ຄໍາວ່າ “ຂັນ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຂັນ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຂັນ” ແມ່ນມີຫຼາຍຄວາມໝາຍ ນຶ່ງໃນນັ້ນແມ່ນພາຊະນະໃສ່ຂອງ ຊຶ່ງມີຫຼາຍແບບເຊັ່ນ: ຂັນກະ ຢ່ອງ ເປັນພາຊະນະສານດ້ວຍໄມ້ ຫຼື ຫວາຍສໍາລັບໃສ່ດອກໄມ້ບູຊາ, ຂັນແກ້ວ ແມ່ນຂັນທີ່ເຮັດດ້ວຍແກ້ວ, ຂັນກາບ ແມ່ນເຮັດດ້ວຍໂລຫະບ່ອນຂອບປາກເປັນກາບແຫຼມ ຄືກາບໄມ້, ຂັນແປດ ແມ່ນຂັນທີ່ໃສ່ດອກໄມ້ທູບທຽນຢ່າງລະ 8 ຄູ່, ຂັນຫ້າ ແມ່ນຂັນທີ່ໃສ່ດອກໄມ້ທູບທຽນຢ່າງລະ 5 ຄູ່, ຂັນໝາກ ແມ່ນພາຊະ ນະຢ່າງນຶ່ງ ທໍາເປັນຮູບສີ່ລ່ຽມມີຕີນຕັ້ງ ໃນໂກຂັນເຮັດເປັນຫຼາຍຫ້ອງສໍາລັບໄວ້້ໝາກພູ ແລະ ຢາ (ຢາ ສູບ).

ພ້ອມນັ້ນ ເວລາໄປປະສົມກັບຄໍາອື່ນເຮັດໃຫ້ມີຄວາມໝາຍກວ້າງອອກ ຫຼື ຕ່າງອອກໄປ ເຊັ່ນ: ຂັນ ຕີ ໝາຍເຖິງຄວາມອົດທົນຕໍ່ອາລົມອັນເປັນເຫດໃຫ້ເສຍປະໂຫຍດ ຫຼື ອົດທົນຕໍ່ທຸກເວດທະນາ, ຂັນທະສີ ມາ ແມ່ນສິມນ້ອຍທີ່ພໍພິກຂຸນັ່ງໄດ້ 21 ອົງ, ຂັນທົດສະກອນ ແມ່ນ ບີນໍ້າຕານ ຫຼື ນໍ້າຕານກ້ອນ. ນອກນີ້, ມີຫຼາຍຄົນມັກເວົ້າຢອກໄຍກັນວ່າ: ຄົນໄກ່ບໍ່ຂັນ ໝາຍເຖິງຜູ້ຊາຍທີ່ອະໄວຍະວະເພດໃຊ້ການບໍ່ໄດ້ ຫຼື ບໍ່ມີສາມາດຕອບສະໜອງທາງເພດໄດ້, ເມືອງໄກ່ບໍ່ຂັນ ແມ່ນເມືອງຄົນຕາຍ. “ຂັນ” ຍັງໝາຍເຖິງບ່ອນນໍ້າປັ່ນ ກິວ ຫຼື ນໍ້າໄຫຼວົນ. ໝາຍເຖິງອາສາ, ໝາຍເຖິງການຮ້ອງຫາຄູ່ ຫຼື ຮ້ອງຕອນເດີກ ແລະ ຕອນເຊົ້າຂອງໄກ່ເອີ້ນວ່າ ໄກ່ຂັນ. ໝາຍເຖິງການລົງໂທດຂອງຄົນຂອງຄົນສະໄໝກ່ອນ ຊຶ່ງຈະແບ່ງໂທດໜັກ ໂທດເບົາ ອອກເປັນຫຼາຍລະດັບ. ນອກນັ້ນ, ຍັງໝາຍເຖິງເງິນຂັນ ຊຶ່ງແມ່ນເງິນໂລະຫະແນວນຶ່ງຂອງລາວສະໄໝບູຮານ

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນເຮົາມາເບິ່ງນໍາກັນດັ່ງລຸ່ມນີ້:

ຄຳວ່າ “ຂັນ”.

“ຂັນ” (1. ຄໍານາມ) ພາຊະນະໃສ່ຂອງໃຊ້ທໍາດ້ວຍເງິນ, ຄໍາ, ແກ້ວ ຫຼື ໂລຫະອື່ນໆ ມີຕີນສໍາລັບຕັ້ງບ່ອນ ແອວກີ່ວ. (2. ຄໍານາມ) ບ່ອນນໍ້າໄຫຼວົນເປັນໂກນລົງຄືບວກ (ຕອນຕໍ່ຂັ້ນຂັນຕໍ່ແກ້ງ ກະແສນໍ້າປັ່ນປິວ) (ສິນໄຊ). (3. ຄໍາກິລິຍາ) ອາສາ, ຮັບຮອງ (ຍາມເມື່ອເວົ້າ ຂັນລົ້ມທັບຄາຍ), ດຶງເຂົ້າໃຫ້ເຄັ່ງ (ຂັນຕອກ). (4. ຄໍາກິລິຍາ) ໄກ່ ຫຼື ນົກ ບາງຈໍາພວກຮ້ອງສຽງນຶ່ງ. (5. ຄໍານາມ) ສ່ວນ, ກ້ອນ, ຕ່ອນ. (7. ຄໍານາມ) ສັກດິນາ ຫຼື ອັດຕາໃສ່ໂທດຕາມກົດໝາຍບູຮານ ມີ 4 ຂັນ ຄື: 1. ຂັນຄ່າຄໍ ເປັນອັດຕາໃສ່ໂທດຢ່າງໜັກທໍ່ກັບປະຫານຊີວິດ ຫຼື ມະຫັນຕະໂທດ (ທຽບກັບ ອາບັດ ປາຣາຊຶກ), 2. ຂັນໄໝ ເປັນອັດ ຕາໃສ່ໂທດຮອງລົງມາ ຫຼື ຮຽກວ່າ ຄະຣຸໂທດ (ທຽບກັບ ອາບັດສັງຄາທິເສດ), 3. ຂັນແປງ ອັດຕາໃສ່ໂທດຢ່າງກາງ ຫຼື ຮຽກວ່າ ໂທສານຸໂທດ (ທຽບອາບັດ ປາຈາຕີ), 4. ຂັນສົມມາ ເປັນອັດຕາໂທດຢ່າງເບົາ ຫຼື ຮຽກວ່າ ລະຫຸໂຫດ (ທຽບກັບອາບັດ ທຸກກົດ). ຂັນຄ່າຄໍນັ້ນ ກໍານົດໂທດໄວ້ຕາມຖ້ານ ຫຼື ສັກດິ ນາຂອງຄົນດັ່ງນີ້: 1). ຊັ້ນອັຄມະຫາເສນາບໍດີ ຂັນຄ່າຄໍ 1.600 ເງິນ ໝານຄວາມວ່າ ອັຄມະຫາ ເສນາບໍດີ ທໍາຜິດມິດສາຈານ ຕ້ອງປັບ 1.600ເງິນ. 2). ຊັ້ນເສນາ ຈະຕຸສະດົມ ຂັນຄ່າຄໍ 1.400 ເງິນ. 3). ເສນາອັດຖະສະດົມ ຂັນຄ່າຄໍ 1.200 ເງິນ. 4). ຊັ້ນເຈົ້າຂຸນ ຫົວພັນຫົວຮ້ອຍ ຂັນຄ່າຄໍ 800 ເງິນ. 5). ຊັ້ນຂຸນກວານທ້າວເພັຍ 600 ເງິນ. 7). ຄົນທຸກໄຮ້ເຂັນໃຈ ຂັນຄ່າຄໍ 200 ເງິນ; ຕາມອັດຕາທີ່ໄດ້ກ່າວມານີ້ ສ່ວນຫຼາຍໃສ່ໂທດ ແກ່ບຸກຄົນຜູ່ກະທໍາຜິດມິດສາຈານ ກັບເມັຍຄົນອື່ນ. (8. ຄໍານາມ) ຊື່ເງິນບູຮານ ເຊິ່ງຮຽກວ່າ ເງິນຂັນ, ຂັນນຶ່ງໜັກ 25 ບາດ.

ຕົວ­ຢ່າງ: 

  • ການແຫ່ເຂີຍ ຫລື ແຫ່ຂັນຫມາກ ເປັນພິທີມຸງຄຸນສຳລັບຄົນລາວ ຊຶ່ງເຄື່ອງຕາມທຳນຽມແລ້ວ ເຂີຍຕ້ອງບ່ຽງຜ້າບ່ຽງເບື້ອງຊ້າຍ ແລະ ພາຍດາບ (ງ້າວ) ເບື້ອງຂວາ ຫມາຍເຖິງການໄປບຸກເບີກຊີວິດໃຫມ່, ມືຖືຂັນດອກໄມ້ຍ່າງຢູ່ເຄິ່ງກາງຂະບວນແຫ່ແຕ່ຍ່າງຕາມຫລັງຜູ້ຖືຂັນຫມາກ. ສຳລັບຂັນໝາກ ປະກອບມີຢູ່ 3 ຂັນຄື: ຂັນໃສ່ເງິນຄ່າດອງ, ​ຂັນໃສ່ໝາກຄ້ຽວ ແລະ ຂັນ ຫຼື ຫາບໃສ່ເຫລົ້າຢາປາແປ້ງ. ​ສ່ວນເພື່ອນເຈົ້າບ່າວ ແມ່ນຖືກົກກ້ວຍ-ອ້ອຍຮຽງຂ້າງ ໝາຍເຖິງການເອົາໄປປູກຝັງໃຫ້ງອກເງີຍງາມດີ ເຫມືອນກັບການຕັ້ງຕົ້ນຊີວິດໃຫມ່ທີ່ຮຸ່ງເຮືອງສົດໃສ.
  • ຫຼາຍຄົນມັກລ້ຽງໄກ່ປ່າໄວ້ ເພາະມັນໂຕນ້ອຍ ສີສັນງາມຕາເປັນຮັກ ແລະ ຂັນມ່ວນ ເປັນຕາອອນ ຊອນ.
  • ໃນສະໄໝກ່ອນຢູ່ລາວ ເພິ່ນນຳໃຊ້ເງິນຂັນ, ເງິນຮາງ ເປັນຕົວກາງໃນການແລກປ່ຽນຊື້ຂາຍ ແຕ່ປະຈຸບັນ ແມ່ນໃຊ້ເງິນກີບ.

ສະຫຼຸບ.

ຄໍາວ່າ “ຂັນ”​ ແມ່ນມີຫຼາຍຄວາມໝາຍ ແຕ່ທີ່ຮູ້ກັນດີແມ່ນພາຊະນະໃສ່ຂອງ ສ່ວນໃຫຍ່ຈະແມ່ນຂອງ ເຊັ່ນດອກໄມ້ທູບທຽນ ແລະ ອື່ນໆ ເພື່ອໄປງານມຸງຄຸນຕ່າງໆ. ພ້ອມທັງໝາຍເຖິງສຽງຂອງນົກ ຫຼື ໄກ່ຮ້ອງ ເອີ້ນວ່າໄກ່ຂັນ. ໝາຍເຖິງເງິນຊະນິດນຶ່ງທີ່ໃຊ້ໃນສະໄໝບູຮານ ແລະ ມີຄວາມໝາຍອື່ນໆອີກຈໍານວນນຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo