ຄໍາວ່າ “ຂີ້ເທົ່າ” ແລະ “ຂີ້ເຖົ່າ” ມີຄວາມໝາຍຄືກັນບໍ່ ແລະ ນໍາໃຊ້ແນວໃດ.

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຂີ້ເທົ່າ” ແລະ “ຂີ້ເຖົ່າ”

ຄໍາວ່າ “ຂີ້ເທົ່າ” ແລະ “ຂີ້ເຖົ່າ” ສອງຄໍານີ້ການອອກສຽງແມ່ນໃກ້ຄຽງກັນຕ່າງແຕ່ສຽງສູງສຽງຕໍ່າ ແລະ ຫຼາຍຄົນ ມັກໃຊ້ຂຽນຫຼົງກັນ. ອີງຕາມວັດຈະນຸກົມພາສາລາວຂອງທ່ານ ມະຫາ ສີລາ ວີຣະວົງສ໌ ການຂຽນແມ່ນໃຊ້ “ຂີ້ເທົ່າ” ບໍ່ແມ່ນ “ຂີ້ເຖົ່າ” ສໍາລັບຄວາມໝາຍໃນພາສາລາວຄໍາວ່າ “ຂີ້ເທົ່າ” ຫຼື ເທົ່າ ໝາຍເຖິງຝຸ່ນທີ່ເກີດຈາກການເຜົາ ໄໝ້ ຫຼື ຝຸ່ນທີ່ເກີດຈາກການໄໝ້, ແມ່ນສິ່ງເສດເຫຼືອຫຼັງຈາກການເຜົາໃໝ້ ເຊັ່ນ: ຂີ້ເທົ່າຈາກຖ່ານໄຟ, ຂີ້ເທົ່າຈາກ ການເຜົາແກບ, ຂີ້ເທົ່າຈາກການເຜົາເຟືອງ, ເທົ່າພູເຂົາໄຟ, ເທົ່າກະດູກ ຫຼື ເທົ່າອັດທິ ເປັນຕົ້ນ. ພ້ອມນັ້ນ, ຍັງໃຊ້ ເອີ້ນຂີ້ເທົ່າລອຍ, ຂີ້ເທົ່າຈົມ. ຊຶ່ງຂີ້ເທົ່າລອຍ ແມ່ນຂີ້ເທົ່າທີ່ໄດ້ຈາກຂະບວນການເຜົາໄໝ້ຖ່ານຫີນ ແຕ່ລອຍຂຶ້ນ ຕາມອາກາດ ແລະ ໃຊ້ຂະບວນການດັກຈັບດ້ວຍເຄື່ອງມືພິເສດ ໃຊ້ໄວ້ປະສົມຊີມັງ ຫຼື ປູນ ເພື່ອການກໍ້ສ້າງ. ສ່ວນ ຂີ້ເທົ່າທີ່ຕົກລົງແມ່ນເອີ້ນ ຂີ້ເທົາຈົມ.

ນອກຈາກນີ້ “ຂີ້ເທົ່າ” ຍັງແມ່ນ ຊື່ຂອງສີອີກຢ່າງນຶ່ງ ເຮົາເອີ້ນ ສີຂີ້ເທົ່າ ຊຶ່ງແມ່ນສີປະສົມລະຫວ່າງດໍາ ແລະ ຂາວ ພົບເຫັນໄດ້ທົ່ວໄປເຊັ່ນ: ສີຂີ້ເທົ່າຈາກການເຜົາໄໝ້ ຫຼື ຂີ້ເທົ່າຈາກການລະເບີດຂອງພູເຂົາໄຟ, ສີເສື້ອຜ້າອາພອນ ລົດລາງ ຕ່າງໆ ທີ່ຍ້ອມ ຫຼື ພົ່ນດ້ວຍສີຂີ້ເທົ່າ, ສີທາເຮືອນ, ສີຂີ້ເຝື້ອ ຫຼື ເມກ ໃນເວລາຝົນໃກ້ຈະຕົກ, ສີຜົມ ຫງອກ ໂດຍສະເພາະຊ່ວງປ່ຽນຈາກດໍາເປັນຂາວ ແລະ ອື່ນໆ.

SA Game
DooDiDo

ສ່ວນຄໍາວ່າ “ຂີ້ເຖົ່າ” ໃນຫຼັກໄວຍະກອນແລ້ວຖືວ່າບໍ່ໄດ້ນໍາໃຊ້ເຂົ້າໃນການຂິດຂຽນ ແຕ່ກໍມີຫຼາຍຄົນຫຼົງນໍາໃຊ້ ແລະ ເຂົ້າໃຈວ່າຖືກຕ້ອງຍ້ອນຄວາມເຄີຍຊີນຈາກການເຫັນເລື້ອຍໆ ຈາກບົດປະພັນ, ບົດເລື່ອງ, ກາບກອນ ແລະ ອື່ນໆ ທີ່ໄດ້ຫຼົງຂຽນໄວ້ກ່ອນໜ້າ ນັ້ນເອງ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຂີ້ເທົ່າ”.

“ຂີ້ເທົ່າ” (1. ຄໍານາມ) ຝຸ່ນທີ່ເກີດຈາກໄຟໄໝ້, ຝຸ່ນທີ່ໄໝ້, ເທົ່າ, ຜົງເທົ່າ. (2. ຄໍານາມ) ແມ່ນຊື່ຂອງສີຢ່າງນຶ່ງ ເອີ້ນ ສີຂີ້ເທົ່າ.

ຕົວ­ຢ່າງ: 

  • ດັງໄຟເພື່ອແຕ່ງກິນດ້ວຍຖ່ານຂາວ ໂດຍສະເພາະແມ່ນໄມ້ຕີ້ວ ແມ່ນມີຂີ້ເທົ່ານ້ອຍກວ່າດັງດ້ວຍຖ່ານທົ່ວໄປ ຫຼື ດັງດ້ວຍໄມ້ຟືນ.
  • ຂີ້ເທົ່າສາມາດນໍາໄປປະສົມກັບຝຸ່ນຄອກ ເພື່ອນໍາໄປເຮັດປຸຍ ໃສ່ຕົ້ນໄມ້. ນອກນັ້ນ, ຂີ້ເທົ່າຍັງສາມາດນໍາ ໄປເຮັດແນວດັບກີ່ນ ແລະ ໄລ່ແມງໄມ້ໄດ້ອີກ.
  • ຄົນອີນເດຍສ່ວນນຶ່ງ ເຊື່ອວ່າຫຼັງຈາກຕາຍໄປແລ້ວໃຫ້ສົ່ງສະການດ້ວຍການເຜົາ ແລ້ວເອົາຂີ້ເທົ່າອັດທິ ໄປ ລອຍອັງຄານຢູ່ແມ່ນໍ້າຄົງຄາ ເພື່ອໃຫ້ໄດ້ໄປພົບພູມທີ່ດີ ຫຼັງຈາກຄວາມຕາຍ.
  • ຢູ່ປະເທດອິນໂດເນເຊ ພູເຂົາໄຟລະເບີດ ເຮັດໃຫ້ຂີ້ເທົ່າຟຸ້ງກະຈາຍໄປທົ່ວເກາະ ເຮັດໃຫ້ຕ້ອງໄດ້ອົບພະ ຍົບຄົນ ເພື່ອຄວາມປອດໄພ.
  • ທາງໃນຂອງຮ້ານກາເຟ ທາດ້ວຍສີຂີ້ເທົ່າ ປະດັບເອ້ຍ້ອງດ້ວຍດອກໄມ້ ແລະ ເຟີນີເຈີຕ່າງໆ ເບີ່ງແລ້ວ ງາມດີ.

ຄວາມໝາຍຄຳວ່າຂີ້ເຖົ່າ”.

“ຂີ້ເຖົ່າ” ໃນໄວຍະກອນລາວ ການຂິດຂຽນແມ່ນບໍ່ມີ ແຕ່ຫຼາຍຄົນຍັງຫຼົງນໍາໃຊ້ ຖ້າໃຫ້ຖືກຕ້ອງແມ່ນຕ້ອງໃຊ້ຄໍາວ່າ “ຂີ້ເທົ່າ”.

ສະຫຼຸບ.

ຄໍາວ່າ “ຂີ້ເທົ່າ” ໝາຍເຖິງຜົງຝຸ່ນທີ່ເກີດຈາກຂະບວນການເຜົາໄຟໄໝ້ແລ້ວ ຊຶ່ງເຮົາສາມາດເຫັນໄດ້ທົ່ວໄປຈາກການ ດັ່ງໄຟ, ການລະເບີດຂອງພູເຂົາໄຟ, ໂຮງໄຟຟ້າຖ່ານຫີນ ແລະ ອື່ນໆ. ນອກຈາກນີ້, ຍັງໝາຍເຖິງສີຂີ້ເທົ່າ ຊຶ່ງ ແມ່ນສີແນວນຶ່ງ ເກີດຈາກການປະສົມກັນຂອງສີດໍາ ແລະ ສີຂາວ. ສ່ວນຄໍາວ່າ “ຂີ້ເຖົ່າ” ແມ່ນບໍ່ມີການນໍາໃຊ້ຂຽນ ໃນຫຼັກໄວຍະກອນລາວ ແຕ່ຍັງມີຫຼາຍຄົນຫຼົງນໍາໃຊ້ຢູ່ ແຕ່ຖ້າໃຫ້ຖືກແມ່ນໃຊ້ “ຂີ້ເທົ່າ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo