ຄໍາວ່າ “ສູນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສູນ” ມີຄວາມໝາຍແນວໃດ?

ຄໍາວ່າ “ສູນ” ໃນວິຊາເລກ ຫຼື ຄະນິດສາດ ໝາຍເຖິງເລກສູນ (0) ໃຊ້ເພື່ອຂຽນ ແລະ ຄິດໄລ່ ຊຶ່ງເປັນ ຈໍານວນນັບກ່ອນເລກໜຶ່ງ (1) ມີຄ່າເປັນສູນ (ບໍ່ມີຄ່າ). “ສູນ” ຍັງມີຄວາມໝາຍວ່າ ເປັນຫອກ ເປັນຫຼາວ ເຮົາສາມາດຮູ້ໄດ້ໃນໜັງເທບນິຍາຍຕ່າງໆຂອງອິນເດຍໂດຍສະເພາະແມ່ນກ່ຽວກັບເທບພະເຈົ້າ ເປັນຕົ້ນເລື່ອງພະຊີວະ ຊຶ່ງຕີສູນແມ່ນອາວຸດຄູ່ກາຍຂອງພະອົງ ເພາະເພີ່ນຈະຈັບຢູ່ຕະຫຼອດ, ນົບພະສູນ ເຮົາສາ ມາດເຫັນໄດ້ຊຶ່ງປະດັບຢູ່ຍອດເຈດີ.

“ສູນ” ຍັງແມ່ນຈຸດລວມ ຫຼື ຈຸດໃຈກາງ ຂອງສິ່ງຕ່າງໆ ເຊັ່ນ: ສູນກາງແມ່ນຈຸດໃຈກາງ, ສູນລວມແມ່ນບ່ອນເຕົ້າໂຮມກັນ. ພ້ອມນັ້ນຍັງມີສູນຕັ້ງ, ສູນຖ່ວງ, ສູນວັດທະທຳ, ສູນອົບພະຍົບ, ສູນຝຶກອົບຮົມ, ສູນກາງແນວລາວຮັກຊາດ, ສູນກາງຊາວໜຸ່ມ, ສູນການຄ້າ, ສູນສິນລະ ປະ, ສູນລວມບັນເທີງ.

ນອກຈາກນີ້, “ສູນ” ຍັງໝາຍເຖິງຄຽດຮ້າຍ ຫຼື ໂກດ ຊຶ່ງເປັນສັບທີ່ນິຍົມກັນເວົ້າຢູ່ພາກໃຕ້ລາວ ແລະ ພາກ ອີ່ສານໄທ ມັກໃຊ້ເວົ້າຕອນໃຈຮ້າຍວ່າ “ຈັ່ງແມ່ນສູນເດ”, “ເຮັດເປັນຕາສູນແທ້” ເປັນຕົ້ນ.

SA Game
DooDiDo

“ສູນ” ຍັງແມ່ນການຕົກກ້າໃສ່ບ່ອນບໍ່ມີນໍ້າ ຫຼື ຕົກກ້າແຫ້ງ ຊຶ່ງເຮົາເອີ້ນວ່າສູນກ້າ ແລະ ກ້າເຂົ້າສູນ ແຕກຕ່າງກັບການ ເຮັດນາຫວ່ານ ແລະ ປູກດ້ວຍກ້າຊໍາ. “ສູນ” ຍັງໝາຍເຖິງຖືກວິຍານ ຫຼື ຜີຕ່າງໆ ເຂົ້າມາຖືຮ່າງກາຍຕາມ ຄວາມເຊື່ອ ໂດຍທີ່ຄົນທີ່ຖືກຜີ ຫຼື ວິນຍານເຂົ້າສູນ ແມ່ນຈະບໍ່ຮູ້ເມື່ອຄິງວ່າຕົນເຮັດຫຍັງລົງໄປ, ບາງກໍລະ ນີມີພຶດຕິກໍາແຕກຕ່າງຈາກນິດໄສທີ່ເຄີຍເປັນຢ່າງຂາດຂັ້ນ, ບາງຄົນຫິວເຂົ້າກິນເຂົ້າຫຼາຍ, ບາງຄົນຢາກກິນ ເລືອດດີບກໍມີ ແຕ່ຈະຮູ້ໄດ້ເມື່ອໄດ້ຕໍ່ເມື່ອຜີ ຫຼື ວິນຍານເຊົາສູນ ເອີ້ນ ຜີອອກ. “ສູນ” ຍັງໝາຍເຖິງກວມ ຫຼື ອົມ ຫຼື ບັງ ດັ່ງຣາຫູສູນຕາເວັນ, ກົບສູນດວງຈັນ ເປັນຕົ້ນ. ອີກຄວາມໝາຍນຶ່ງ “ສູນ” ແມ່ນຫວ່າງເປົ່າ ຫຼື ບໍ່ມີ ຫຼື ເສັຍໄປ ເຊັ່ນ: ສູນຍາກາດ ແມ່ນອາກາດເປົ່າຫວ່າງ ຫຼື ບ່ອນບໍ່ມີອາກາດ ຫຼື ອະວະກາດ,

ສູນເສຍແມ່ນເສຍໄປ, ສູນຫາຍ ແມ່ນບໍ່ເຫັນ ຫຼື ເສຍໄປ, ສູນສ້ຽງ ແມ່ນບໍ່ ຫຍັງ, ສູນເປົ່າ ແມ່ນບໍ່ໄດ້ຫຍັງຈາກສິ່ງທີ່ເຮັດ ແລະ ຄາດຫວັງຢາກໄດ້, ສູນຄ່າ ແມ່ນບໍ່ມີຄ່າ, ສູນພັນແມ່ນບໍ່ສາມາດແພ່ພັນ ແລະ ຕາຍໝົດ. ແຕ່ຖ້າເສັ້ນສູນສູດແມ່ນເສັ້ນແບ່ງໂລກອອກເປັນສອງເບື້ອງຄືເບື້ອງຂົ້ວໂລກເໜືອ ແລະ ເບື້ອງ ຂົ້ວໂລກໃຕ້.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສູນ”.

“ສູນ” (1. ຄໍານາມ) ເລກ 0 (ສູນ). ຫອກຫຼາວ, ຍອດ ດັ່ງ ຕີສູນ, ນົບພະສູນ. ສຽງ, ສຽງເວົ້າ “ພະ ສູນສຽງຄົມ ດັ່ງພະຂັນຄວງຟ້າ”. ຕາເວັນ (ສຸຣຍ) “ສູນສົ່ງຂຶ້ນ ຄວງຟ້າສ່ອງໃສ”. ຈຸດລວມ, ຈຸດໃຈ ກາງ. (2. ຄໍາກິລິຍາ) ຄຽດຮ້າຍ, ໂກດ. ການຕົກກ້າໃສ່ບ່ອນບໍ່ມີນໍ້າ, ຕົກກ້າແຫ້ງ (ເອີ້ນສູນກ້າ, ກ້າແນວນີ້ເອີ້ນ ວ່າ ກ້າເຂົ້າສູນ). ເຂົ້າ, ຖື (ຜີສູນ), ກວມ, ອົມ, ບັງ, ມືດຄຶ້ມ (ຣາຫູສູນຕາເວັນ). (2. ຄໍາກິລິຍາວິເສດ) ຫວ່າງເປົ່າ, ບໍ່ມີ, ເສັຍໄປ.

ຕົວຢ່າງ:

  • ສັນຍານຂໍ້ມູນຖືກສົ່ງອອກໄປ ແລະ ຮັບເຂົ້າມາແມ່ນມີເລກ 0,1 ແລະ ສັນຍານແບ່ງອອກເປັນ 2 ແບບມີແອນນາລອກ (Analog) ແລະ ດິດຈີຕອນ (Digital).
  • ຄົນບູຮານລົບກັນດ້ວຍການໃຊ້ ດາບ, ທະນູ, ຕີສູນ ຫຼື ຫອກ ແຕກຕ່າງກັບອາວຸດຍຸກປະຈຸບັນ ທີ່ທັນສະໄໝຫຼາຍ.
  • ຈັ່ງແມ່ນສູນເດ! ເວົ້າແລ້ວໃຫ້ຊື້ຫວຍຊື້ເລກ ບໍ່ຟັງສຸດທ້າຍເສຍເງິນຈົນໄດ້ ແມ່ແດດຕາມເຄີຍ.
  • ສູນກາງເສດຖະກິດລາວແມ່ນຢູ່ນະຄອນຫຼວງວຽງຈັນ ດັ່ງນັ້ນຈິ່ງມີການເລັ່ງສ້າງສິ່ງອໍານວຍຄວາມ ສະດວກຕ່າງໆ ເຊັ່ນ: ທາງ, ໄຟຟ້າ, ນໍ້າປະປາ.
  • ວັດແມ່ນຈຸດສູນການໃນການເຮັດກິດຈະກໍາທາງສາດສະໜາພຸດຂອງຄົນທົ່ວໄປ ແລະ ຜູ້ ໄຝ່ທາງທໍາ.
  • ຫຼາຍຄົນວ່າລາວຖືກຜີສູນເຮັດໃຫ້ລາວກິນເຂົ້າໜຽວໝົດເປັນຕິບ ແຕ່ພໍແພດມາເອົາໄປກວດ ແມ່ນ ລາວມີບັນຫາທາງຈິດ.
  • ອຸກາບາດ ຕໍາໂລກເຮັດໃຫ້ສະພາບອາກາດໂລກປ່ຽນແປງຢ່າງຮຸ່ນແຮງ ແລະ ເຮັດໃຫ້ໄດໂນເສົາ ສູນພັນ.
  • ລາວສູນສິ້ນທຸກຢ່າງຍ້ອນການພະນັນ ເຮັດໃຫ້ເສຍທັງເງິນ, ທັງດິນ ແລະ ເຮືອນ ຊໍ້າບໍ່ໜໍ່າຍັງ ຕິດໜີ້ຫຼາຍລ້ານອີກ.

ສະຫຼຸບ.

ຄໍາວ່າ “ສູນ” ໝາຍເຖິງເລກ 0 (ສູນ) ຊຶ່ງເປັນເລກທີ່ບໍ່ມີຄ່າຫຍັງທາງຄະນິດສາດ, ເປັນເລກກ່ອນເລກ 1. “ສູນ” ຍັງແມ່ນອາວຸດແບບນຶ່ງທີ່ນິຍົມໃຊ້ກັນໃນສະໄໝບູຮານ ເອີ້ນ ຫອກ ຫຼື ຫຼາວ ແລະ ຍັງແມ່ນຍອດ ທີ່ມີແງ່ມ 3 ແງ່ມດັ່ງນົບພະສູນປະດັບຢູ່ຍອດເຈດີ. “ສູນ” ຍັງແມ່ນຈຸດລວມ ຫຼື ຈຸດໃຈກາງ ເອີ້ນ ສູນກາງ, ສູນລວມ. “ສູນ” ຍັງໝາຍເຖິງຮ້າຍ ຫຼື ໂກດ ນິຍົມກັນເວົ້າຢູ່ພາກໃຕ້ລາວ ແລະ ພາກອີສານໄທ. “ສູນ” ຍັງແມ່ນການຕົກກ້າແບບນຶ່ງທີ່ບໍ່ມີນໍ້າ ຫຼື ຕົກກ້າແຫ້ງ ເອີ້ນສູນກ້າ ແລະ ກ້າເຂົ້າສູນ. “ສູນ” ຍັງແມ່ນຖືກ ຜີ ຫຼື ວິນຍານເຂົ້າ ຫຼື ຜີສູນ. “ສູນ” ຍັງໝາຍເຖິງກວມ, ອົມ ຫຼື ບັງ ຊຶ່ງນິຍົມກັນເວົ້າຂອງນັກດາລາ ສາດ ດັ່ງ ຣາຫູສູນຕາເວັນ. “ສູນ” ຍັງໝາຍວ່າຫວ່າງເປົ່າ ຫຼື ບໍ່ມີ ຫຼື ສູນເສັຍໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo