍັງແມ່ນຊື່ເຫັດກໍ່ ຊຶ່ງເປັນເຫັດທີ່ເກີດຂຶ້ນຢູ່ບໍລິເວນຕົ້ນກໍ່ນັ້ນເອງ.

SA Game
DooDiDo

ນອກຈາກນີ້, “ກໍ່” ຍັງໝາຍເຖິງເລີ່ມຕົ້ນ, ຕັ້ງເຄົ້າໃໝ່ເພື່ອເຮັດສິ່ງໃດສິ່ງນຶ່ງ ດັ່ງການສ້າງສາເຊັ່ນ: ກໍ່ເກີດ, ກໍ່ເນື້ອສ້າງຕົນ, ກໍ່ແຮກແມ່ນຕັ້ງຕົ້ນໃໝ່ ຫຼື ເປັນຂຶ້ນທໍາອິດ, ກໍ່ບ້ານສ້າງເມືອງ, ກໍ່ກໍາເນີດຊາດ, ກໍ່ຕັ້ງພັກ, ກໍ່ຕັ້ງປະເທດ ເປັນຕົ້ນ. “ກໍ່” ຍັງແມ່ນການຕັ້ງຕົ້ນສານສິ່ງໃດນຶ່ງດ້ວຍໄມ້, ໄໝ ຫຼື ສາຍເອັນຕ່າງໆ ເຊັ່ນ: ກໍ່ກົ້ນສານກະບຸງ, ກໍ່ສານກະຕ່າ, ກໍ່ກົ້ນສານກະຢັງ, ກໍ່ຕີນເຫຼົ້າເຂົ້າ, ກໍ່ຈອມແຫ ແລະ ອື່ນໆ. ນອກນັ້ນ ຍັງມີຄໍາເວົ້າກ່ຽວກັບ ກໍ່ ອີກດັ່ງ “ປີນີ້ກໍ່ກົ້ນໄວ້ປີໜ້າ ຈຶ່ງຄ່ອຍສານ”. “ກໍ່” ຍັງໝາຍເຖິງການກໍ່ສ້າງເພື່ອ ເຮັດຮົ້ວ, ເຮືອນ, ຫ້າງຮ້ານ, ອາຄານ, ທາດ ດ້ວຍວັດສະດຸຕ່າງໆ ເຊັ່ນ: ດິນຈີ່, ມອນ ຫຼື ອິດ, ດິນບ໊ອກ ທີ່ເຮັດຈາກຊີມັງ, ຫີນ, ຊາຍ ແລະ ອື່ນໆ, “ກໍ່” ເມື່ອນໍາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປ ເປັນຕົ້ນ ກໍ່ຊໍ່ ແມ່ນອາການນັ້ງ ຫຼື ຢືນເຮັດຫຼັງຂົດໆ, ກໍ່ສ້າງ ແມ່ນສ້າງແປງ ຫຼື ທໍມາຫາກິນ, ກໍ່ຕໍ່ ແມ່ນອາການແຫ່ງຂອງທີ່ພົ້ນອອກສັ້ນໆ, “ກໍ່” ຍັງແມ່ນການສ້າງ ຫຼື ກໍ່ເຫດ ດັ່ງ ກໍ່ການຮ້າຍ, ກໍ່ວິ ນາດສະກຳ, ກໍ່ເລື່ອງ, ກໍ່ກໍາທໍາເຂັນ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກໍ່”.

“ກໍ່” (1. ຄໍານາມ) ຊື່ຕົ້ນໄມ້ແນວນຶ່ງໜ່ວຍນ້ອຍມົນນວນທາງໃນມີລົດມັນ, ຊື່ເຫັດແນວນຶ່ງ ຊຶ່ງເກີດໃນຮົ່ມ ຕົ້ນກໍ່ ເອີ້ນ ເຫັດກໍ່. (2. ຄໍາກິລິຍາ) ຕັ້ງຕົ້ນ, ຕັ້ງເຄົ້າໃໝ່, ສ້າງສາ, ຕັ້ງຕົ້ນສານສິ່ງໃດນຶ່ງ, ເອົາຫີນ ຫຼື ດິນຈີ່ຕັ້ງລຽນກັນຂຶ້ນ (ກໍ່ທາດ). ກໍ່ຊໍ່ ແມ່ນອາການນັ້ງ ຫຼື ຢືນເຮັດຫຼັງຂົດໆ. ກໍ່ສ້າງ ແມ່ນສ້າງແປງ ຫຼື ທໍມາຫາກິນ, ກໍ່ຕໍ່ ແມ່ນອາການແຫ່ງຂອງທີ່ພົ້ນອອກສັ້ນໆ.

ຕົວຢ່າງ:

  • ຕັດຕົ້ນໄມ້ກໍ່ໄປເຮັດຫຍັງ? ເອົາໄປເຮັດເສົາຖຽງນາບໍ່ ຫຼື ຊິເອົາໄປຕັດເປັນທ່ອນເຮັດຟືນດັງໄຟ.
  • ໝາກກໍ່ໃຫຍ່ຂົ້ວກິນຫອມກວ່າຕົ້ມ ເພາະເຮັດໃຫ້ເສຍລົດຊາດ, ໝາກກໍ່ໃຫຍ່ ຖ້າຢູ່ປະເທດໄທ ແມ່ນເອີ້ນ ເກົາລັດ.
  • ການກໍ່ກໍາເນີດລັດທິຕ່າງໆແມ່ນມີທີ່ມາທີ່ໄປ ໂດຍອີງໃສ່ສະພາບແວດລ້ອມຂອງສັງຄົມ ແລະ ເງື່ອນ ໄຂຕ່າງໆທີ່ເໝາະສົມ ຈິ່ງກໍ່ເກີດໄດ້.
  • ການສານແຫແມ່ນມີຫຼາຍຂັ້ນຕອນຫຍຸ້ງຍາກ ແລະ ແຕກຕ່າງກັນໄປ ແຕ່ທັງໝົດແມ່ນຕ້ອງໄດ້ກໍ່ ຈອມແຫກ່ອນໝູ່.
  • ການກໍ່ຮົ້ວດ້ວຍດິນຈີ່ແມ່ນແໜ້ນໜາຖາວອນກວ່າການເອົາດິນບ໊ອກໄປກໍ່ ແຕ່ຕ້ອງໃຊ້ເວລາ ແລະ ງົບປະມານຫຼາຍກວ່າ ລວມທັງຄ່າຊ່າງ.

ສະຫຼຸບ.

ຄໍາວ່າ “ກໍ່” ແມ່ນຊື່ຕົ້ນກໍ່ ຫຼື ຕົ້ນໝາກກໍ່ ເປັນໄມ້ແນວນຶ່ງຕົ້ນໃຫຍ່ ສາມາດນໍາມາໃຊ້ສອຍໄດ້ຫຼາຍຢ່າງ ລວມທັງ ເຮັດຮົ້ວ, ເຮັດເຮືອນ, ເຮັດຖ່ານ, ດັງໄຟ ອື່ນໆ. ຕົ້ນກໍ່ມີໜ່ວຍຫຼາຍຂະໜາດແຕກຕ່າງກັນໄປ ຂຶ້ນກັບແນວ ດັ່ງ ໜ່ວຍນ້ອຍມົນສໍ່າໝາກແຂ້ງ ຈົນເຖິງຂະໜາດໝາກເຂືອເປາະ ແຕ່ທັງໝົດມີນວນທາງ ໃນເປັນສີຂາວ ແລະ ມີລົດມັນ. “ກໍ່” ຍັງແມ່ນຊື່ເຫັດກໍ່. “ກໍ່” ຍັງໝາຍເຖິງການຕັ້ງຕົ້ນ, ຕັ້ງເຄົ້າໃໝ່ ຫຼື ກໍ່ ກໍາເນີດ. “ກໍ່” ແມ່ນການສ້າງສາສິ່ງໃດນຶ່ງ. “ກໍ່” ແມ່ນການຕັ້ງຕົ້ນໃນການເລີ່ມສານແຫ, ສານມອງ, ສານ ບຸງ, ສານຟາກ ແລະ ອື່ນໆ. “ກໍ່” ແມ່ນການເອົາດິນຈີ່, ຫີນ ຊາຍ ເພື່ອມາສ້າງທີ່ພັກພາອາໃສ, ຕືກ, ອາ ຄານ, ເຮືອນຊານບ້ານຊ່ອງ ຫຼື ອື່ນໆ ທີ່ເປັນສິ່ງປຸກສ້າງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo