ຄໍາວ່າ “ບໍ່” ຄວາມໝາຍແບບ​ໃດ​ແດ່ໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບໍ່” ມີຄວາມໝາຍແນວໃດ?

​ຄໍາວ່າ “ບໍ່” ເປັນຄໍາສັບນຶ່ງທີ່ໃຊ້ຫຼາຍໃນຊີວິດປະຈໍາວັນ. ມີຫຼາຍຄວາມໝາຍ ແລະ ເວລາໄປຄວບກັບຄໍາອື່ນກໍມີຫຼາຍຄວາມໝາຍໄດ້ເຊັ່ນກັນ. “ບໍ່” ໝາຍເຖິງບໍ່ຂອງສິ່ງໃດນຶ່ງລວມທັງວັດຖຸ ເຊັ່ນ: ບໍ່ນໍ້າ, ບໍ່ກົ່ວ, ບໍ່ເງິນ, ບໍ່ຄໍາ, ບໍ່ທອງ, ບໍ່ເຫຼັກ, ບໍ່ຫີນ, ບໍ່ຊາຍ, ບໍ່ແຮ່, ບໍ່ຫີນປູນ, ບໍ່ດິນ, ບໍ່ແກ້ວ, ບໍ່ເພັດ, ບໍ່ພອຍ, ບໍ່ໂຢກ, ບໍ່ອັນຍະມະນີ, ບໍ່ເກີດແຫ່ງຄວາມຮູ້, ບໍ່ເກີດແຫ່ງຄວາມຕາຍ ເປັນຕົ້ນ. “ບໍ່” ໃຊ້ປະຕິເສດ ເຊັ່ນ: ບໍ່ຮູ້ຈັກບໍ່ແມ່ນ, ບໍ່ເຫັນ, ບໍ່ໄດ້ເອົາ, ບໍ່ສາມາດຊ່ວຍໄດ້, ບໍ່ໄປເດີ, ບໍ່ທັນ, ບໍ່ມີ, ບໍ່ເຮັດ, ບໍ່ມັກ.

“ບໍ່” ໃຊ້ເປັນຄໍາຕໍ່ທ້າຍຄໍາກິລິຍາໝາຍເຖິງຄໍາຖາມ ດັ່ງ ໄດ້ບໍ່?, ມີບໍ່?, ໄປບໍ່?, ເຮັດບໍ່?, ທັນບໍ່?, ກິນບໍ່?, ຫິວບໍ່?, ຢາກບໍ່?, ຢາກເບີ່ງບໍ່? ເປັນຕົ້ນ. ຄໍາວ່າ “ບໍ່” ເວລາໄປບວກກັບຄໍາອື່ນຍັງມີຫຼາຍຄວາມໝາຍອອກໄປອີກອເຊັ່ນ: ບໍ່ກ້າ, ບໍ່ກໍານົດ, ບໍ່ຂັດຂືນ, ບໍ່ປະຕິເສດ, ບໍ່ຄວນ, ບໍ່ດີ, ບໍ່ງາມ, ບໍ່ສະບາຍ, ບໍ່ສະອາດ, ບໍ່ສຸພາບ, ບໍ່ຊໍານານ, ບໍ່ດີໃຈ, ບໍ່ຊ້າກໍ່ໄວ, ບໍ່ຫົວຊາ, ບໍ່ມີເຫດຜົນ, ບໍ່ດີໃຈ, ບໍ່ດົນ, ບໍ່ຊິນເຄີຍ, ບໍ່ຕຸ້ຍບໍ່ຈອຍ, ບໍ່ສະທົກສະທ້ານ, ບໍ່ຢ້ານບໍ່ກົວ, ບໍ່ເຂົ້າຖໍ້າເສືອ ກໍບໍ່ໄດ້ລູກເສືອ, ເກັ່ງບໍ່ເກັ່ງ, ແຊບບໍ່ໃຫ້ເວົ້າ, ດີບໍ່ດີ, ໝັ່ນບໍ່ໝັ່ນ ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ບໍ່”.

“ບໍ່” (1. ຄໍານາມ) ບ່ອນເກີດຂອງວັດຖຸ (ດັ່ງ ບໍ່ເງິນ, ບໍ່ຄໍາ, ບໍ່ແກ້ວ ເປັນຕົ້ນ). (2. ຄໍາກິລິຍາ) ເປັນຄໍາປະຕິເສດຄວາມໝາຍຂອງຄໍາທີ່ໃຊ້ຖັດກັນໄປດັ່ງ ບໍ່ດີ, ບໍ່ມີ, ບໍ່ໄດ້ເປັນຕົ້ນ, ເປັນຄໍາຕໍ່ທ້າຍຄໍາກິລິຍາໝາຍເຖິງຄໍາຖາມ ດັ່ງ ໄດ້ບໍ່? ມີບໍ່?.

ຕົວ­ຢ່າງ: 

  • ປະເທດລາວອຸດົມສົມບູນໄປດ້ວຍ ຊັບໃນດິນ ເພາະມີບໍ່ເງິນ, ບໍ່ຄໍາ, ບໍ່ກົ່ວ, ບໍ່ຖ່ານຫີນ, ບໍ່ຫີນກາວ ແລະ ອື່ນໆຢ່າງຫຼວງຫຼາຍ ເຊັ່ນ: ບໍ່ຄໍາເຊໂປນ, ບໍ່ຄໍາພູເບ້ຍ, ບໍ່ຄໍານາກະດົກ, ບໍ່ຖ່ານຫີນວຽງພູຄາ, ບໍຖ່ານຫີນຫົງສາ, ບໍ່ຖ່ານຫີນເມືອງກະລືມ, ບໍ່ກົ່ວໂພນຕິ້ວ ແລະ ບໍ່ອື່ນໆ.
  • ເວລາຕໍາຫຼວດສືບສ່ວນຄະດີນໍາຄົນຮ້າຍ ລາວປະຕິດເສດໜ້າຕາເສີຍວ່າບໍ່ໄດ້ລັກເງິນ ທັງໆທີ່ກ້ອງວົງ ຈອນປິດສາມາດຈັບພາບໄດ້.
  • ເວລາໝູ່ຊວນລາວໄປຫຼີ້ນລາວບອກວ່າ ບໍ່ໄປເດີ ຄາວຽກ ແຕ່ໃນຄວາມເປັນຈີງແລ້ວລາວຢ້ານພໍ່ແມ່ຮ້າຍໃຫ້.
  • ມື້ນີ້ ທ່ານຢູ່ເຮືອນບໍ່? ຊິອອກມາຫຼີ້ນນໍາ ເພາະມີເລື່ອງສໍາຄັນຢາກປືກສາຫາລື ແລະ ຂໍຄໍາແນະນໍາຈາກທ່ານ.
  • ໂຕມີເງິນບໍ່? ຂໍຢືມຈັກຫ້າແສນແດ່ ຊ່ວງນີ້ຂາດເງິນແທ້ໆ ທ້າຍເດືອນຊິໃຊ້ຄືນ ແລ້ວຊິລ້ຽງນໍ້າພ້ອມ.

ສະຫຼຸບ.

ຄໍາວ່າ “ບໍ່”​ ໝາຍເຖິງບໍ່ເກີດຂອງວັດຖຸ ແລະ ອື່ນໆ. ໃຊ້ເປັນຄໍາປະຕິເສດຄວາມໝາຍຂອງຄໍາອື່ນ ແລະ ໃຊ້ເປັນຄໍາຖາມອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo