ຄໍາວ່າ “ສະ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ສະ” ມີຄວາມໝາຍແນວໃດ?

​ຄໍາວ່າ “ສະ” ໝາຍເຖິງຂີ້ບວກ ຫຼື ໜອງ ຫຼື ອ່າງໃຫຍ່ ທີ່ຄົນເຮົາຂຸດໄວ້ສໍາລັບນໍາໃຊ້ນໍ້າ ຫຼື ເກີດໂດຍທໍາມະຊາດ ເຊັ່ນ: ສະນໍ້າ, ສະລອຍນໍ້າ ເຮັດໄວ້ສໍາລັບລອຍນໍ້າ, ໜອງສະ ເພື່ອລ້ຽງປາ. ນອກຈາກນັ້ນ, ຍັງໝາຍເຖິງການສະນໍ້າອອກ ຄື: ສະປາ, ສະບວກ, ສະໜອງ, ສະຫົວ ໃຫ້ສະອາດ.

ອີກຄວາມໝາຍນຶ່ງໝາຍເຖິງການເສຍສະລະ ຫຼື ການສະລະ ໃຫ້ຜູ້ອື່ນ. ຄໍາວ່າ “ສະ” ໄປບວກກັບຄໍາອື່ນຈະເຮັດໃຫ້ໄດ້ຫຼາຍຄວາມໝາຍອອກໄປເຊັ່ນ: ສະກາລະ ໝາຍເຖິງເຄົາລົບ. ສະກັດ ໝາຍເຖິງການລັດທາງ ເປັນຕົ້ນ ສະກັດກັ້ນ, ສະກັດທາງ. ການຄັດເອົາແຕ່ສິ່ງຍອດຍີ່ງ ສະກັດເຫຼັກ, ສະກັດຄໍາ, ສະກັດທອງ. ນອກຈາກນັ້ນ, ຍັງກ່ຽວຂ້ອງກັບຈິດໃຈ ເປັນຕົ້ນ ສະໃຈ, ສະກິດໃຈ, ສະກົດຈິດ, ສະກົດວິນຍານ. ພ້ອມນັ້ນ ຍັງມີອີກຫຼາຍຄໍາເຊັ່ນ: ສະກີ, ສະກຸນ, ສະກົດຄໍາ, ສະການ, ສະນັ້ນ ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກໄວຍະກອນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ສະ”.

“ສະ” (1. ຄໍານາມ) ບວກ ຫຼື ໜອງທີ່ຄົນຂຸດໄວ້ສໍາລັບໃຊ້ນໍ້າ ຫຼື ລ້ຽງປາ ເປັນຕົ້ນ. (2. ຄໍາກິລິຍາ) ຫວິດນໍ້າອອກໃຫ້ບົກ ດັ່ງ ສະປາ, ລ້າງໃຫ້ສະອາດ. ລ້າຫົວໃຫ້ສະອາດ (ສະຫົວ). ຍົກໃຫ້, ທານໃຫ້, ສະລະ, ປະວາງ, ບໍ່ຫວງແຫນ.

ຕົວ­ຢ່າງ: 

  • ຂອ້ຍເຮັດສະລ້ຽງປາຂະໜາດ 20 ຄູນ 40 ເພື່ອລ້ຽງປາ, ກຸ້ງ, ຫອຍ ແລະ ວ່າຊິເອົາປາຝາມາປ່ອຍ ນໍາ.
  • ສະລອຍນໍ້າຢູ່ອີນແປງ ແມ່ນໃຫຍ່ ແລະ ງາມ ຫຼາຍຄົນໄປຫຼີ້ນແລ້ວ ຕິດໃຈ ຢາກໄປອີກຫຼາຍເທື່ອ.
  • ວານນີ້ໄປສະບວກ ໄດ້ທັງໂຕປານ້ອຍ ໂຕປາໃຫຍ່ ໂຕກຸ້ງ ໂຕອີ່ໜ້ຽວ ແລະ ໂຕຮວກ ເອົາມາເຮັດຫໍ່ໝົກກິນ ແຊບບໍ່ໃຫ້ເວົ້າ.
  • ລາວເວົ້າວ່າ ໄປສະຫົວຢູ່ຮ້ານເສີມຄວາມງາມມາ ເຂົາເຈົ້າສະສະອາດ ພ້ອມທັງນວດໃຫ້ພ້ອມ ເຮັດໃຫ້ນອນຫຼັບສະບາຍ.
  • ທະພຸດທະເຈົ້າໄດ້ປ່ອຍວາງ ແລະ ສະຫຼະ ຊັບສິນເງິນທອງ ກຽດຕິຍົດ ລວມທັງກີ້ເຫຼດຕັນຫາ ທັງປວງໄດ້ ຈິ່ງເຮັດໃຫ້ເພີ່ນສາມາດຕັດສະຮູ້ ບັນລຸທໍາໄດ້.

ສະຫຼຸບ.

ຄໍາວ່າ “ສະ”​ ໝາຍເຖິງບວກ, ໜອງ, ສະລອຍນໍ້າ ທີ່ຄົນເຮົາເຮັດ ຫຼື ເກີດໂດຍທໍາມະຊາດ. ໝາຍເຖິງການຫວິດນໍ້າອອກໃຫ້ແຫ້ງ ຫຼື ບົກ. ໝາຍເຖິງການສະຫົວ ແລະ ໝາຍເຖິງການຍົກໃຫ້ ຫຼື ສະລະ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo