ຄໍາວ່າ “ມອດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມອດ” ມີຄວາມໝາຍແນວໃດ?

ຄໍາວ່າ “ມອດ” ແມ່ນຊື່ແມງມອດ ຫຼື ໂຕມອດ ຊຶ່ງເປັນແມງໄມ້ຕົວນ້ອຍປີກແຂງຫົວແຂງມີຫຼາຍແນວ ຊຶ່ງ ມອດແນວນຶ່ງມັກເຈາະກິນໄມ້ແຫ້ງເປັນອາຫານ ເອີ້ນ “ມອດກິນໄມ້” ເປັນຕົ້ນໄມ້ຕາຍແຫ້ງຕາມທໍາມະຊາດ, ໄມ້ທີ່ເຮົາຕັດໄວ້ເຮັດຟືນ, ໄມ້ທີ່ໃຊ້ເຮັດເຮືອນເຮັດຕູບ ຫຼື ສິ່ງປຸກສ້າງຕ່າງໆເຊັ່ນ: ເສົາ, ແປ້ນ, ຝາ, ໄມ້ຂື່, ໄມ້ສີຍົວ, ໄມ້ຮາວ ແລະ ອື່ນໆ, ມອດກິນ ໄມ້ແລ້ວຂີ້ອອກເຮົາເອີ້ນ “ຂີ້ມອດ”. ແຕ່ມີໄມ້ຫຼາຍຊະນິດທີ່ ມອດບໍ່ສາມາດກິນໄດ້ ໂດຍສະເພາະໄມ້ມີສານນໍ້າມັນ, ຂິວ ຫຼື ແຂງເປັນພິເສດ ດັ່ງ ໄມ້ດູ່, ໄມ້ຂະຍຸງ, ໄມ້ແປກ, ໄມ້ໂລ່ງເລງ, ໄມ້ແດງ, ໄມ້ ແຕ້ຂ່າ, ໄມ້ແຕ້ຮໍ, ໄມ້ຮໍາ ເປັນຕົ້ນ.

ໃນປະຈຸບັນ ໄມ້ທີ່ນໍາມາເຮັດ ເຟີນິເຈີຕ່າງໆ ຊຶ່ງຜ່ານມາມອດສາມາດກິນໄດ້ ແລະ ສ້າງຄວາມເສຍຫາຍໃຫ້ແມ່ນໄດ້ຖືກນໍາມາອົບແຫ້ງ, ສິດນໍ້າຢາ ຫຼື ຜ່ານກໍາມະ ວິທີໃນການຖະໜອມ ເນື້ອໄມ້ເຮັດໃຫ້ມອດບໍ່ສາມາດກິນໄດ້. “ມອດ” ຍັງມີ ມອດກິນເຂົ້າເປັນອາຫານ ເອີ້ນ “ມອດກິນເຂົ້າ” ໂດຍສະເພາະເຂົ້າສານທີ່ເຮົາສີແລ້ວມາປະໄວ້ດົນໆ ຊຶ່ງ ມັນຈະກິນເມັດເຂົ້າຈາກພາຍໃນອອກສູ່ພາຍນອກ. “ມອດ” ຍັງໝາຍເຖິງຮອຍທີ່ເກີດຂຶ້ນຢູ່ໃບໜ້າຂອງຄົນ ເອີ້ນ “ໜ້າມອດ” ເພາະມີຮອຍລາຍ ແລະ ເປັນເມັດຫຼຸບລົງ ເປັນກະຕຸດກະຕິດ ຮູບຮ່າງຄືກັບຮອຍຮູທີ່ໂຕ ມອດເຈາະໄມ້ກິນ ນັ້ນເອງ.

SA Game
DooDiDo

ນອກຈາກນີ້, “ມອດ” ຍັງມີຄວາມໝາຍວ່າ ດັບ ຫຼື ປິດ ບັນດາອຸປະກອນໄຟຟ້າ, ກົນຈັກ ແລະ ເຄື່ອງໃຊ້ຕ່າງໆ ເຊັ່ນ: ມອດໄຟຟ້າ, ມອດດອກໄຟ, ມອດແອ ຫຼື ເຄື່ອງປັບອາກາດ, ມອດໄຟສາຍ, ມອດຈັກລົດ, ມອດຄອມພິວເຕີ້, ມອດໂທລະທັດ, ມອດວິທະຍຸເປັນຕົ້ນ. “ມອດ” ຍັງແມ່ນການເຮັດໃຫ້ ໝົດແສງ ຫຼື ໝົດຄວາມຮ້ອນ ຊຶ່ງເກີດຈາກການດັງໄຟ, ແກັດສ໌ ຫຼື ອຸປະກອນໄຟຟ້າຕ່າງໆ ດັ່ງ ມອດ ກອງໄຟ, ມອດຟືນ, ມອດຖ່ານ, ມອດເຕົາແກັດສ໌, ມອດເຕົາໄຟ, ມອດກອງຂີ້ເຫຍື້ອ, ມອດອັກຄີໄພ, ມອດເຮືອນໄຟໄໝ້, ມອດໝໍ້ານໍ້າອຸ່ນ. ອີກຄວາມໝາຍນຶ່ງ “ມອດ” ຍັງໝາຍເຖິງ ດັບມອດ, ດັບສູນ ຫຼື ຕາຍ ເຮັດໃຫ້ບໍ່ມີຊີວິດຢູ່ຕໍ່ດ້ວຍສາເຫດຕ່າງໆ ອາດຈະເກີດຈາກການຕໍ່ສູ້, ການເຈັບປ່ວຍ ຫຼື ເຖົ້າແກ່ ແລະ ສາເຫດອື່ນໆ ຊຶ່ງເຮົາໄດ້ຍີນຄໍາເວົ້າເຫຼົ່ານີ້ເລື້ອຍໆ ເຊັ່ນ: ດັບມອດສັດຕູ, ກາຍດັບສູນມອດໄໝ້ ຢູ່ໃນກອງພອນ, ເຖິງຮ່າງກາຍມອດໄໝ້ ແຕ່ຄວາມດີຍັງຢູ່.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າມອດ”.

“ມອດ” (1. ຄໍານາມ) ສັດແນວນຶ່ງຈໍາພວກມົດ ຕົວນ້ອຍປີກແຂງຫົວແຂງ ມັກກັດກິນໄມ້, ຮອຍລາຍຢູ່ ໜ້າເປັນເມັດຫຼຸບລົງ ດັ່ງຮອຍມອດເຈາະໄມ້ເວົ້າວ່າ ໜ້າມອດ. (2. ຄໍາກິລິຍາ) ດັບ, ໝົດແສງ, ໝົດ ຄວາມຮ້ອນ. ຕາຍ.

ຕົວຢ່າງ:

  • ລະວັງ! ຂີ້ມອດຕົກໃສ່ຫົວເດີ ເພາະຕູບນ້ອຍທີ່ເຮົານັ່ງກິນເຂົ້າຢູ່ນີ້ ມີມອດກິນ, ຟັງຍັງໄດ້ຍິນສຽງ ດັງກ໊ອດໆ.
  • ເສຍດາຍເຂົ້າທີ່ຊື້ມາເດືອນກ່ອນໝົດເງິນຕັ້ງຫຼາຍແສນ ແຕ່ຖືກມອດກິນເສຍຫາຍໝົດບໍ່ສາມາດກິນ ໄດ້. ດີແຕ່ຍັງສາມາດເອົາໄປເກືອໄກ່ໄດ້.
  • ກ່ອນນອນໃຫ້ກວດກາມອດໄຟຟ້າດອກທີ່ບໍ່ຈໍາເປັນ ເພື່ອປະຫຍັດ ແລະ ຫຼຸດຄ່າໃຊ້ຈ່າຍໄຟຟ້າລົງ.
  • ດັງໄຟໜຶ້ງເຂົ້າແຕ່ງກິນແລ້ວ ໃຫ້ມອດຄັກໆເດີ ເພາະຢ້ານໄຟໄໝ້ເຮືອນຄົວ ເພາະຊ່ວງນີ້ມັນລົມ ແຮງ.
  • ເຫດການປະທະກັນຢູ່ປະເທດມຽນມາ ເຮັດໃຫ້ທະຫານຫຼາຍຮ້ອຍນາຍຖືກດັບມອດ ແລະ ປະຊາ ຊົນອີກຫຼາຍ ບາດເຈັບລົ້ມຕາຍ.

ສະຫຼຸບ.

ຄໍາວ່າ “ມອດ” ໝາຍເຖິງແມ່ນແມງໄມ້ຈໍາພວກຫນຶ່ງຕົວນ້ອຍປີກແຂງຫົວແຂງ ບາງແນວມັກກັດກິນໄມ້ນອນ ຂອນຕາຍ ຫຼື ໄມ້ທີ່ແປຮູບແຫ້ງມາໃຊ້ງານ ເອີ້ນ ມອດກິນໄມ້ ແລະ ບາງແນວກິນເຂົ້າເປືອກ ເຂົ້າສານ ເອີ້ນ ມອດກິນເຂົ້າ. “ມອດ” ຍັງແມ່ນຮອຍລາຍທີ່ເກີດຢູ່ໜ້າຂອງຄົນເປັນເມັດຫຼຸບລົງ ຄືກັບຮອຍຮູມອດ ເຈາະກິນ ເອີ້ນວ່າ ໜ້າມອດ. “ມອດ” ຍັງໝາຍເຖິງການດັບ ຫຼື ປິດ ອຸປະກອນໄຟຟ້າ, ກົນຈັກ ແລະ ສິ່ງຂອງຢ່າງອື່ນ. “ມອດ” ຍັງແມ່ນການເຮັດໃຫ້ໝົດແສງ ຫຼື ໝົດຄວາມຮ້ອນ ຊຶ່ງເກີດຈາກການດັງໄຟ, ແກັດສ໌, ອຸປະກອນໄຟຟ້າ. “ມອດ” ຍັງໝາຍເຖິງຕາຍ ຫຼື ເສຍຊີວິດ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo