ຄໍາວ່າ “ວັນ” ແລະ “ມື້” ມີຄວາມໝາຍຄືກັນບໍ່ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ວັນ” ແລະ “ມື້”

ຄໍາວ່າ “ວັນ” ແລະ “ມື້” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍໃນການໃຊ້ຄືກັນ ແລະ ຕ່າງກັນອີກດ້ວຍ ຊຶ່ງລາຍລະອຽດມີດັ່ງລຸ່ມນີ້:

ຄໍາວ່າ “ວັນ” ເປັນຫົວໜ່ວຍນັບຄືກັນກັບມື້ ດັ່ງ 7 ວັນ ເປັນອາທິດນຶ່ງ, ເດືອນ 1 ມີ 31 ວັນ, ປີ 1 ມີ 365 ວັນ ເປັນຕົ້ນ. “ວັນ” ຍັງແມ່ນການນັບເອົາໄລຍະເວລາຈໍານວນ 12 ຊົ່ວໂມງ ຕັ້ງແຕ່ແຈ້ງຈົນຮອດຄໍ່າ ຫຼື ຕາເວັນ ຂຶ້ນຈົນຕາເວັນຕົກດິນ ຊຶ່ງເປັນເວລາທີ່ເຮົາສາມາດເຫັນດວງຕາເວັນ ຫຼື ເວລາທີ່ຍັງແຈ້ງ ແລະ ບໍ່ຄໍ່າ ນັ້ນເອງ. ນອກຈາກນີ້, “ວັນ” ຍັງແມ່ນຊື່ແມງໄມ້ຊະນິດນຶ່ງມີປີກ ແລະ ສາມາດບີນໄດ້ຮູບຮ່າງຄ້າຍຄືເຜີ້ງ ມີຫຼາຍຊະນິດ ແຕ່ສ່ວນໃຫຍ່ແມ່ນກິນເປື້ອນ ແລະ ມັກນໍາເຊື້ອໂລກໄປສູ່ຄົນ ແລະ ສັດ.

ຄໍາວ່າ “ມື້” ເປັນຫົວໜ່ວຍນັບຄືກັນກັບວັນ ດັ່ງ 7 ມື້ ເປັນອາທິດນຶ່ງ, ເດືອນ 1 ມີ 31 ມື້, ປີ 1 ມີ 365 ມື້ ເປັນຕົ້ນ. “ມື້” (1. ຄໍານາມ) ຍັງແມ່ນໄລຍະເວລາ 24 ຊົ່ວໂມງ ກວມເອົາກາງວັນ ແລະ ກາງຄືນ. ພ້ອມນັ້ນ ຍັງໝາຍເຖິງໄລຍະເວລາ 12 ຊົ່ວໂມງຂອງກາງເວັນ ຫຼື ຍາມຕາເວັນຂຶ້ນຈົນຕາເວັນຕົກດິນເຊັ່ນດຽວດັ່ງວັນ. ນອກຈາກນີ້, “ມື້” ຍັງໝາຍເຖິງເວລາ ຫຼື ຍາມ ຫຼື ເທື່ອ ເຊັ່ນ: ມື້ໃດ, ມື້ເຊົ້າ, ມື້ແລງ, ມື້ຄໍ່າ ເປັນຕົ້ນ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າວັນ”.

“ວັນ” (1. ຄໍານາມ) ໄລຍະເວລາ 12 ຊົ່ວໂມງ ຕັ້ງແຕ່ແຈ້ງຈົນຮອດຄໍ່າ, ເວລາທີ່ຍັງເຫັນຕາເວັນຢູ່, ເວລາບໍ່ຄໍ່າ, ຕາເວັນ. ຫົວໜ່ວຍນັບຄືກັນກັບມື້. ແມງໄມ້ຈໍາພວກນຶ່ງ ເອີ້ນແມງວັນ.

ຕົວຢ່າງ:

  • ປີໃໝ່ລາວໃຊ້ເວລາ 3 ວັນ ຄື ວັນສັງຂານລ່ວງ, ວັນເນົາ ແລະ ວັນສັງຂານຂຶ້ນ. ຊຶ່ງໃນແຕ່ລະປີແມ່ນຕົກ ຢູ່ກາງເດືອນ 4 ສາກົນ.
  • ນຶ່ງມື້ ຫຼື ນຶ່ງວັນ ແມ່ນມີ 24 ຊົ່ວໂມງ, ໃນນຶ່ງຊົ່ວໂມງແບ່ງອອກເປັນ 60 ນາທີ ແລະ ໃນແຕ່ລະນາທີ ແບ່ງອອກເປັນ 60 ວິນາທີ.

ຄວາມໝາຍຄຳວ່າມື້”.

“ມື້” (1. ຄໍານາມ) ເວລາ 24 ຊົ່ວໂມງ ທັງກາງວັນ ແລະ ກາງຄືນ ຫຼື ໄລຍະເວລາ 12 ຊົ່ວໂມງຂອງກາງວັນ, ເວລາ, ຍາມເທື່ອ. ຫົວໜ່ວຍນັບຄືກັນກັບວັນ

ຕົວຢ່າງ:

  • ປີໃໝ່ລາວໃຊ້ເວລາ 3 ມື້ ຄື ມື້ສັງຂານລ່ວງ, ມື້ເນົາ ແລະ ມື້ສັງຂານຂຶ້ນ. ຊຶ່ງໃນແຕ່ລະປີແມ່ນຕົກ ຢູ່ກາງເດືອນ 4 ສາກົນ.
  • ນຶ່ງວັນ ຫຼື ນຶ່ງມື້ ແມ່ນມີ 24 ຊົ່ວໂມງ, ໃນນຶ່ງຊົ່ວໂມງແບ່ງອອກເປັນ 60 ນາທີ ແລະ ໃນແຕ່ລະນາທີ ແບ່ງອອກເປັນ 60 ວິນາທີ.

ສະຫຼຸບ.

ຄໍາວ່າ “ວັນ” ແລະ “ມື້” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນ ຊຶ່ງຄໍາທີ່ຄືກັນແມ່ນເປັນຫົວໜ່ວຍນັບວັນເວລາ ຊຶ່ງເຮົາສາມາດໃຊ້ “ວັນ” ຫຼື “ມື້” ກໍໄດ້ ແລະ ຍັງຄືກັນ ຊຶ່ງໝາຍເຖິງ 12 ຊົ່ວໂມງຂອງກາງເວັນ ຫຼື ຍາມຕາເວັນຂຶ້ນຈົນຕາເວັນຕົກດິນ. “ວັນ” ຍັງມີຄວາມໝາຍຢ່າງ ອື່ນອີກ ຊຶ່ງໝາຍເຖິງ ໂຕແມງວັນ ຊຶ່ງແມງໄມ້ມີປິກຢ່າງນຶ່ງຮູບຮ່າງຄ້າຍຄືໂຕເຜີ້ງມີຫຼາຍແນວຫຼາຍສີ ແລະ ຫຼາຍຂະໜາດ. ສ່ວນຄໍາວ່າ “ມື້” ຍັງມີຄວາມໝາຍວ່າເວລາ ຫຼື ຍາມ ຫຼື ເທື່ອ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo