ຄໍາວ່າ “ສັກ” ຄວາມໝາຍໃນພາສາລາວມີ​ຄວາມ​ໝາຍ​ແນວ​ໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ສັກ” ມີຄວາມໝາຍແນວໃດ?

​ຄໍາວ່າ “ສັກ” ແມ່ນຊື່ຕົ້ນໄມ້ເນື້ອແຂງ ມີລາຍງາມ ທົນທານແດດຝົນ ແລະ ປວກບໍ່ກີນ ເປັນໄມ້ທີ່ນິຍົມກັນນໍາມາເຮັດເຮືອນ, ໄມ້ເອ້ຍ້ອງ ແລະ ເຟີນິເຈີຕ່າງໆ ມີລາຄາແພງ ເອີ້ນວ່າ ໄມ້ສັກ. ພ້ອມນັ້ນ, ຍັງມີຄວາມໝາຍເຖິງການເອົາຂອງມີປາຍແຫຼມແທງລົງ ຫຼື ແທງເຂົ້າ ເປັນຕົ້ນ ການສັກເຂົ້າໄຮ່, ການສັກຢາ, ການສັກມຶກ ສັກລາຍ, ການສັກຢັນ, ສັກຄິ້ວ, ສັກຄ້ອນເທົ້າ, ແລະ ອື່ນໆ.

ນອກຈາກນັ້ນ, ຍັງໝາຍເຖິງ ຍົດ, ຊັ້ນ, ກຽດສັກສີ. ຫາກນໍາໄປປະສົມກັບຄໍາສັບອື່ນ ຍັງໃຫ້ຄວາມໝາຍຫຼາຍຢ່າງອີກເຊັ່ນ: ສັກກະ ຫຼາດ, ສັກກະຫຼາດໃໝ່, ສັກດາ, ສັກກາລະບູຊາ, ສັກກຸນາ, ສັກຂີພິຍານ, ສັກດິນາ, ສັກສິດ, ຈໍາປາສັກ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ເລີກເຊິ່ງກວ່າເກົ່າ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ສັກ”.

“ສັກ” (1. ຄໍານາມ) ຕົ້ນໄມ້ແນວນຶ່ງເປັນໄມ້ມີລາຄາ ແລະ ໃຊ້ປະໂຫຍດໄດ້ຫຼາຍໆຢ່າງ. (2. ຄໍາກິລິຍາ) ເອົາຂອງມີປາຍແຫຼມ ຫຼື ມີຄົມແທງລົງ ເພື່ອໃຫ້ເຂົ້າ ຫຼື ຕັ້ງຢູ່, ປີ່ນ ຫຼື ຕ່າວຫົວລົງທາງລຸ່ມ, ແທງລົງ (ຫົວສັກ). (3. ຄໍານາມ) ຍົດຊັ້ນ, ອໍານາດ.

ຕົວ­ຢ່າງ: 

  • ແຂວງຫຼວງພະບາງ ແລະ ແຂວງໃຊຍະບູລີ ເປັນແຂວງທີ່ປູກຕົ້ນໄມ້ສັກເພື່ອຂາຍຫຼາຍ ເປັນອັນດັບຕົ້ນໆ ຂອງປະເທດລາວ ເພາະມີພູມີປະເທດ ແລະ ອາກາດທີ່ເໝາະສົມ ພ້ອມກັນນັ້ນໄມ້ດັ່ງກ່າວ ຍັງມີລາຄາແພງອີກດ້ວຍ.
  • ເຮືອນລາວຈັ່ງແມ່ນງາມເຮັດດ້ວຍໄມ້ສັກໝົດ ລວມທັງພື້ນ, ເພດານ ຝາເຮືອນ ແລະ ຕູ້ໂຊຕ່າງໆ ມີການແກະສະລັກລວດລາຍວັດທະນາທໍາລາວ ເບີ່ງແລ້ວສະຫງ່າລາສີ ແລະ ງົດງາມ ເທົ່າທີ່ເຄີຍເຫັນ.
  • ການສັກເຂົ້າໄຮ່ແມ່ນເມື່ອຍຫຼາຍ ເພາະຕ້ອງໃຊ້ໄມ້ລໍາເທົ່າແຂນ ແລະ ຍາວປະມານສອງແມັດຕັດແຫຼມປາຍ ສັກໄຕ່ໄປຕາມເປີ້ນພູ ແລະ ເອົາເຂົ້າຢອດໃສ່ ແດດກະຮ້ອນ, ນໍ້າກະຫິວ ແຕ່ພໍຝົນລົງມາເຫັນຕົ້ນເຂົ້າຂຶ້ນຂຽວງາມ ກະພໍມີແຮງ.
  • ວານນີ້ຂ້ອຍສັກຢາກັນໂຄວິດ 19 ເຂັມທີສອງ ໝໍແນະນໍາວ່າໃຫ້ຄະລໍາ ຫ້າມດື່ມເຫຼົ້າດື່ມເບຍ ແລະ ກິນຂອງເຜັດຂອງເຄັມນຶ່ງອາທິດ.
  • ຄົນລາວສະໄໝກ່ອນນິຍົມກັນສັກມຶກ, ສັກລາຍ ກຸ່ມນຶ່ງສັກແຕ່ທ້ອງນ້ອຍລົງຮອດຫົວເຂົ່າ ເອີ້ນວ່າ ລາວພຸງດໍາ (ຄົນລ້ານນາ ໂດຍສະເພາະແມ່ນຊຽງລາຍ, ຊຽງຂອງ ແລະ ຊຽງແສນ) ແລະ ອີກກຸ່ມນຶ່ງສັກແຕ່ຕົ້ນຂາລົງຈົນຮອດຫົວເຂົ່າ ເອີ້ນວ່າລາວພຸງຂາວ (ລາວລ້ານຊ້າງ).
  • ການເຮັດບູນກະຖີນຄັ້ງນີ້ ມີບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກເປັນເຈົ້າສັດທາຫຼາຍທ່ານ ເຮັດໃຫ້ມີປັດໃຈ ເຂົ້າມາຢ່າງຫຼວງຫຼາຍ.
  • ຜູ້ແທນສະພາແຫ່ງຊາດແມ່ນຕົວແທນຂອງປະຊາຊົນ ທີ່ມີກຽດ ແລະ ສັກສີ ຫຼາຍຄົນກ່ອນຈະໄດ້ເປັນ ແມ່ນຜ່ານການຝຶກຝົນຫຼໍ່ຫຼອມ, ສ້າງຜົນງານ ແລະ ທໍາຄວາມດີຫຼາຍປີ.

ສະຫຼຸບ.

ຄໍາວ່າ “ສັກ”​ ໝາຍເຖິງໄມ້ເນື້ອແຂງ ລາຍງາມ ເປັນທີ່ນິຍົມກັນໃຊຕັ້ງເຮືອນ ແລະ ເຮັດເຟີນີເຈີ ເອີ້ນວ່າ ໄມ້ສັກ. ໝາຍເຖິງການປັກ ການແທງ ເຊັ່ນ: ສັກຢາ, ສັກລາຍ, ສັກເຂົ້າໄຮ່ ເປັນຕົ້ນ. ນອກຈາກນີ້, ຍັງໝາຍເຖິງກຽດຕິສັກ, ສັກສີ ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo