ຄໍາວ່າ “ຕື້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕື້” ມີຄວາມໝາຍແນວໃດ?

ຄໍາວ່າ “ຕື້” ແມ່ນຕົວເລກເພື່ອໃຊ້ນັບ, ໃຊ້ອ່ານ ແລະ ໃຊ້ຄິດໄລ່ ໃນວິຊາເລກ ຫຼື ວິຊາຄະນິດສາດ ໝາຍເຖິງເລກໜຶ່ງພັນລ້ານຂຽນເປັນຕົວເລກແມ່ນ 1.000.000.000 ເປັນຫົວໜ່ວຍຕົວເລກທີ່ໃຫຍ່ກວ່າຮ້ອຍລ້ານ ແລະ ຕົວເລກດັ່ງກ່າວເຮົາມັກປະກົດເຫັນໃນໂຄງການກໍ່ສ້າງໃຫຍ່ໆເຊັ່ນ: ການກໍ່ສ້າງເຂື່ອນໄຟຟ້າຂະໜາດ ໃຫຍ່ ມີກໍລັງຕິດຕັ້ງຫຼາຍຮ້ອຍເມກາວັດ (MW), ໂຄງການລົດໄຟລາວຈີນ, ໂຄງການກໍ່ສ້າງສະໜາມບີນ ສາກົນທີ່ມີສີ່ງອໍານວຍຄວາມສະດວກຄົບວົງຈອນ, ໂຄງການຜະລິດເຄື່ອງບີນຂະໜາດໃຫຍ່, ໂຄງການອາ ວະກາດ, ໂຄງການຜະລິດເຮືອລົບ ແລະ ເຄື່ອງບິນທັນສະໄໝທາງການທະຫານ, ໂຄງການວິໃຈທາງວິ ທະຍາສາດເພື່ອໄປດາວອັງຄານ, ແຜນງົບປະມານລາຍຮັບ-ລາຍຈ່າຍ ຂອງຫຼາຍໆປະເທດ ເປັນຕົ້ນ. ຕື້ ຍັງໃຊ້ເວົ້າກັບສິ່ງໃດສິ່ງນຶ່ງທີ່ມີນໍ້າໜັກຫຼາຍ ເພື່ອສະແດງເຖິງຄວາມຫຍີ່ງໃຫຍ່ຕົວຢ່າງ ພະອົງຕື້ ຢູ່ວັດອົງ ຕື້ ທີ່ນະຄອນຫຼວງວຽງຈັນ. ດວງຕາເວັນມີມວນສານຫຼາຍຕື້ໂຕນ ໃຫຍ່ກວ່າໜ່ວຍໂລກ ແລະ ບັນດາດວງ ດາວຫຼາຍໜ່ວຍ.

ນອກຈາກນີ້, “ຕື້” ຍັງໝາຍເຖິງການຊູຊີ ເພື່ອໃຫ້ໄດ້ໃນສິ່ງທີ່ຕົນຕ້ອງການ ຫຼຼື ແມ່ນການແອ່ວເອົາ ເພື່ອ ໃຫ້ໄດ້ໃນສິ່ງນັ້ນໆ ຫຼື ເອີ້ນອີກຢ່າງນຶ່ງແມ່ນ “ຕາມຕື້” ດັ່ງ ຜູ້ບ່າວຕາມຕື້ຜູ້ສາວ, ຜູ້ສາວຕາມຕື້ຜູ້ບ່າວ, ນັກລົງທຶນຕາມຕື້ເຈົ້ານາຍເພື່ອໃຫ້ໄດ້ໂຄງການ, ນັກຮຽນຕາມຕື້ອາຈານເພື່ອຢາກຮູ້ຫົວບົດເສັງ, ລູກນ້ອງຕື້ ນາຍເພື່ອໃຫ້ຂຶ້ນເງິນເດືອນ, ນັກຂາຍເຄື່ອງຕື້ລູກຄ້າ. ໃນການໂອ້ລົມກັນໃນສັງຄົມເຮົາມັກໄດ້ຍີນເລື້ອຍໆ ກ່ຽວກັບຄໍາວ່າ “ຕື້” ດັ່ງຕື້ເທົ່ານັ້ນຄອງໂລກ, ໄດ້ກັນຍ້ອນຕາມຕື້ ແລະ ເຮັດໜ້າດ້ານ, ຊັງຄົນມັກຕາມຕື້, ຕື້ຢູ່ຫັ້ນລະ! ຈັ່ງແມ່ນເປັນຕາຊັງ, ຕື້ໄດ້ຕື້ດີ, ຈັ່ງແມ່ນໜ້າມືນຕາມຕື້ຢູ່ໄດ້, ຕື້ເປັນຕາລໍາຄານ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕື້”.

“ຕື້” (1. ຄໍານາມ) ຈໍານວນນັບ ພັນລ້ານ (1.000.000.000). (2. ຄໍາກິລິຍາ) ຊູຊີ. ແອ່ວ. ຄັດ

ຕົວ­ຢ່າງ: 

  • ໂຄງການກໍ່ສ້າງເຂື່ອນໄຟຟ້າແມ່ນໍ້າຂອງໄຊຍະບູລີ ເປັນໂຄງການໃຫຍ່ໃຊ້ທຶນຫຼາຍຕື້ໂດລາສະຫະລັດ ແລະ ໃຊ້ແຮງງານເພື່ອກໍ່ສ້າງຫຼາຍພັນຄົນ.
  • ໂຄງການລົດໄຟລາວ-ຈີນ ມູນຄ່າກໍ່ສ້າງຫຼາຍກວ່າຫ້າຕື້ ແລະ ໃຊ້ເວລາກໍ່ສ້າງປະມານຫ້າປີຈຶ່ງສໍາເລັດ.
  • ສະພາແຫ່ງຊາດໄດ້ຮັບຮອງເອົາແຜນງົບປະມານທີ່ລັດຖະບານສະເໜີຜ່ານ ຊຶ່ງມີແຜນລາຍຮັບ ແລະ ລາຍຈ່າຍຫຼາຍຕື້ກີບ.
  • ແມ່ຄ້າຕື້ຂາຍເຄື່ອງໃຫ້ລູກຄ້າດ້ວຍການມາຫາ ແລະ ໂຄສະນາໃຫ້ຟັງທຸກມື້ ແທນທີ່ລາວຈະສົນໃຈຊື້ ກັບກາຍເປັນວ່າລາວລໍາຄານຊໍ້າ.
  • ສອງຜົວເມຍນັ້ນ ຜົວໜ້າຕາຂີ້ລ້າຍຫຼາຍ ກົງກັນຂ້າມເມຍເປັນຄົນງາມ ແຕ່ເຂົາເຈົ້າໄດ້ກັນຍ້ອນຜົວ ລາວຕື້ເກັ່ງ ແລະ ຕື້ຫຼາຍປີໃນທີ່ສຸດຜູ້ເປັນເມຍກໍໃຈອ່ອນຈົນໄດ້.

ສະຫຼຸບ.

ຄໍາວ່າ “ຕື້” ແມ່ນຕົວເລກທີ່ໃຊ້ນັບ, ໃຊ້ອ່ານ ແລະ ໃຊ້ຄິດໄລ່ ໃນວິຊາເລກ ຫຼື ວິຊາຄະນິດສາດມີຄ່າເທົ່າ ພັນລ້ານ ຫຼື ຂຽນເປັນເລກແມ່ນ 1.000.000.000 ມີຄ່າໃຫຍ່ກວ່າຮ້ອຍລ້ານ. ຕື້ ນິຍົມກັນເວົ້າກັບສິ່ງໃດ ສິ່ງນຶ່ງທີ່ໂດ່ງດັງ ແລະ ນໍ້າໜັກຫຼາຍ ເພື່ອໃຫ້ເຫັນຄວາມຫຍີ່ງໃຫຍ່ ດັ່ງ ພະອົງຕື້. ນອກຈາກນີ້, “ຕື້” ຍັງໝາຍເຖິງການຊູຊີ, ການແອ່ວເອົາ ຫຼື ຕິດຕາມຢູ່ຕະຫຼອດ ເພື່ອໃຫ້ໄດ້ໃນສິ່ງທີ່ຕົນຕ້ອງການ ດັ່ງ ຕື້ສາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo