ຄໍາວ່າ “ລ້າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລ້າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ລ້າງ” ໝາຍເຖິງການເອົານໍ້າຫົດສາດໃສ່ສິ່ງໃດນຶ່ງໃຫ້ອອກ ວັດຖຸປະສົງແມ່ນໃຫ້ສະອາດ ຫຼື ກ້ຽງ, ບໍ່ໃຫ້ ເປື້ອນ ເຊັ່ນ: ລ້າງລົດ, ລ້າງຫ້ອງ, ລ້າງພື້ນເຮືອນ, ລ້າງຕີນ, ລ້າງມື, ລ້າງຖ້ວຍ, ລ້າງບ່ວງ, ລ້າງ ຈອກ, ລ້າງໝໍ່ແຫກແຕກກະໂປະ ແລະ ອື່ນໆ. ແຕ່ຖ້າຄໍາວ່າລ້າງຕໍາແໜ່ງ, ລ້າງລົດໃໝ່ ແມ່ນໝາຍເຖິງ ການສະຫຼອງໄດ້ຕໍາແໜ່ງໃໝ່, ລົດໃໝ່. ລ້າງໃນບາງກໍລະນີກໍລ້າງດ້ວຍນໍ້າ ແລະ ສ່ວນປະສົມ ຫຼື ນໍ້າຢາ, ນໍ້າເຫຼົ້າ 90 ເພື່ອຂ້າເຊື້ອກໍມີ ດັ່ງ ລ້າງບາດແຜ, ລ້າງມືກັນພະຍາດລະບາດ, ລ້າງທ້ອງ ເປັນຕົ້ນ.

ນອກຈາກນີ້, “ລ້າງ” ຍັງໝາຍເຖິງການລົບຄວາມຈໍາ, ຄວາມດີ ຫຼື ຂອງດີອອກ ລວມທັງ ຄວາມຊົ່ວ ຫຼື ແນວບໍ່ດີອອກ ເຊັ່ນ: ລ້າງຄວາມຈໍາ, ລ້າງສະໝອງ, ລ້າງຕາ, ລ້າງຄາຖາດ້ວຍເລືອດໝາ, ລ້າງມົນດ້ວຍ ການເອົາສິ້ນແມ່ຍິງປົກໃສ່, ລ້າງບາບ, ລ້າງຄວາມຊົ່ວ, ລ້າງແຄ້ນ, ລ້າງມືໃນອ່າງທອງຄໍາ. ແຕ່ຖ້າລ້າງ ຜານແມ່ນເຮັດໃຫ້ຊັບສົມບັດຈິບຫາຍ, ລຶບລ້າງແມ່ນເຮັດໃຫ້ໝົດສ້ຽງໄປ ຫຼື ຍົກເລີກຖີ້ມ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລ້າງ”.

“ລ້າງ” (1. ຄໍາກິລິຍາ) ເຮັດໃຫ້ສະອາດດ້ວຍນໍ້າ, ເຮັດໃຫ້ຂອງດີ ຫຼື ຊົ່ວໝົດໄປ. ລ້າງບາບແມ່ນເຮັດ ໃຫ້ບາບໝົດ, ລ້າງຜານແມ່ນເຮັດໃຫ້ຊັບສົມບັດຈິບຫາຍ.

ຕົວຢ່າງ:

  • ຮ້ານລ້າງລົດດ້ວຍໂຟມ ມີລູກຄ້າເຕັມທຸກມື້ ເພາະເຂົາເຈົ້າລ້າງສະອາດ, ແລ້ວໄວ ແລະ ເອົາໃຈ ລູກຄ້າເກັ່ງ.
  • ນາຍທະຫານລ້າງບາບດ້ວຍການຊ່ວຍເຫຼືອລູກສັດຕູທີ່ຖືກຂ້າຕາຍ ດ້ວຍການຮັບລ້ຽງ ແລະ ອຸປະ ຖໍາ.
  • ໝໍທີ່ມີອາຄົມກ້າແກ່ງ ລ້າງອາຖັນດ້ວຍວິທີການເອົາທູບທຽນ ແລະ ຂອງເສັ້ນຫວ້າຍໄປບູຊາ ແລະ ຈົ່ມຄາຖາໄປນໍາ.

ສະຫຼຸບ.

ຄໍາວ່າ “ລ້າງ” ແມ່ນການເອົາຂອງແຫຼວ ດັ່ງ ນໍ້າ, ນໍ້າປະສົມດ້ວຍຢາ, ນໍ້າເຫຼົ້າ 90 ຫົດສາດໃສ່ໃຫ້ແນວ ເປື້ອນອອກ, ແມ່ນການສະອອກ ເພື່ອໃຫ້ສະອາດ ຫຼື ປອດຈາກເຊື້ອຜະຍາດ. ນອກຈາກນີ້, “ລ້າງ” ຍັງແມ່ນການລົບລ້າງ ຫຼື ເຮັດໃຫ້ລືມ ດັ່ງ ຄວາມຈໍາ, ຄວາມດີ, ຂອງດີ, ຄວາມຊົ່ວ, ແນວບໍ່ດີອອກໄປ ດ້ວຍ ຮູບແບບຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo