ຄໍາວ່າ “ລົງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລົງ” ມີຄວາມໝາຍແນວໃດ?

ຄໍາວ່າ “ລົງ” ໝາຍເຖິງການລົງຈາກບ່ອນສູງໄປບ່ອນທີ່ຕໍ່າກວ່າ ກົງກັນຂ້າມກັບຄໍາວ່າ “ຂຶ້ນ” ຊຶ່ງລວມເອົາທັງສິ່ງທີ່ຈັບຕ້ອງໄດ້ ແລະ ສິ່ງທີ່ຈັບຕ້ອງບໍ່ໄດ້. ສໍາລັບສິ່ງທີ່ຈັບຕ້ອງໄດ້ແມ່ນວັດຖຸສິ່ງຂອງ, ຄົນ, ສັດ, ລົດຍົນຕ່າງໆ ດັ່ງ ປື້ມຕົກຈາກໂຕະລົງພື້ນ (ຕົກລົງ ກໍວ່າ), ຍົນບິນລົງເດີນບິນ ຫຼື ສະໜາມບິນ, ຄົນລົງຂັ້ນໃດ, ຄົນລົງຈາກເຮືອນ, ສັດລົງພູ ເປັນຕົ້ນ.

ສ່ວນຄໍາວ່າ “ລົງ” ໃນສິ່ງທີ່ຈັບຕ້ອງບໍ່ໄດ້ອາດເປັນມູນຄ່າສິ່ງໃດນຶ່ງ, ເວລາ, ການຄໍານວນໃນທາງຄະນິດ ສາດ, ວິທະຍາສາດ ເຊັ່ນ ຄໍາມູນຄ່າລົງຫຼາຍໃນປີນີ້, ເງິນກີບອ່ອນຄ່າລົງທຽບກັບເງິນໂດລາສະຫະລັດ, ເວລາໃນການເຮັດວຽກນ້ອຍລົງ, ອາຍຸສັ້ນລົງທຸກມື້, ກໍາໄລຫຼຸດລົງ ເປັນຕົ້ນ. ນອກຈາກນີ້, ຍັງມີລົງຈາກ ຕໍ່າແໜ່ງ ຍ້ອນເຮັດຜິດ ຫຼື ພັກບໍານານ. ແຕ່ຖ້າລົງໂຕ ແມ່ນຈ່ອຍຜິດປົກກະຕິ ຫຼື ຫານເລກຂາດບໍ່ມີເສດ ນັ້ນເອງ.

ລົງຂັນແມ່ນການອອກເງິນກັນ ຫຼື ເກັບ ເງິນກັນເພື່ອເຮັດສິ່ງໃດນຶ່ງ. ລົງທ້ອງແມ່ນເຈັບທ້ອງຊຸ ຫຼື ຂີ້ຖອກທ້ອງ. ລົງເງິນແມ່ນການພະນັນກັນຢ່າງ ໃດນຶ່ງຜູ້ໃດຊະນະແມ່ນຜູ້ນັ້ນໄດ້ເງິນໄປ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລົງ”.

“ລົງ” (1. ຄໍາກິລິຍາ) ມາຈາກບ່ອນສູງໄປຫາບ່ອນຕໍ່າ, ດັ່ງ ລົງເງິນ. ຂຽນ ດັ່ງ ລົງທະບຽນ. ລົງເລກ, ຍອມຕັ້ງໃຈເຫັນດີ ດັ່ງ ລົງມະຕິ, ລົງຄວາມເຫັນ. ເຊີນຜີເຂົ້າມາສິງ ດັ່ງ ລົງຜີຟ້າ, ຂີ້ຫຼາຍ ແລະ ແຫຼວ ດັ່ງລົງທ້ອງ. ລົງແຂກແມ່ນບອກຊາວບ້ານມາຊ່ວຍກັນເຮັດວຽກ. ລົງແດງ ແມ່ນຂີ້ອອກເລືອດ. ລົງໂຕແມ່ນ ຈ່ອຍ, ຈ່ອຍຜິດປົກກະຕິ, ຫານເລກບໍ່ມີເສດ. ລົງທ້ອງແມ່ນຂີ້ອອກຫຼາຍ. ລົງທ້າຍແມ່ນທີ່ສຸດ. ລົງທຶນແມ່ນອອກເງິນຄ້າຫາກໍາໄລ. ລົງໂທດແມ່ນໃສ່ໂທດ. ລົງພື້ນແມ່ນເຈັບຕີນ. ລົງມືແມ່ນການຕັ້ງ ຕົ້ນເຮັດ.

ຕົວຢ່າງ:

  • ໃນຄະນະທີ່ນັກທ່ອງທ່ຽວພວມລົງຈາກການປິນພູ ໄດ້ພາກັນກົ້ມລົງເພື່ອລອດເຄືອເຂົາທີ່ຂວາງທາງສູງພຽງບ່າ.
  • ທ່ານປະທານປະເທດລົງຕໍ່າແໜ່ງຍ້ອນບັນຫາສຸຂະພາບບໍ່ແຂງແຮງ ເພາະເປັນພະຍາດຫົວໃຈຂັ້ນ ຮ້າຍແຮງ.

ສະຫຼຸບ.

ຄໍາວ່າ “ລົງ” ແມ່ນການລົງຈາກບ່ອນສູງກວ່າໄປຫາຕໍ່າ ດ້ວຍວິທີການຕ່າງໆ ກົງກັນຂ້າມກັບຄໍາວ່າ “ຂຶ້ນ” ໂດຍທົ່ວໄປສາມາດໃຊ້ກັບສິ່ງທີ່ຈັບຕ້ອງໄດ້ ເຊັ່ນ:

ວັດຖຸສິ່ງຂອງ, ຄົນ, ສັດ, ລົງ, ລົດລາງພາຫະນະຕ່າງໆ. ນອກຈາກນັ້ນ, ຍັງໃຊ້ເວົ້າກັບສິ່ງທີ່ຈັບຕ້ອງບໍ່ໄດ້ ເຊັ່ນ: ມູນຄ່າ, ເວລາ, ການຄໍານວນໃນທາງຄະນິດສາດ, ວິທະຍາສາດ, ຕໍ່າແໜ່ງ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo