ຄໍາວ່າ “ລວຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລວຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ລວຍ” ຫຼື ລໍ້າລວຍ ໝາຍເຖິງມີເງິນມີຄໍາ, ມີຊັບສິນຫຼາຍ ຫຼື ອຸດົມສົມບູນໄປດ້ວຍຂອງມີຄ່າ ນັ້ນເອງ, ຖ້າເປັນຄົນເຮົາ ເອີ້ນ ຄົນລວຍ (ເສດຖີ, ມະຫາເສດຖີ, ຄົນຮັງ ກໍວ່າ) ແຕ່ໃນກໍລະນີມັກຊ່ວຍເຫຼືອຄົນອື່ນ ຫຼື ມີນໍ້າໃຈເອື້ອຍເຟື້ອ ເຜື່ອແຜ່ບໍ່ຂີ້ຖີ່ ແມ່ນລວຍນໍ້າໃຈ. ໃນກໍລະນີເປັນປະເທດລວຍກໍໝາຍເຖິງປະເທດທີ່ມີຊັບສິນຫຼາຍ ເຊັ່ນ: ປະເທດສິງກາໂປລວຍດ້ວຍການໃຊ້ຊັບພະຍາກອນມະນຸດ, ປະເທດຊາອຸດິດອາຣາເບຍລວຍ ນໍ້າມັນ ເປັນຕົ້ນ..

ຄໍາວ່າ “ລວຍ” ກົງກັນຂ້າມກັບ ຄໍາວ່າ “ຈົນ, ທຸກຍາກ, ບໍ່ມີເງິນຄໍາກໍາແກ້ວ” ແລະ ສາເຫດເຮັດໃຫ້ຄົນ ລວຍໄດ້ແມ່ນມີຫຼາຍສາເຫດ ບາງຄົນກໍລວຍຈາກການຄ້າຂາຍ, ບາງຄົນລວຍຈາກການລົງທຶນ, ບາງຄົນ ລວຍຈາກການໄດ້ຮັບມໍລະດົກຕົກທອດມາຈາກບັນພະບູລຸດ,ບາງຄົນລວຍມາຈາກການເຮັດສິ່ງຜິດກົດໝາຍ, ບາງຄົນລວຍຈາກການສ່ຽງດວງ ເຊັ່ນ: ຖືກເລກຖືກເບີ, ຖືກລາງວັນຕ່າງໆ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລວຍ”.

“ລວຍ” (1. ຄໍາກິລິຍາ) ໄດ້ຫຼາຍ, ໝານ, ມີຫຼາຍ.

ຕົວຢ່າງ:

  • ທ່ານ ບິວເກດ ເປັນມະຫາເສດຖີຂອງໂລກ ທີ່ໃຜໆກໍຮູ້ຈັກ, ຊຶ່ງລາວລວຍຈາກສ້າງ ແລະ ພັດທະ ນາລະບົບໄມໂຄຼຊອບ ຄອມພິວເດີ ທີ່ເຮົາໃຊ້ກັນທົ່ວໂລກ.
  • ເຈົ້າຊາຍປະເທດຊາອຸດິດອາຣາເບຍ ເປັນບຸກຄົນທີ່ລວຍເພາະປະເທດດັ່ງກ່າວແມ່ນສາມາດຜະລິດ ນໍ້າມັນໄດ້ອັນດັບຕົ້ນໆຂອງໂລກ.

ສະຫຼຸບ.

ຄໍາວ່າ “ລວຍ” ແມ່ນຄວາມລໍ້າລວຍ ຊຶ່ງແມ່ນມີເງິນຄໍາກໍາແກ້ວ ຫຼື ມີຊັບສິນຫຼາຍ ແລະ ຂອງມີຄ່າ ຊຶ່ງເຮົາເອີ້ນຄົນລວຍເຫຼົ່ານີ້ໄດ້ຫຼາຍຄໍາ ເຊັ່ນ: ເສດຖີ, ຄົນຮັງຄົນມີ. ແຕ່ຖ້າຄົນລວຍນໍ້າໃຈ ແມ່ນຄົນທີ່ມີຈິດ ໃຈເອື້ອຍເຟື້ອເຜື່ອແຜ່ບໍ່ຂີ້ຖີ່ມັກຊ່ວຍເຫຼືອຄົນອື່ນ ຊຶ່ງບໍ່ໄດ້ແຍກວ່າລວຍເງິນຄໍາກໍາແກ້ວ ຫຼື ທຸກຈົນ. ຄໍາວ່າ “ລວຍ” ກົງກັນຂ້າມກັບ ຄໍາວ່າ “ຈົນ, ທຸກຍາກ, ບໍ່ມີເງິນຄໍາກໍາແກ້ວ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo