ຄໍາວ່າ “ວັນເກີດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ວັນ​ເກີດ” ມີຄວາມໝາຍແນວໃດ?

ຄໍາວ່າ “ວັນ​ເກີດ” ໝາຍເຖິງມື້​ເກີດ, ມື້​ຄອດ​ອອກ​ມາ​ຈາກ​ທ້ອງ​ແມ່​ຂອງ​ຄົນ ຫຼື ສັດ ​ອອກ​ມາ​ເບີ່​ງ​ໂລກ ​ເປັນ​ເທື່ອ​ທໍາ​ອິດ (​ແຕ່ສັດ​ບາງ​ແນວ​ອາດຈະ​ເກີດ​ແຕກ​ຕ່າງ​ອອກ​ໄປ), ຊຶ່ງ​ລວມ​ຄໍາ​ວ່າ “ວັນ” ​ແລະ “​ເກີດ ຫຼື ກໍາ​ເນີ​ດ” ມາ​ໂຮມ​ເຂົ້າກັນ ຫຼື ບວກ​ເຂົ້າກັນ.

ຄໍາວ່າ “ວັນ” ເປັນຫົວໜ່ວຍນັບຄືກັນກັບມື້ ດັ່ງ 7 ວັນ ເປັນອາທິດນຶ່ງ, ໜຶ່ງເດືອນມີ 31 ວັນ, ໜຶ່ງປີມີ 365 ວັນ ເປັນຕົ້ນ. “ວັນ” ຍັງແມ່ນການນັບເອົາໄລຍະເວລາຈໍານວນ 12 ຊົ່ວໂມງ ຕັ້ງແຕ່ແຈ້ງຈົນຮອດຄໍ່າ ຫຼື ຕາເວັນ ຂຶ້ນຈົນຕາເວັນຕົກດິນ ຊຶ່ງເປັນເວລາທີ່ເຮົາສາມາດເຫັນດວງຕາເວັນ ຫຼື ເວລາທີ່ຍັງແຈ້ງ ແລະ ບໍ່ຄໍ່າ ນັ້ນເອງ. ສ່ວນຄໍາວ່າ ​“ເກີດ” ໝາຍເຖິງກໍາເນີດເກີດຂຶ້ນ ​ເຊັ່ນ: ​ເກີດ​ລູກ, ເກີດຈາກ ​ເປັນ​ຕົ້ນ. ຄໍາວ່າ “ວັນ​ເກີດ” ກົງກັນຂ້າມກັບ ຄໍາວ່າ “ວັນ​ຕາຍ”

ສໍາລັບ​ຄົນ​ເຮົາ “ວັນ​ເກີດ” ​ແມ່ນ​ຈະ​ໄລ່​ຕາມ​ຂວບ​ປີ ​ເພື່ອ​ໃຊ້​ໃນ​ການ​ໄລ່​ອາຍຸ ​ເຊັ່ນ: ວັນ​ເກີດ​ຄົບຮອບ 1 ປີ, ວັນ​ເກີດ​ຄົບຮອບ 5 ປີ, ວັນ​ເກີດ​ຄົບຮອບ 10 ​ເປີ ​ເປັນ​ຕົ້ນ. ​ໃນ​ປະ​ເພນີ​ຂອງ​ຊາວ​ຕາ​ເວັນ​ຕົກ​ແມ່ນ​ຈະ​ມີ ການ​ສະຫຼອງວັນ​ເກີດ ຫຼື ວັນ​ຄົບຮອບ​ວັນ​ເກີດ ຊຶ່ງ​​ຈະ​ມີ​ເຄັກ​ເພື່ອ​ເປົ່າ ​ແລະ ມີ​ການ​ສັງ​ສັນ​ກິນ​ດື່ມ​ກັນ. ​ໃນ​ປະຈຸ​ບັນການ​ສະຫຼອງວັນ​​ເກີດເປັນ​ທີ່​ນິຍົມ ​ແລະ ໄດ້​ແຜ່​ກະຈາຍ​ໄປ​ທົ່ວ​ໂລກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າວັນ​ເກີດ”.

“ວັນ​ເກີດ” (1. ຄໍານາມ) ມື້​ເກີດ.

ຕົວຢ່າງ:

  • ມື້ວານ​ໄດ້​ໄປ​ຮ່ວມ​ງານ​ລ້ຽງ​ສະ​ຫຼອງວັນ​ເກີດ​ຂອງ​ລູກ​ໝູ່​ຄົບຮອບ 5 ປີ, ຊຶ່ງ​ໃນ​ງານ​ໄດ້​ມີ​ການ​ເປົ່າ​ເຄັກ ​ແລະ ກິນ​ດື່ມ​ອີກ​ກັນ​ຢ່າງ​ມ່ວນ​ຊື່ນ.
  • ວັນ​ເກີດ​ຂອງ​ຂ້ອຍ​ແມ່ນ​ຖືກ​ກັບ​ມື້​ປີ​ໃໝ່​ສາກົນ ​ແລະ ​ໃນ​ແຕ່ລະ​ປີ​ແມ່ນ​ມີ​ການ​ສະຫຼອງຄວບ​ກັນ​ເລີຍ.

ສະຫຼຸບ.

ຄໍາວ່າ “ວັນ​ເກີດ” ​ແມ່ນມື້​ກໍ​າ​ເນີ​ດ, ມື້​ເກີດ ຫຼື ມື້​ຄອດ​ອອກ​ມາ​ຈາກ​ທ້ອງ​ແມ່​ຂອງ​ຄົນ ຫຼື ສັດ ຊຶ່ງມື້​ທໍາ​ອິດທີ່​ອອກ​ມາ​ຜະຈົນ​ໄພ​ຢູ່​ໂລກ. ວັນ​ເກີດ​ແມ່ນ​ສອງ​ຄໍາ​ມາບ​ວກ​ເຂົ້າກັນ​ຄື: “ວັນ” ​ແລະ “​ເກີດ” ຊຶ່ງ​ສອງຄໍາດັ່ງ ກ່າວ​ແມ່ນ​ມີ​ຄາມ​ໝາຍ​ຕ່າງ​ກັນ​ໄປ ດັ່ງ “ວັນ” ເປັນຫົວໜ່ວຍນັບຄືກັນກັບມື້. ຄໍາວ່າ ​“ເກີດ” ​ແມ່ນກໍາເນີດເກີດຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo