ຄໍາວ່າ “ປອດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປອດ” ມີຄວາມໝາຍແນວໃດ?

ຄໍາວ່າ “ປອດ” ແມ່ນອະໄວຍະວະທີ່ສໍາຄັນຢ່າງນຶ່ງຂອງຄົນ ແລະ ສັດບົກຫຼາຍຊະນິດ ເພາະໃຊ້ສໍາລັບຫາຍໃຈ. ໜ້າທີ່ຫຼັກຂອງປອດແມ່ນການແລກປ່ຽນແກັດສ໌ ຫຼື ສູບອາກາດ (ອົກຊີ) ຈາກສິ່ງແວດລ້ອມເຂົ້າ ສູ່ລະບົບເລືອດໃນຮ່າງກາຍ ແລະ ລະບາຍ ຫຼື ຄາຍອາກາດບໍ່ດີກ (ອາຍກາກໂບນິກ) ອອກຈາກລະບົບ ເລືອດສູ່ສິ່ງແວດລ້ອມ. ປອດຂອງຄົນມີສອງອັນ ຢູ່ພຽງໜ້າເອິກທັງສອງຂ້າງມີປອດຂ້າງຂວາ ແລະ ປອດ ຂ້າງຊ້າຍ, ມັນເຮັດວຽກດ້ວຍການປະກອບຂຶ້ນຂອງຈຸລັງ (ເຊວ) ຈໍານວນຫຼາຍລ້ານ ມີລັກສະນະນ້ອຍໆ ແລະ ລຽງກັນປະກອບເປັນຖົງຄືໝາກປຸມເປົ້າ ເພື່ອໃຫ້ສາມາດແລກປ່ຽນອາກາດໄດ້.

ຄົນທີ່ມີບັນຫາເລື່ອງ ປອດແມ່ນເຮັດໃຫ້ບໍ່ສາມາດຫາຍໃຈໄດ້ເຕັມອີ່ມ ສົ່ງຜົນໃຫ້ບໍ່ແຂງແຮງເທົ່າທີ່ຄວນ ດັ່ງ ພະຍາດປອດແຫ້ງ, ປອດຕິດເຊື້ອ, ປອດອັກເສບ, ປອດບວມ ເປັນຕົ້ນ ຮ້າຍແຮງໄປກວ່ານັ້ນ ໂລກ ປອດຍັງມີ ໂລກຊາສ໌, ໄຂ້ຫວັດນົກ, ໂຄວິດ-19 ຊຶ່ງສາມາດເຮັດໃຫ້ປອດເສຍຫາຍໜັກ ແລະ ເປັນອັນ ຕະລາຍຫຼາຍເພາະຖ້າ ຕິດແລ້ວມີໂອກາດເຈັບສາຫັດ ແລະ ເສຍຊີວິດໄດ້. ເວົ້າເລື່ອງປອດ ຄົນເຮົາຍັງມັກນໍາເອົາປອດສັດຫຼາຍ ຊະນິດມາບໍລິໂພກ ເຊັ່ນ: ປອດຄວາຍ, ປອດງົວ, ປອດກວາງ ຊຶ່ງສາມາດເຮັດໄດ້ຫຼາຍລາຍການ ດັ່ງ ອົບປອດ, ປອດຢ້າງແຫ້ງແລ້ວປີ້ງ ຫຼື ຈືນ ແລະ ອື່ນໆ.

SA Game
DooDiDo

ນອກຈາກນີ້, “ປອດ” ຍັງໝາຍເຖິງຂອງໄດ້ລ້າໆ, ວ່າງເປົ່າປະສະຈາກສິ່ງໃດນຶ່ງ ດັ່ງ ເຂດປອດພາສີແມ່ນ ເຂດທີ່ມີການຊື້-ຂາຍເຄື່ອງໂດຍບໍ່ໄດ້ເສຍພາສີສິນຄ້າ, ເຂດປອດທະຫານ ແມ່ນເຂດທີ່ບໍ່ມີທະຫານປະຈໍາ ຫຼື ບໍ່ໃຫ້ມີທະຫານ, ຜັກປອດສານເຄມີ ແມ່ນຜັກທີ່ບໍ່ມີສານເຄມີ ປູກແບບທໍາມະຊາດ, ປອດໂປ່ງ ແມ່ນ ບ່ອນທີ່ກວ້າງຂວາງສາມາດຫຼຽວເຫັນໂດຍບໍ່ມີສີ່ງກິດຂວາງ, ອາກາດປອດໂປ່ງ ແມ່ນອາກາດບໍລິສຸດ, ດຳປອດ ແມ່ນມີແຕ່ສີດໍາຢ່າງດຽວບໍ່ມີສີອື່ນປົນຢູ່ນໍາ. “ປອດ” ເວລານໍາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍ ຕ່າງອອກໄປ ດັ່ງ “ປອດໄພ” ໝາຍເຖິງບໍ່ເປັນອັນຕະລາຍ ຄໍານີ້ຍັງໃຊ້ອວຍພອນກັນໃນເວລາເດີນທາງ, ຫຼື ໃຫ້ກາຍດີໃນເວລາເຈັບປ່ວຍ ເຊັ່ນ: ເດີນທາງປອດໄພເດີ, ຂໍໃຫ້ເດີນທາງປອດໄພ, ຂໍໃຫ້ສຸຂະພາບ ປອດໄພ, ຂໍໃຫ້ປອດໄພຈາກການຜ່າຕັດ, ຂໍໃຫ້ປອດໄພຈາກໂລກໄພໄຂ້ເຈັບ. ປອດແຫກ ແມ່ນໝາຍເຖິງ ເປັນຄົນຂີ້ຢ້ານ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປອດ”.

“ປອດ” (1. ຄໍານາມ) ອະໄວຍະວະພາຍໃນຂອງຮ່າງກາຍ ຢູ່ພຽງໜ້າເອິກທັງສອງຂ້າງ ສໍາລັບຫາຍໃຈ.

(2. ຄໍາກິລິຍາ) ຂອງໄດ້ລ້າໆ, ວ່າງ.

ຕົວຢ່າງ:

  • ຄົນທີ່ດໍານໍ້າໄດ້ດົນໂດຍບໍ່ໃຊ້ເຄື່ອງຊ່ວຍຫາຍໃຈແມ່ນຄົນທີ່ມີປອດໃຫຍ່ ແລະ ແຂງແຮງດີ ບວກ ກັບການຝຶກຝົນຢ່າງລຽນຕິດ.
  • ໂລກຊາສ໌ ເປັນໂລກທີ່ອັນຕະລາຍເຖິງຊີວິດ ແລະ ແຜ່ລະບາດໄວ ເພາະແມ່ນພະຍາດຕິດຕໍ່ທາງ ເດີນຫາຍໃຈ ແລະ ທໍາລາຍປອດໄດ້ດີ.
  • ພະຍາດໂຄວິດ-19 ຖ້າບໍລົງປອດແມ່ນບໍ່ອັນຕະລາຍປານໃດ ແຕ່ຖ້າລົງປອດແມ່ນສ່ຽງຕໍ່ການເຈັບ ໜັກ ແລະ ເສຍຊີວິດໄດ້.
  • ເຂດປອດທະຫານລະຫວ່າງປະເທດເກົາຫຼີເໜືອ ແລະ ເກົາຫຼີໃຕ້ ແມ່ນເປັນເຂດກັນຊົນຂອງສອງ ປະເທດ ມີຄວາມຍາວ 250 ກິໂລແມັດ ແລະ ກວ້າງ 4 ກິໂລແມັດ.
  • ຄວາຍຜູ້ງ່ານດໍາປອດ ກ້າມລໍ້າສັນເປັນໝັດໆໂດຍສະເພາະກ້າມຄໍ ເບີ່ງເວລາມັນຊົນຄັນນາ ເຮັດ ໃຫ້ຂີ້ດິນຟົ້ງຊະໄປທົ່ວບໍລິເວນ.
  • ປ່າສະຫງານແຫ່ງຊາດອາກາດປອດໂປ່ງ ແລະ ມີແມ່ນໍ້າໃສໄຫຼເຢັນຂະໜາດ ຊຶ່ງເຮົາສາມາດຫາຍ ໃຈເອົາອົກຊີໄດ້ເຕັມປອດເລີຍ.

ສະຫຼຸບ.

ຄໍາວ່າ “ປອດ” ແມ່ນອະໄວຍະວະທີ່ໃຊ້ສໍາລັບຫາຍໃຈຂອງຄົນ ແລະ ສັດບົກຫຼາຍຊະນິດ ຊຶ່ງມີສໍາຄັນ ຫຼາຍຢ່າງນຶ່ງ ຖ້າບໍ່ມີປອດກໍບໍ່ສາມາດຫາຍໃຈ ແລະ ເຮັດໃຫ້ເສຍຊີວິດໄດ້ ເພາະປອດມີໜ້າທີ່ຫຼັກໃນການ ການແລກປ່ຽນແກັດສ໌ ດ້ວຍການສູບອົກຊີເຂົ້າສູ່ລະບົບເລືອດ ແລະ ລະບາຍອາຍກາກໂບນິກອອກຈາກ ລະບົບເລືອດ. ຄົນ ແລະ ສັດທີ່ເປັນພະຍາດກ່ຽວກັບປອດມັກບໍ່ແຂງແຮງ ແລະ ໄອ ເຊັ່ນ: ພະຍາດປອດແຫ້ງ, ປອດຕິດເຊື້ອ, ປອດອັກເສບ, ປອດບວມ ເປັນຕົ້ນ. ເວົ້າເລື່ອງປອດ ຄົນເຮົາຍັງມັກນໍາເອົາປອດ ສັດຫຼາຍຊະນິດມາກິນ ຊຶ່ງເຮັດເປັນອາຫານຕ່າງໆ ຄື: ອົບປອດ, ຈືນປອດຢ້າງ ແລະ ອື່ນໆ. ນອກຈາກນີ້, “ປອດ” ຍັງໝາຍເຖິງຂອງໄດ້ລ້າໆ, ວ່າງເປົ່າບໍ່ມີຫຍັງ ຊຶ່ງເຮົາມັກໄດ້ຍີນເລື້ອຍໆ ດັ່ງ ເຂດປອດພາສີ, ເຂດປອດທະຫານ, ຜັກປອດສານພິດ, ປອດໂປ່ງ, ອາກາດປອດໂປ່ງ, ດຳປອດ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo