ຄໍາວ່າ “ຢາງ” ແລະ “ຢ້າງ” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຢາງ” ແລະ “ຢ້າງ”

ຄໍາວ່າ “ຢາງ” ແລະ “ຢ້າງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ຢາງ” ແມ່ນນໍ້າ, ຂອງແຫຼວ ຫຼື ໜຽວຄ້າຍຄືກາວ ຊຶ່ງຈາກໝາກໄມ້, ຕົ້ນໄມ້ ເຊັ່ນ: ຢາງແປກ, ຢາງພາ ລາ, ຢາງໝາກຫຸ່ງ, ຢາງໝາກມ່ວງ ແລະ ອື່ນໆ. “ຢາງ” ຍັງໄດ້ຈາກການຜະລິດທາງອຸດສາຫະກໍາ ດັ່ງ ຢາງພາ ລາສະຕິກ, ຢາງໝາກຕອຍ, ຢາງປູທາງ, ຢາງຢືດ, ຢາງລົດ, ຢາງລຶບ, ຢາງຕີນລົດ. ນອກຈາກນີ້, “ຢາງ” ຍັງແມ່ນຊື່ຕົ້ນຢ່າງພາລາ ທີ່ຄົນເຮົາກິດ ຫຼື ຂຸດ, ປາດເປືອກ ເພື່ອເອົານໍ້າຢາງໃຊ້ໃນອຸດສາຫະກໍາ ເພື່ອຜະລິດສິ່ງ ຕ່າງໆ. “ຢາງ” ຍັງແມ່ນຊື່ເອີ້ນເຄືອໝາກຢາງ.

ຄໍາວ່າ “ຢ້າງ” ໝາຍເຖິງການເອົາມາຂາງໄຟ ຫຼື ໂຮມຄວັນ ເອີ້ນ ຢ້າງໄຟ ຫຼື ຢ້າງໂຮມຄວັນ ເຊັ່ນ: ຢ້າງຊີ້ນ, ຢ້າງປາ, ຢ້າງເຄື່ອງກິນ ດ້ວຍການຢ້າງຂ່າ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າຢາງ”.

“ຢາງ” (1. ຄໍານາມ) ຂອງແຫຼວ ແລະ ໜຽວທີ່ໄຫຼອອກຈາກຕົ້ນໄມ້. ຕົ້ນໄມ້ແນວນຶ່ງມີຢາງ ເອີ້ນຕົ້ນຢາງ ພາລາ. ຮຽກສິ່ງຕ່າງໆທີ່ເຮັດຈາກຢາງພາລາ ເປັນຕົ້ນ ຢາງລົດ, ຢາງລໍ້ໜ້າ, ຢາງລໍ້ຫຼັງ, ຢາງລຶບ ແລະ ອື່ນໆ. ຊື່ຕົ້ນໄມ້ເປັນເຄືອແນວນຶ່ງຕາມເຄືອ ແລະ ໜ່ວຍມີຢາງ ຫຼາຍໜ່ວຍສຸກກິນໄດ້ ຮຽກເຄືອໝາກຢາງ. ຊື່ປາບໍ່ມີເກັດແນວນຶ່ງຕົວຄືປາຫູໝາດ ແຕ່ມີເມືອກເປັນຢາງ ອອກຈາກຫູຫຼາຍ.

ຕົວຢ່າງ:

  • ໃນປະຈຸບັນ ຖົງຢາງພາລາສະຕິກໄດ້ຖືກໃຊ້ທົ່ວໄປ ແລະ ເປັນນຶ່ງສາເຫດກໍ້ໃຫ້ພາວະໂລກຮ້ອນ ຊຶ່ງຍັງ ເປັນບັນຫາທີ່ແກ້ໄຂບໍ່ໄດ້.
  • ໃນການເດີນທາງໄປວັງວຽງ ພໍໃກ້ຮອດວັງວຽງລົດໂດຍສານພັດລະເບີດ ດີແຕ່ບໍ່ເກີດອຸບັດຕິເຫດ ແລະ ໃຊ້ເວລາປ່ຽນຕີນສໍາຮອງ 5 ນາທີ.

ຄວາມໝາຍຄຳວ່າຢ້າງ”.

“ຢ້າງ” (1. ຄໍາກໍາມະ) ເອົາຂາງໄຟໃຫ້ຮ້ອນ.

ຕົວຢ່າງ:

  • ປາຢ້າງເຮັດດ້ວຍການເອົາປາມາເອືອບເກືອ ຫຼື ເຄື່ອງເທດຕາມຕ້ອງການ ແລະ ນໍາໄປຂາງໄຟ ຫຼື ຕາກ ແດດ.
  • ຊີ້ນງົວຢ້າງນໍາມາເຮັດເອາະລ່າມໃສ່ຜັກ ແລະ ເຄື່ອງປະກອບຕ່າງໆ ມີລົດຊາດແຊບຫຼາຍ.

ສະຫຼຸບ.

ຄໍາວ່າ “ຢາງ” ແລະ “ຢ້າງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ຢາງ” ໝາຍເຖິງ

ຄໍາວ່າ “ຢາງ” ແມ່ນນໍ້າຢາງແຫຼວ ແລະ ໜຽວມີທັງຢາງໄມ້, ຢາງໝາກໄມ້. “ຢາງ” ຍັງລວມເອົາຂອງ ແຫຼວ ແລະ ໜຽວທີ່ຜະລິດຈາກອຸດສາຫະກໍາຕ່າງໆ ເຊັ່ນກັນ ແລະ ຍັງມີຢາງທີ່ບໍ່ເປັນຂອງແຫຼວ ດັ່ງ ຢາງພາລາແຫ້ງ, ຢາງຕີນລົດ ແລະ ອື່ນໆ. ນອກນີ້, “ຢາງ” ຍັງໝາຍເຖິງຕົ້ນຢ່າງພາລາ ຊຶ່ງເວລາເຮົາ ຂຸດເປືອກເພື່ອເອົານໍ້າຢາງມັນ. ພ້ອມນັ້ນ, “ຢາງ” ຍັງແມ່ນເຄືອໄມ້ແນວນຶ່ງ ເອີ້ນໝາກຢາງ. “ຢາງ” ຍັງ ໝາຍເຖິງປາຢາງຊະນິດນຶ່ງ ຄ້າຍຄືປາຫູໝາດ. ສ່ວນຄໍາວ່າ “ຢ້າງ” ໝາຍເຖິງການເອົາຊີ້ນ, ປາ ຫຼື ຂອງກິນຢ່າງອື່ນມາຂາງໄຟ, ໂຮມຄວັນໄຟ, ຢ້າງແດດ ກໍໄດ້ເຊັ່ນກັນ, ຖ້າຢ້າງຢູ່ເຮືອນໄຟທີ່ເຮືອນຄົວເອີ້ນວ່າຢ້າງຂ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo