ຄໍາວ່າ “ຂັນ” ແລະ “ຄັນ” ມີຄວາມໝາຍໃນ​ພາ​ສາ​ລາວຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຂັນ” ແລະ “ຄັນ”

ຄໍາວ່າ “ຂັນ” ແລະ “ຄັນ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ຂັນ” ແມ່ນພາຊະນະໃສ່ເຄື່ອງຢ່າງນຶ່ງ ມີຮູບຮ່າງຫຼາຍແບບ ແລະ ເອີ້ນແຕກຕ່າງກັນໄປເປັນຕົ້ນ: ຂັນກະ ຢ່ອງ ສານດ້ວຍໄມ້ ຫຼື ຫວາຍ ໃຊ້ໃສ່ດອກໄມ້ບູຊາ. ຂັນແກ້ວ ເຮັດດ້ວຍແກ້ວ, ຂັນກາບ ເຮັດດ້ວຍໂລຫະຂອບປາກເປັນກາບແຫຼມຄືກາບໄມ້, ຂັນແປດ ແມ່ນຂັນທີ່ໃສ່ດອກໄມ້ທູບທຽນຢ່າງລະ 8 ຄູ່, ຂັນຫ້າ ແມ່ນຂັນທີ່ໃສ່ດອກໄມ້ທູບທຽນຢ່າງລະ 5 ຄູ່, ຂັນໝາກ ເປັນຮູບສີ່ລ່ຽມມີຕີນຕັ້ງ ໃນຂັນເຮັດເປັນຫຼາຍຫ້ອງສໍາລັບໄວ້້ໝາກພູ ແລະ ຢາສູບ. “ຂັນ” ຍັງໝາຍເຖິງການອາສາ ຫຼື ສະມັກ, “ຂັນ” ໝາຍເຖິງການຮ້ອງຫາຂອງໄກ່, ນົກ ເອີ້ນວ່າ ໄກ່ຂັນ, ນົກຂັນ. ນອກນັ້ນ, ຍັງແມ່ນເງິນໂລະຫະແນວນຶ່ງຂອງລາວສະໄໝບູຮານ.

ຄໍາວ່າ “ຄັນ” ແມ່ນການເອົາດິນມາເຮັດເປັນຄັນຍາວ ຫຼື ເປັນຄູ ເປັນຄັນ ເພື່ອກັ້ນນໍ້າບໍ່ໃຫ້ໄຫຼ ເປັນຕົ້ນ ຄັນນາ, ຄັນແທ, ຄັນຄູ. ນອກນັ້ນ, ຍັງແມ່ນດ້າມຈັບຂອງອຸປະກອນ ເຊັ່ນ: ຄັນຈອງ, ຄັນຮົ່ມ, ຄັ້ນຊ້ວານ, ຄັນເບັດ, ຄັນ ເລັ່ງ, ຄັນແຮ້ວ. “ຄັນ” ຍັງໃຊ້ເອົາໄວ້ທາງໜ້າຄໍາອື່ນເພື່ອບົງບອກເວລາ ເຊັ່ນ: ຄັນຍາມເຊົ້າ, ຄັນຕອນເຊົ້າ, ຄັນຕອນບ່າຍ, ຄັນຍາມຕອນສວາຍ, ຄັນຍາມເມື່ອແລງ, ຄັນຕອນເດີກ, ຄັນມາໄວ, ຄັນມາຊ້າ, ຄັນບໍ່ທັນ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຂັນ”.

“ຂັນ” (1. ຄໍານາມ) ແມ່ນພາຊະນະໃສ່ເຄື່ອງເຮັດດ້ວຍໂລຫະເງິນ, ຄໍາ, ແກ້ວ ຫຼື ອື່ນໆ. (2. ຄໍານາມ) ບ່ອນນໍ້າໄຫຼວົນເປັນໂກນລົງຄືບວກ (ຕອນຕໍ່ຂັ້ນຂັນຕໍ່ແກ້ງ ກະແສນໍ້າປັ່ນປິວ) (ສິນໄຊ). (3. ຄໍາກິລິຍາ) ອາສາ, ຮັບຮອງ (ຍາມເມື່ອເວົ້າ ຂັນລົ້ມທັບຄາຍ), ດຶງເຂົ້າໃຫ້ເຄັ່ງ (ຂັນຕອກ). (4. ຄໍາກິລິຍາ) ໄກ່ ຫຼື ນົກ ບາງຈໍາພວກຮ້ອງສຽງນຶ່ງ. (5. ຄໍານາມ) ສ່ວນ, ກ້ອນ, ຕ່ອນ. (7. ຄໍານາມ) ສັກດິນາ ຫຼື ອັດຕາໃສ່ໂທດຕາມກົດໝາຍບູຮານ ມີ 4 ຂັນ ຄື: 1. ຂັນຄ່າຄໍ ເປັນອັດຕາໃສ່ໂທດຢ່າງໜັກທໍ່ກັບປະຫານຊີວິດ ຫຼື ມະຫັນຕະໂທດ (ທຽບກັບ ອາບັດ ປາຣາຊຶກ), 2. ຂັນໄໝ ເປັນອັດ ຕາໃສ່ໂທດຮອງລົງມາ ຫຼື ຮຽກວ່າ ຄະຣຸໂທດ (ທຽບກັບ ອາບັດສັງຄາທິເສດ), 3. ຂັນແປງ ອັດຕາໃສ່ໂທດຢ່າງກາງ ຫຼື ຮຽກວ່າ ໂທສານຸໂທດ (ທຽບອາບັດ ປາຈາຕີ), 4. ຂັນສົມມາ ເປັນອັດຕາໂທດຢ່າງເບົາ ຫຼື ຮຽກວ່າ ລະຫຸໂຫດ (ທຽບກັບອາບັດ ທຸກກົດ).

ຕົວ­ຢ່າງ: 

  • ຕາມຮິດຄອງປະເພນີເວລາໃສ່ບາດແມ່ນຕ້ອງມີໂອ ມີຂັນ ເພື່ອໃສ່ສິ່ງຂອງຖະຫວາຍພະສົງ.
  • ໄກ່ຕໍ່ຕ້ອງເປັນໄກ່ທີ່ຂັນມ່ວນ ຂັນດຸ ຫຼື ຂັນດີ ຈິ່ງສາມາດສ້າງຄວາມດືງດູດໄກ່ແມ່ ຫຼື ໄກ່ຄູ່ຕໍ່ສູ້ໄດ້ດີ.
  • ເງິນຂັນ ເປັນເງິນບູຮານເພື່ອໃຊ້ເຂົ້າໃນການແລກປ່ຽນຊື້ຂາຍໃນສະໄໝກ່ອນ ແຕ່ປະຈຸບັນແມ່ນບໍ່ໃຊ້ແລ້ວ.

ຄວາມໝາຍຄຳວ່າຄັນ”.

“ຄັນ” (1. ຄໍານາມ) ດ້າມເຄື່ອງໃຊ້ຕ່າງໆ ບ່ອນເອົາມືຈັບ (ດັ່ງຄັນເບັດ, ຄັນຈອງ, ຄັນບວຍ ເປັນຕົ້ນ). ດີນທີ່ປັ້ນຂວາງນໍ້າບໍ່ໃຫ້ໄຫຼ. (2. ຄໍາກິລິຍາ) ອາການທີ່ເຮັດໃຫ້ຢາກເກົາ, ຄັນຄາຍ. (3. ຄໍານາມ) ຍາມ, ເວລາ (ດັ່ງຍາມເມື່ອ).

ຕົວ­ຢ່າງ: 

  • ຄັນເບັດປັກແມ່ນເອົາໄມ້ໄຜ່ມາເຮັດ ຍາມປະມານ 40 ຊັ່ງຕີແມັດ ເພື່ອໃຫ້ສະດວກໃນການໃຊ້ງານຕົວຈິງ.
  • ເວລາຂີ່ຍົນຢູ່ເທິງຟ້າ ຫຼຽວລົງມາເຫັນຄັນນາເປັນຫ້ອງສີ່ລ່ຽມຢັ່ງຢາຍຕາມຮ່ອມພູ ແລະ ທົ່ງພຽງງາມ ຫຼາຍ.
  • ເວລາຍຸງກັດຈະເປັນຕຸ່ມ ແລະ ຄັນ ເຮັດໃຫ້ຢາກເກົາ ນອກຈາກນັ້ນຍັງມີໂອກາດເປັນໄຂ້ຍຸງອີກດ້ວຍ.
  • ຄັນຖ້າມາບໍ່ເຫັນຢູ່ເຮືອນແມ່ນໃຫ້ນັ່ງຫຼີ້ນຖ້າຢູ່ກ້ອງຮົ່ມຕົ້ນໝາກມ່ວງຖ້າເດີ.

ສະຫຼຸບ.

ຄໍາວ່າ “ຂັນ” ແມ່ນພາຊະນະໃສ່ສິ່ງຂອງ ແຕ່ສ່ວນໃຫຍ່ແມ່ນດອກໄມ້ທູບທຽນ ແລະ ອື່ນໆ ເພື່ອໄປງານມຸງຄຸນຕ່າງໆ. ແມ່ນສຽງຂອງນົກຂັນ ຫຼື ໄກ່ຂັນ (ຮ້ອງຫາຄູ່). ໝາຍເຖິງເງິນຂັນບູຮານທີ່ເປັນໂລຫະມີຄ່າຢ່າງນຶ່ງ. ສ່ວນຄໍາວ່າ “ຄັນ” ແມ່ນຄັນຄູ, ຄັນນາ ໂດຍລວມແມ່ນການກອງດິນຂຶ້ນຍາວເພື່ອປ້ານນໍ້າໄວ້, ໝາຍເຖິງດ້າມເຄື່ອງໃຊ້ຕ່າງໆ, ໝາຍເຖິງອາການຄັນຄາຍເຮັດໃຫ້ຢາກເກົາ ແລະ ໝາຍເຖິງການສະແດງເວລາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo