ຄໍາວ່າ “ວົງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ວົງ” ມີຄວາມໝາຍແນວໃດ?

ຄໍາວ່າ “ວົງ” ໝາຍເຖິງສິ່ງທີ່ຂົດເຂົ້າຈອດກັນໂດຍບໍ່ມີລ່ຽມອາດຈະດ້ວຍການແຕ້ມ, ຂິດຂຽນ, ສິ່ງຂອງ ຫຼື ສິ່ງໃດນຶ່ງ ເຊັ່ນ: ວົງກົມ, ວົງມົນ, ວົງວຽນ, ວົງແຫວນ, ວົງເດືອນ, ວົງໂຄຈອນ, ຮອບວົງ, ວົງລໍ້ ເປັນຕົ້ນ. ວົງ ຍັງໃຊ້ເອີ້ນຢ່າງອື່ນອີກ ເຊັ່ນ: ວົງໄພ້ ໝາຍເຖິງການຫຼີ້ນໄພ້ ຊຶ່ງເປັນການພະນັນຢ່າງນຶ່ງ, ວົງລ້ອມ ໝາຍ ເຖິງຕົກຢູ່ຫວ່າງກາງຂອງການປິດລ້ອມຂອງວົງສະກັດ ຫຼື ສັດຕູ ຫຼື ເກມໃດນຶ່ງ, ວົງຈອນຊີວິດ ໝາຍເຖິງ ການເກີດໃໝ່ໝູນວຽນຈົນເຖິງຕາຍ, ວົງກົດ ແມ່ນຊື່ພູໜ່ວຍນຶ່ງໃນນິທານເວດສັນຕຣະມີທາງເຂົ້າອອກຄົດໂງ ຫຼາຍຮຽກເຂົາວົງກົດ.

ວົງກົດຄີຣີ ແມ່ນເຂົາວົງກົດ ບ່ອນເຮັດວຽກໄວ້ເວລາມີບຸນສໍາລັບໃຫ້ຄົນເຂົ້າອອກຫຼົງ ດັ່ງດຽວກັບເຂົາວົງກົດໃນເລື່ອງເວດສັນຕຣະ. ວົງສາ ໝາຍເຖິງຕະກຸນ ຫຼື ເຊື້ອແນວ. ແຕ່ສຽງວົງໆ ແມ່ນ ສຽງໝາເຫົ່າ. ວົງຈອນໄຟຟ້າ ແມ່ນເສັ້ນທາງຂອງກະແສໄຟຟ້ແຕ່ຈຸດເລີ່ມຕົ້ນແຫຼ່ງກໍາເນີດໄຟຟ້າໄປຕາມ ສາຍໄຟຟ້າຈົນໝູນກັບມາຈຸດເລີ່ມຕົ້ນໃໝ່ມີລັກສະນະເປັນຫວ່ງວົງຈອນ. ວົງສັງຄົມ ແມ່ນການໄປມາຫາສູ່ ຂອງຄົນໃນສັງຄົມ. ວົງດົນຕີ ແມ່ນຄະນະຫຼີ້ນດົນຕີ. ວົງກົບ ແມ່ນຂອບວົງປະຕູ ຫຼື ຂອບວົງປ່ອງຢ້ຽມ, ວົງໃນ ວົງນອກ ແມ່ນຄົນໃນກຸ່ມ ແລະ ນອກກຸ່ມ.

SA Game
DooDiDo

ວົງເງິນ ໝາຍເຖິງຈໍານວນເງິນ. ໃນໄວຍະກອນຍັງ ໃຊ້ເອີ້ນເປັນເຄື່ອງໝາຍຈໍານວນນຶ່ງເຊັ່ນ: ວົງຂໍ, ວົງເລັບ, ວົງເລັບຊ້ອນ, ວົງປີກກາ, ວົງຢືມ. ວົງການການເມືອງແມ່ນຂົງເຂດການເມືອງ. ແວດວົງການເມືອງແມ່ນຂົງເຂດການເມືອງ ເຊັ່ນກັນ. ການບັນເທິງ ແລະ ແວດວົງສີລະປິນ ແມ່ນນັກແຕ່ງ ນັກຮ້ອງ ນັກຂັບ ນັກລໍາ ຕະຫຼົກ. ແວດວົງທະຫານ ແມ່ນເຮັດ ວຽກກ່ຽວກັບຕະຫານ.

ນອກຈາກນີ້, “ວົງ” ຍັງໝາຍເຖິງເຊື້ອແນວ ເຊັ່ນ: ວົງສະກຸນ ແມ່ນໃຊ້ເອີ້ນໃນຕະກຸນດຽວກັບ, ວົງສາຄະ ນາຍາດ ໝາຍເຖິງໃນຊາດດຽວກັນ, ວົງສາ ແລະ ວົງສານຸວົງ ແມ່ນໃຊ້ເອີ້ນເຊື້ອເຈົ້າຊີວິດ, ໃຊ້ເອີ້ນ ໃນ ເຊື້ອເຈົ້າ ເຊັ່ນກັນ. ໃນສັງຄົມລາວມີຫຼາຍຄົນໃສ່ຊື່ມີຄໍາວ່າວົງ ແລະ ຫຼາຍຄອບຄົວມີນາມສະກຸນມີຄໍາວ່າ ວົງປະກົດຢູ່ ເຊັ່ນ: ເຈົ້າອານຸວົງ, ເຈົ້າສະເດັດສຸພານຸວົງ, ມະຫາສີລາວົງ, ວົງໄຊ, ວົງສີ, ວົງສະຫວ່າງ ແລະ ອື່ນໆ. “ວົງ” ຍັງໝາຍເຖິງການເບັດ ການຄົດໃຫ້ໂງ ຫຼື ງໍ ເພື່ອໃຫ້ໂຄ້ງ ເຊັ່ນ: ເບັດຫວາຍໃຫ້ງໍ ເປັນວົງມົນ, ເບັດຕີນລົດຖີບທີ່ຕົກຂຸມແຮງ ແລະ ຄົດໃຫ້ໂຄ້ງມົນຄືເກົ່າ. ເບັດເຫຼັກເສັ້ນໃຫ້ອ້ອມ ເປັນ ວົງກົມເພື່ອຈອດເຮັດຊິງຊ້າໝູນ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າວົງ”.

“ວົງ” (1. ຄໍານາມ) ຮູບຮອຍຂຽນ ຫຼື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນບໍ່ມີລ່ຽມ. ເອີ້ນຂອງ ຫຼື ຄົນ ທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ, ວົງເລັບ ຊຶ່ງເປັນເຄື່ອງໝາຍດັ່ງນີ້ ( ). ວົງວຽນ. ເຄື່ອງ ສໍາລັບຂຽນວົງມົນມີ 2 ຂາ ຂານຶ່ງໃສ່ສໍ ຂານຶ່ງມີເຫຼັກປາຍແຫຼມ. ເຊື້ອແນວ. ເບັດ. ກຸ້ງ (2. ຄໍາກິລິຍາ) ອ້ອມ, ລ້ອມ. ຄົດ. ໂງ (ໃນຄໍາວ່າເຂົາວົງແປວ່າພູທີ່ຄົດທີ່ໂງ).

ຕົວ­ຢ່າງ: 

  • ເສັ້ນທາງວົງວຽນ ແມ່ນໄດ້ຮັບຄວາມນິຍົມ ແລະ ສ້າງຂຶ້ນໃນຫຼາຍປະເທດ ເພາະມີຮູບຮ່າງງາມ ແລະ ສາມາດສັນຈອນໄປມາສະດວກອີກແບບນຶ່ງ.
  • ວົງໂຄຈອນຂອງໂລກແມ່ນໝູນວຽນເປັນຮູບວົງມົນ ແລະ ປີ່ນອ້ອມຕົວມັນເອງ.
  • ທະຫານສາມາດໜີຈາກວົງລ້ອມໄດ້ແບບລອດຕາຍຫວຸດຫວິດ ຖ້າບໍ່ມີຄວາມສາມາດແມ່ນຖືກຍິງ ແທ້ໆ.
  • ວົງເລັບ ຫຼື ເຄື່ອງໝາຍ ( ) ແມ່ນນຶ່ງໃນເຄື່ອງໝາຍໄວຍະກອນຂອງລາວ ທີ່ໄດ້ນິຍົມກັນໃຊ້ຢູ່ ເລື້ອຍໆ.
  • ເຈົ້າຊີວິດ ແລະ ພຣະວົງສານຸວົງ ແມ່ນເປັນຄົນຊົນຊັ້ນສູງ ເປັນທີ່ເຄົາລົບຂອງສາມັນຊົນທົ່ວໄປ.
  • ເບັດ ຫຼື ຄົດເຫຼັກໃຫ້ເປັນວົງ ເພື່ອເອົາໄປເຮັດຕີນກຽນ ເພາະກຸ້ມດົນກວ່າເອົາໄມ້ເຮັດ.

ສະຫຼຸບ.

ຄໍາວ່າ “ວົງ” ໝາຍເຖິງການຂຽນ ຫຼື ຂິດເຂົ້າກັນໃຫ້ຈອດໂດຍບໍ່ມີລ່ຽມ ຫຼື ສິ່ງອື່ນໆ ທີ່ມົນ ຫຼື ກົມ ຊຶ່ງເອີ້ນ ວົງມົນ ຫຼື ວົງກົມ ຕົວຢ່າງ ວົງວຽນ, ວົງແຫວນ, ວົງລ້ອມ, ລົງລໍ້. ໃຊ້ເອີ້ນຄົນທີ່ກໍາລັງຫຼີ້ນໄພ້ນໍາ ກັນຫຼາຍຄົນວ່າວົງໄພ້. “ວົງ” ຍັງໃຊ້ເອີ້ນເຄື່ອງໝາຍໃນໄວຍະກອນລາວເຊັ່ນ: ວົງເລັບ, ວົງເລັບຊ້ອນ, ວົງຂໍ, ວົງປາກກາ, ວົງຢືມ. “ວົງ” ຍັງໝາຍເຖິງເຊື້ອແນວວົງຕະກຸນ ຫຼື ເຊື້ອສາຍລາຍລ່ອງ ທີ່ມີສາຍ ເລືອດດຽວກັນ. ນອກຈາກນີ້, “ວົງ”  ຍັງໝາຍເຖິງການເບັດ, ການກຸ້ງ. ໝາຍເຖິງລ້ອມ. ຄົດ. ໂງ ນັ້ນ ເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo