ຄໍາວ່າ “ຄ້າງ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຄ້າງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄ້າງ” ແມ່ນໝາຍເຖິງການເອົາໄມ້ມາເຮັດຄ້າງ ຫຼື ຊັ້ງ ເພື່ອໃຫ້ເຄືອໄມ້ຂຶ້ນເຊັ່ນ: ຄ້າງໝາກຖົ່ວ, ຄ້າງໝາກອຶ, ຄ້າງໝາກບວບ, ຄ້າງໝາກນອຍ, ຄ້າງໝາກແຕງ, ຄ້າງພິກໄທ, ຄ້າງຜັກຕໍານິນ, ຄ້າງບັ້ງໄຟ ເປັນຕົ້ນ.

ນອກຈາກນັ້ນ, ຍັງໝາຍເຖິງການຕິດ, ຕິດຄ້າງ, ການຄາຢູ່ ເຊັ່ນ: ຄ້າງຄ່າເຊົ່າ ໝາຍເຖິງການຕິດໜີ້, ຄ້າງຄາ ໝາຍເເຖິງຍັງບໍ່ທັນໄດ້ສໍາລະສະສາງ, ຄ້າງໂຄກ ໝາຍເຖິງບໍ່ສາມາດລະບາຍອອກ, ຄ້າງຄືນ ໝາຍເຖິງການນອນພັກກາງຄືນຢູ່ແຫ່ງໃດແຫ່ງນຶ່ງ, ເມົາຄ້າງ ໝາຍເຖິງການດື່ມເຫຼົ້າ ຫຼື ເບຍ ເມົາຫຼາຍຮອດມື້ໃໝ່ກະຍັງເມົາຢູ່, ຕົກຄ້າງ ໝາຍເຖິງບໍ່ທັນໄປນໍາຂະບວນ ຫຼື ບໍ່ທັນລະບາຍອອກໄດ້, ຫົວຄ້າງ ໝາຍເຖິງການຫົວຫຼາຍຈົນຫາຍໃຈບໍ່ອອກ. ແຕ່ສໍາລັບຄ້າງໝໍ້ ໝາຍເຖິງເອົາໝໍ້ແກງໄປຄ້າງໃສ່ເຕົາໄຟ. ນອກຈາກນັ້ນ, ຍັງໝາຍເຖິງການທີ່ສິ່ງໃດຫນຶ່ງຢຸດຊະງັກບໍ່ເຫນັງຕີງເຊັ່ນ: ວີດີໂອຄ້າງ, ເທບຄ້າງ ເປັນຕົ້ນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄ້າງ

“ຄ້າງ” (1. ຄໍານາມ) ໄມ້ທີ່ເຮັດໃຫ້ເຄືອໄມ້ກ້ຽວຂຶ້ນ, ໄມ້ທີ່ເຮັດໄວ້ສໍາລັບເອົາສິ່ງຂອງວາງໄວ້ ດັ່ງ ຄ້າງບັ້ງ ໄຟ. (2. ຄໍາກິລິຍາ) ຕິດ, ຄາຢູ່ເທິງ, ວາງໄວ້ຂ້າງເທິງ, ແຮມ, ຮັ້ງ, ຍັງບໍ່ແລ້ວ. ຄ້າງຄາ.

ຕົວ­ຢ່າງ: 

  • ຄ້າງພິກໄທ ສ່ວນໃຫຍ່ຄົນນິຍົມເອົາເສົາຄອນກຼິດຂະໜາດສອງແມັດມາເຮັດ ເພາະມັນແໜ້ນໜາຖາ ວອນ ແລະ ກຸ້ມຫຼາຍປີ.
  • ການເຮັດຄ້າງໝາກແຕງ ສ່ວນໃຫຍ່ແມ່ນໃຊ້ໄມ້ປ່ອງມາຜ່າອອກເປັນຫຼາຍອັນ ແລ້ວເອົາໄປສານເປັນ ຕາກະໂລຫ່າງໆ ເພື່ອໃຫ້ເຄືອໝາກແຕງຂຶ້ນ.
  • ຄ້າງບັ້ງໄຟ ແມ່ນເຮັດຈາກການເອົາທ່ອນໄມ້ ຫຼື ໄມ້ປ່ອງມາເຮັດຄືຂັ້ນໃດ ແຕ່ໃຫຍ່ ແລະ ໜາແໜ້ນກວ່າ ເພື່ອຮັບປະກັນການຮັບນໍ້າໜັກຂອງຄົນ ເວລາເອົາບັ້ງໄຟຂຶ້ນຄ້າງ.
  • ປີນີ້ລາວເສັງບໍ່ໄດ້ ສະແດງວ່າຕ້ອງຄ້າງຫ້ອງ ປີໜ້າຕ້ອງໄດ້ຮຽນຫ້ອງເກົ່າ.
  • ວ່າຊິຂັບລົດແຕ່ນະຄອນຫຼວງວຽງຈັນ ໄປ ແຂວງຫຼວງນໍ້າທາ ລວດດຽວ ແຕ່ເມື່ອຍໂພດ ໄດ້ແວ່ນອນຄ້າງຄືນຢູ່ແຂວງອຸດົມໄຊ.
  • ນັກໂດດຈ້ອງ ໂດດຈ້ອງລົງມາບໍ່ຖືກເປົ້າໝາຍຄ້າງຢູ່ເທີງຕົ້ນໄມ້ ແຕ່ເຈົ້າໜ້າທີ່ກໍ່ສາມາດຊ່ວຍລົງມາດ້ວຍຄວາມປອດໄພ.

ສະຫຼຸບ.

ຄໍາວ່າ “ຄ້າງ”​ ໝາຍເຖິງຄ້າງໄມ້ ທີ່ເຮັດໃຫ້ເຄືອໄມ້ກ້ຽວຂຶ້ນໃຫ້ສະດວກໃນເວລາເກັບໃບ, ຍອດ ຫຼື ໝາກ. ໝາຍເຖິງການຕິດໜີ້ ການທີ່ຍັງບໍ່ໄດ້ຊໍາລະ. ການຄ້າງຄາ ແລະ ຍັງບໍ່ແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo