ຄໍາວ່າ “ຂໍ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຂໍ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຂໍ” ໝາຍເຖິງໄມ້ ຫຼື ສິ່ງໃດສິ່ງນຶ່ງ ທີ່ຄົດໆ ຫຼື ງໍໆ ເຊັ່ນ ຂໍເບັດ, ຂໍເກາະເສື້ອ, ໄມ້ຂໍ (ໄມ້ສ້າວ).  ນອກຈາກນັ້ນ​, ແມ່ນໝາຍເຖິງໃຫ້ຜູ້ອື່ນໃຫ້ໃນສິ່ງທີ່ຕົນປາດຖະໜາ ຫຼື ເວົ້າໃຫ້ຜູ້ອື່ນເຫັນໃຈ ແລະ ໃຫ້ໃນສິ່ງທີ່ຕ້ອງການເຊັ່ນ: ຂໍເງິນ, ຂໍທານ, ຂໍຄວາມເຫັນໃຈ, ຂໍໂອກາດ, ຂໍການສະໜັບສະໜູນ, ຂໍກ່າວ, ຂໍຖາມ, ຂໍຮ້ອງ, ຂໍອະທິຖານ, ຂໍພອນ, ຂໍຂໍ້ມູນ, ຂໍໃຫ້ຢູ່ດີມີແຮງ, ຂໍໃຫ້ລໍ້າລວຍ, ຂໍອະໄພ, ຂໍໂທດ, ຂໍປ່ຽນແປງ ແລະ ອື່ນໆ.

ແຕ່ກໍຍັງມີບາງຄໍາທີ່ໃຊ້ “ຂໍ” ໄປປະສົມແລ້ວມີຄວາມໝາຍຕ່າງອອກໄປເຊັ່ນ: ຂໍກະແຈ. ອີກຢ່າງນຶ່ງແມ່ນເປັນພະຍັນຊະນະລາວໂຕທີສອງ ຫຼັງໂຕ “ກໍ” (ກໍ) ແລະ ກ່ອນໂຕ “ຄ” (ຄໍ).

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກໄວຍະກອນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ຂໍ”.

“ຂໍ” (1. ຄໍານາມ) ໄມ້ງໍໆ ສົ້ນນຶ່ງສໍາລັບຫ້ອຍ, ແຂວນ, ເກາະ. (2. ຄໍາກິລິຍາ) ເວົ້າເພື່ອໃຫ້ຜູ້ອື່ນ ໃຫ້ສິ່ງທີ່ຕົນຕ້ອງການ. (3. ຄໍານາມ)  ພະຍັນຊະນະໃນພາສາລາວໂຕນຶ່ງເອີ້ນໂຕ “ຂ” ອ່ານວ່າໂຕ ຂໍ ເປັນພະຍັນຊະນະໂຕທີສອງ ຖັດຈາກໂຕ “ກ” ອ່ານວ່າໂຕ ກໍ.

ຕົວ­ຢ່າງ: 

  • ຂໍເກາະແມ່ນເອົາໄວ້ຫ້ອຍເຄື່ອງ ເພືອຕາກ ຫຼື ມ້ຽນໃຫ້ເປັນລະບຽບ. ຂໍເກົາສ່ວນໃຫຍ່ແມ່ນເຮັດຈາກພະລາສະຕິກ, ອາລຸຍມີນຽມ ແລະ ວັດສະດຸແນວອື່ນ.
  • ສຸພາສິດລາວໄດ້ກ່າວໄວ້ວ່າ “ໄມ້ຄົດ ເອົາໄວ້ເຮັດຂໍ ເຫຼັກງໍ ອົາໄວ້ເຮັດກ່ຽວ. ຄົນຄົດລ້ຽວ ເອົາໄວ້ບໍ່ດີ” ໝາຍເຖິງຄົນທີ່ບໍ່ຊື່ສັດບໍ່ຄວນເຮັດວຽກນໍາ ຫຼື ຢູ່ໃກ້ ເພາະມີພິດໄພຕໍ່ເຮົາ.
  • ການເຮັດກ່ຽວ ກ່ຽວເຂົ້າແມ່ນເອົາເຫຼັກມາຕີ ແລະ ດັດໃຫ້ຂໍ ຫຼື ງໍ ເຮັດໃຫ້ມີຄົມຄືກັນກັບມິດ.
  • ກ່ອນອື່ນໝົດຂໍກ່າວຄໍາວ່າສະບາຍດີແຂກທີ່ມີກຽດ ງານໃນມື້ນີ້ຫາກມີແນວຂາດຕົກບົກພ່ອງ ທາງເຈົ້າ ພາບຕ້ອງຂໍໂທດ ຂໍອະໄພ ມານະຍັງທີ່ນີ້ດ້ວຍ ແລະ ຫວັງຢ່າງຍີ່ງ ວ່າບັນທ່ານຈະຢູ່ຮ່ວມງານນໍາກັນ ຈົນສຸດກົກສຸດປາຍ.
  • ຄົນສ່ວນໃຫຍ່ໄປວັດໄປວາ ແມ່ນເພື່ອໄປຂໍພອນ ໃຫ້ສິ່ງທີ່ຕົນປາດຖະໜາກາຍເປັນຈິງ.
  • ລາວໄດ້ເຮັດຜິດຕໍ່ແຟນຂອງລາວ ແລະ ລາວກໍໄດ້ມາງໍ້ ແລະ ຂໍໂອກາດອີກຄັ້ງໜຶ່ງ.
  • ພະຍັນຊະນະລາວມີທັງໝົດ 27 ໂຕ ໃນນັ້ນ ໂຕ “ຂ” (ຂໍ) ແມ່ນໂຕທີສອງຫຼັງຈາກໂຕ “ກ” (ກໍ) ແລະ ກ່ອນໂຕ “ຄ” (ຄໍ).

ສະຫຼຸບ.

ຄໍາວ່າ “ຂໍ”​ ໝາຍເຖິງໄມ້ ຫຼື ສິ່ງໃດສິ່ງນຶ່ງ ທີ່ເອົາມາເຮັດໃຫ້ຂໍ ຫຼື ງໍ ເພື່ອນໍາໃຊ້. ໝາຍເຖິງການປາດຖະໜາ ສິ່ງໃດໜຶ່ງໃຫ້ເປັນໄປຕາມສິ່ງທີ່ຕົນຕ້ອງການ ແລະ ແມ່ນພະຍັນຊະນະລາວໂຕທີສອງ ຖັດຈາກໂຕ “ກ” (ກໍ) ແລະ ກ່ອນໂຕ “ຄ” (ຄໍໍ).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo