ຄໍາວ່າ “ແຄ້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຄ້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຄ້ນ” ໝາຍເຖິງການກືນອາຫານ ຫຼື ນໍ້າ ບໍ່ລົງ ເພາະຄາຢູ່ໃນຄໍ ຫຼື ລໍາຄໍລົງຫາກະເພາະ ແລະ ເຮັດໃຫ້ກະອັກ ຫຼື ແໜ້ນ ບາງຄັ້ງບາງຄາວຍັງເຮັດໃຫ້ຫາຍໃຈບໍ່ອອກຊົ່ວຄາວກະມີ ຊຶ່ງເຮົາເອີ້ນແຄ້ນເຂົ້າ, ແຄ້ນນໍ້າ, ອາການທີ່ກ່າວມານັ້ນແມ່ນສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວບໍ່ວ່າເປັນເດັກນ້ອຍ, ຜູ້ໃຫຍ ແລະ ຄົນເຖົ້າ. “ແຄ້ນ” ບາງເທື່ອຍັງເປັນການສະແດງອາການເວົ້າໃສ່ກັນ ດັ່ງ ພໍໄດ້ຍີນວ່າອາຫານທີ່ກໍາ ລັງກິນລາຄາສູງຫຼາຍລ້ານໂດລາສະຫະລັດ ຈົນເຮັດໃຫ້ແຄ້ນຄໍາເຂົ້າ ແລະ ບໍ່ກ້າກິນ.

ນອກຈາກນີ້, “ແຄ້ນ” ຫຼື ເອີ້ນ ຄັບແຄ້ນ, ຄັ່ງແຄ້ນ ກໍວ່າ ໝາຍເຖິງຄວາມເຄືອງໃຈ ຫຼື ຄວາມຄິດໂກດ ຮ້າຍໃນໃຈ ຫຼື ຄວາມຮູ້ສຶກບໍ່ພໍໃຈ ເນື່ອງຈາກມີການເສຍຫາຍ, ເສຍຜົນປະໂຫຍດຍ້ອນການກະທຳຂອງຜູ້ອື່ນ. ຖ້າໄດ້ແກ້ແຄ້ນ ຫຼື ລ້າງແຄ້ນ ຊຶ່ງເປັນການຕອບໂຕ້ຄວາມເສຍຫາຍ ຫຼື ເສຍຜົນປະໂຫຍດ ເຮັດໃຫ້ ອາການດັ່ງກ່າວບັນເທົາ ຫຼື ດີຂຶ້ນ. ສ່ວນຄູ່ກໍລະນີທີ່ບໍ່ເປັນມິດ ຫຼື ເປັນສັດຕູກັນຕະຫຼອດເວລາດັ່ງກ່າວ ເອີ້ນ ຄູ້ແຄ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຄ້ນ”.

“ແຄ້ນ” (1. ຄໍາກິລິຍາ) ບໍ່ລົງ, ຄາຢູ່ໃນຄໍ, ບໍ່ໄຫຼລົງ. ເຄືອງໃຈ.

ຕົວຢ່າງ:

  • ພໍ່ເຖົ້າແຄ້ນເຂົ້າ ແລະ ເວົ້າບໍ່ອອກ ໄດ້ແຕ່ເອົາກໍ້າປັ້ນຕີເອີກດັງ ບຶກໆ ແລະ ດື່ມນໍ້າແລ້ວຈິ່ງເວົ້າ ອອກວ່າ ແຄ້ນເຂົ້າ.
  • ກໍາມະກອນໂກດແຄ້ນນາຍທຶນ ເພາະໃຫ້ເຮັດວຽກໜັກແລ້ວ ຍັງໂກງຄ່າແຮງ ແລະ ບັງຄັບໃຫ້ ເຮັດວຽກກາຍໂມງກາຍເວລາ.

ສະຫຼຸບ.

ຄໍາວ່າ “ແຄ້ນ” ແມ່ນອາການຢ່າງນຶ່ງຂອງຄົນເວລາກິນເຂົ້າກິນນໍ້າແຕ່ກືນລົງຄາຄໍ, ເຮັດໃຫ້ກະອັກ ຫຼື ແໜ້ນຫາຍໃຈບໍ່ອອກຊົ່ວຄາວກະມີ. “ແຄ້ນ” ຍັງແມ່ນອາການດ້ານອາລົມ ຫຼື ຄວາມຄິດ ຊຶ່ງແມ່ນການ ເຄືອງໃຈ, ຄວາມຄິດໂກດຮ້າຍໃນໃຈ ຫຼື ຄວາມຮູ້ສຶກບໍ່ພໍໃຈຕໍ່ສຶ່ງໃດສິ່ງນຶ່ງ ທີ່ເຮັດໃຫ້ເຈັບໃຈ, ເສຍຜົນປະໂຫຍດຍ້ອນການກະທຳຂອງຜູ້ອື່ນ ແລະ ຄິດຢາກແກ້ແຄ້ນ. ສ່ວນຄູ່ກໍລະນີແຄ້ນໃຫ້ກັນເຮົາ ເອີ້ນ ຄູ້ແຄ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo