ຄໍາວ່າ “ລູກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລູກ” ມີຄວາມໝາຍແນວໃດ?

ຄໍາວ່າ “ລູກ” ແມ່ນຄໍາທີເຮົາໃຊ້ເອີ້ນສິ່ງທີ່ເກີດຈາກແມ່ ຫຼື ໃຫ້ກໍາເນີດໂດຍແມ່ ບໍ່ວ່າຈະເປັນສິ່ງມີຊີວິດ ໃດໆກໍຕາມ ເຊັ່ນ: ມະນຸດ, ລິງ, ເສືອ, ຊ້າງ, ສິງ, ງົວ, ຄວາຍ, ໝູ, ໝາ, ເປັດໄກ່ ແລະ ສັດອື່ນໆ ຊຶ່ງ ເຮົາເອີ້ນຕ່າງກັນອອກໄປ ດັ່ງ ລູກຊາຍ, ລູກສາວ, ລູກກົກ, ລູກຫຼ້າ, ລູກໂຕຜູ້, ລູກໂຕແມ່, ລູກລິງ, ລູກ ເສືອ, ລູກຊ້າງ, ລູກສິງ, ລູກງົວ, ລູກຄວາຍ, ລູກໝູ, ລູກໝາ, ລູກໄກ່, ລູກປາ, ລູກປູ. ແຕ່ຖ້າລູກກົບ ຫຼື ຂຽດ ຫຼື ແນວດຽວກັນນີ້ ເອີ້ນ ລູກຮວກ.

ນອກຈາກນີ້, “ລູກ” ຍັງໝາຍລູກໄມ້ ຫຼື ວັດຖຸສິ່ງຂອງຈໍານວນນຶ່ງ ເຊັ່ນ: ລູກໝາກຫວ້າ, ລູກໝາກເດື່ອ, ລູກໝາກຕາວ, ລູກຄິດ, ລູກແຕກ, ລູກໂບມ, ລູກປືນ, ລູກຫວ່ານ. (ລູກປືນແກັບທີ່ເປັນໜ່ວຍເຫຼັກຄືລູກບີ ຫຼາຍໆລູກ). “ລູກ” ຍັງໃຊ້ເປັນຫົວໜ່ວຍເອີ້ນໝາກໄມ້ອີກດ້ວຍຄືກັນກັບໜ່ວຍ ແລະ ໃຊ້ເປັນຫົວໜ່ວຍນັບ ວັດຖຸທີ່ໄດ້ກ່າວມາຂ້າງເທີງເຊັ່ນກັນ ເຊັ່ນ: ໝາກໄມ້ 2 ລູກ, ໝາກໄມ້ພວງນຶ່ງມີຫຼາຍລູກ, ໝາກສີດາ 1 ລູກ, ໝາກນາວ 5 ລູກ, ລູກລະເບີດ 5 ລູກ, ລູກປືນ 10 ລູກ. ອີກຄວາມໝາຍນຶ່ງ “ລູກ” ຍັງໃຊ້ ເອີ້ນຄົນ ຫຼື ສິ່ງຂອງດ້ອຍກວ່າ ຫຼື ຮອງລົງມາ ເຊັ່ນ: ລູກນ້ອງ, ລູກບ້ານ, ລູກແຫຼ້ງຕີນມື, ລູກຂັ້ນໃດ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລູກ”.

“ລູກ” (1. ຄໍານາມ) ຄໍາຮຽກຄົນ ແລະ ສັດ ທີ່ເກີດຈາກແມ່, ໝາກໄມ້. ຮຽກຄົນ ຫຼື ຂອງທີ່ຮອງລົງມາ ດັ່ງ ລູກບ້ານ, ລູກມື, ລູກຂັ້ນໃດ. ລູກກົກ ແມ່ນລູກຜູ່ທີ່ເກີດກ່ອນ. ລູກເຂີຍ ແມ່ນຊາຍເຊິ່ງເປັນຜົວຂອງ ລູກສາວ. ລູກຄິດ ແມ່ນເຄື່ອງໄລ່ເລກຂອງຈີນເຮັດດ້ວຍໄມ້ສ່ຽນມົນໆ ຮ້ອຍໃສ່ໄວ້ໃນຮາງ. ລູກຄອກ ແມ່ນ ສັດພາສະນະ ເຊິ່ງເກີດຈາກແມ່ທີ່ຕົນເອົາລ້ຽງ. ລູກປາໂດ ປາຄໍ່ທີ່ຍັງນ້ອຍບໍ່ທັນແຕກ ໝູ່ເອີ້ນປາລູກຄອກ. ລູກຈ້າງ ແມ່ນຄົນຜູ່ຮັບຈ້າງເຮັດວຽກ. ລູກເສືອ ແມ່ນເດັກທີ່ຢູ່ໃນຄະນະເຊິ່ງຕັ້ງຂຶ້ນສໍາລັບແອບໃຫ້ເປັນພົນ ລະເມືອງດີ. ລູກສິດ ແມ່ນນັກຮຽນຜູ່ທີ່ຮໍ່າຮຽນຄວາມຮູ້ນໍາອາຈານ. ລູກຊອດ ແມ່ນລູກທີ່ເກີດຈາກພໍ່ແມ່ ເປັນຄົນຕ່າງຊາດກັນ. ລູກຊີ້ນແມ່ນເນື້ອສັດທີ່ຕໍາແລ້ວປັ້ນເປັນກ້ອນສໍາລັບເຮັດອາຫານ. ລູກໂດດແມ່ນລູກ ປືນທີ່ຍິງອອກເທື່ອລະລູກ, ລູກຕິ່ງແມ່ນໄມ້ ຫຼື ໂລຫະທີ່ເຮັດເປັນລີກ ຫຼື ລິ້ວຕັ້ງລຽນກັນໄວ້ຕາມຄອບເຊຍ ຫຼື ປ່ອງຢ້ຽມ ເປັນຕົ້ນ. ລູກເຕົ້າ ແມ່ນລູກ. ລູກແຕກ ແມ່ນກ້ອນເຫຼັກທີ່ມີໝື້ຢູ່ທາງ ໃນ ແລະ ມີແກັບເຮັດ ໃຫ້ແຕກ. ລູກນິມິດ ແມ່ນກ້ອນຫີນທີ່ຍັງໄວ້ເປັນເຄື່ອງໝາຍເຂດພັດສີມາ. ລູກບາດ ແມ່ນຂອງເປັນລ່ຽມ 6 ລ່ຽມມີແຕ້ມໃຊ້ໃນການຫຼີ້ນໝາກສະກາ ເອີ້ນ ລູກສະກາ ຫຼື ລູກບາດສະກາ ປະລິມານຂອງວັດຖຸໂດຍຄໍາ ນວນທາງຍາວ, ກວ້າງ, ເລີກ ຫຼື ສູງທໍ່ໆກັນທັງ 3 ດ້ານ. ລູກປືນກົ່ວ ຫຼື ເຫຼັກເປັນຕົ້ນ ທີ່ຍັດໃສ່ໃນເລົາ ປືນແລ້ວຍິງໄປ ລູກໜ້າ ກໍຮຽກລູກປືນ (ບູຮານ). ລູກມື ແມ່ນຜູ່ເຮັດຕາມຄໍາບອກຂອງຫົວໜ້າ. ລູກລ້ຽງ ແມ່ນລູກຂອງຄົນອື່ນທີ່ຂໍເອົາມາລ້ຽງ. ລູກແຫແມ່ນສາຍໂສ້ກົ່ວທີ່ຮ້ອຍໄວ້ຕີນແຫເພື່ອໃຫ້ຈົມໄວ. ລູກໜູ ແມ່ນພະຍາດແນວນຶ່ງໃຄ່ຂຶ້ນນ້ອຍທໍ່ລູກໜູຕາມຮ່າງກາຍ. ລູກຫຼອດແມ່ນລູກຄົນ ຫຼື ສັດທີ່ເກີດມາມີຮ່າງ ກາຍນ້ອຍຜິດທໍາມະດາຫຼາຍ ແລະ ອອກມາແລ້ວສ່ວນຫຼາຍກໍຕາຍ. ລູກແຫຼ້ງ ແມ່ນຜູ່ເຮັດຕາມຄໍາບອກ ຂອງຫົວໜ້າ ຫຼື ນາຍ.

ຕົວຢ່າງ:

  • ຄອບຄົວຂ້ອຍເປັນຄອບຄົວໃຫຍ່ ເພາະພໍ່ ແລະ ແມ່ ມີລູກຮອດ 9 ຄົນ, ສ່ວນຂ້ອຍເປັນລູກຜູ້ທີ 3.
  • ລູກເດື່ອ ຫຼື ໝາກເດື່ອເວລາຍັງອ່ອນແມ່ນເປັນສີຂຽວ ແຕ່ຖ້າແກ່ ແລະ ສຸກແມ່ນມີສີແດງງາມ ເປັນພວງເປັນພວງ ແລະ ແຕ່ລະພວງມີຫຼາຍລູກແຕກຕ່າງກັນໄປ.
  • ຈັກກະພັດອາເມລິກາ ພ້ອມດ້ວຍລູກແລ້ງຕີນມື ເຖິງຈະປະລາໄຊສົງຄາມຢູ່ລາວ, ຫວຽດນາມຢ່າງ ເຈັບແສບຫຼາຍປີແລ້ວກໍ່ຕາມ ແຕ່ຍັງຈົ່ງມໍລະດົກສົງຄາມຄືລູກລະເບີດທີ່ຍັງບໍ່ແຕກຫຼາຍລ້ານລູກໄວ້ ຊຶ່ງບໍ່ຮູ້ວ່າເມື່ອໃດຈະເກັບກູ້ໄດ້ໝົດ.

ສະຫຼຸບ.

ຄໍາວ່າ “ລູກ” ໝາຍເຖິງສິ່ງທີ່ເກີດຈາກແມ່ ບໍ່ວ່າຈະເປັນຄົນ ຫຼື ສັດ. “ລູກ” ຍັງໝາຍເຖິງໜ່ວຍໝາກໄມ້ ເອີ້ນ ລູກຜົນລະໄມ້ ແລະ ໃຊ້ເອີ້ນວັດຖຸສິ່ງຂອງຈໍານວນນຶ່ງອີກດ້ວຍ. ນອກຈາກນີ້, “ລູກ” ຍັງແມ່ນຫົວ ໜ່ວຍການເອີ້ນໝາກໄມ້ ແລະ ວັດຖຸສິ່ງຂອງບາງຢ່າງເຊັ່ນກັນຄືກັນກັບໜ່ວຍ. ອີກຄວາມໝາຍນຶ່ງ “ລູກ” ຍັງໃຊ້ ເອີ້ນຄົນ, ວັດຖຸສິ່ງ ຂອງທີ່ຮອງລົງມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo