ຄໍາວ່າ “ລົ້ມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລົ້ມ” ມີຄວາມໝາຍແນວໃດ?

ຄໍາວ່າ “ລົ້ມ” ໝາຍເຖິງສະພາບຕັ້ງຢູ່ບໍ່ໄດ້, ຖ້າເປັນຄົນ ຫຼື ສັດແມ່ນຢືນບໍ່ຢູ່. ການລົ້ມແມ່ນເກີດຈາກຫຼາຍ ສາເຫດ ແຕ່ໂດຍລວມແມ່ນອາດຖືກກະທົບຈາກແນວອື່ນ ດັ່ງ ຕົ້ນໄມ້ລົ້ມຍ້ອນຖືກພາຍຸລົມພັດແຮງ, ເຮືອນລົ້ມຍ້ອນແຜ່ນດິນໄຫວ, ເສົາໄຟຟ້າລົ້ມຍ້ອນພູເຈື່ອນ, ລົດຖີບລົ້ມຍ້ອນຂາຄໍ້າບໍ່ແຂງ, ເຮືອລົ້ມຍ້ອນ ຄື້ນລົມແຮງ, ຄົນລົ້ມຍ້ອນພະລາດຂີ້ຕົມ, ໂຕງົວລົ້ມຍ້ອນຈອຍຫຼາຍ ແລະ ບໍ່ມີແຮງ ອື່ນໆ. ຄໍາວ່າ “ລົ້ມ” ກົງກັນຂ້າມກັບ ຄໍາວ່າ “ຢືນຢູ່, ຕັ້ງຢູ່”.

ນອກຈາກນີ້, “ລົ້ມ” ຍັງໝາຍເຖິງອາການປ່ວຍ ຫຼື ເຈັບໜັກຍ້ອນສາເຫດໃດໜຶ່ງຂອງຄົນ ຫຼື ສັດ ດັ່ງ ລາວລົ້ມປ່ວຍ ແລະ ນອນຕິດຕຽງມາຫຼາຍເດືອນຍ້ອນເສັ້ນເລືອດຝອຍແຕກໃນສະໝອງ ແລະ ເປັນ ອໍາມະພາດ, ຄວາຍລົ້ມໂຊມາຫຼາຍເດືອນຍ້ອນພະຍາດປາກເປື່ອຍລົງເລັບ. “ລົ້ມ” ຍັງໝາຍເຖິງການລົ້ມລະ ລາຍ ຫຼື ໄປບໍ່ລອດ ດັ່ງ ເຮັດທຸລະກິດ ແລະ ລົ້ມລະລາຍ, ຍ້ອນບັນຫາພະຍາດໂຄວິດເຮັດໃຫ້ຮ້ານລົ້ມ ລະລາຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລົ້ມ”.

“ລົ້ມ” (1. ຄໍາກິລິຍາ) ກິລິຍາທີ່ຕັ້ງ ຫຼື ຢືນຢູ່ແລ້ວທອດລົງເຖິງພື້ນ, ຕັ້ງຢູ່ບໍ່ໄດ້. ລົ້ມລະລາຍແມ່ນໝົດຊັບ ສົມບັດຂອງຕົວ.

ຕົວຢ່າງ:

  • ໃນຂະນະທີ່ກໍາລັງເດີນທາງ ໄດ້ມີຕົ້ນໄມ້ໃຫຍ່ລົ້ມລົງຕັນທາງຢູ່ທາງໜ້າເຮັດໃຫ້ບໍ່ສາມາດເດີນໄປຕໍ່ ໄດ້ ແລະ ໄດ້ຢຸດຊົ່ວຄາວ.
  • ພໍ່ຕູ້ສາລົ້ມປ່ວຍໄດ້ຫຼາຍເດືອນ ແລະ ໄດ້ນອນໂຮງໝໍເພື່ອິດຕາມອາການເປັນເວລາດົນ ກ່ອນຈະ ດີ ແລະ ກັບໄປປີ່ນປົວຢູ່ເຮືອນ.
  • ສຸພາສິດລາວໄດ້ເວົ້າວ່າ “ຕົ້ນໄມ້ລົ້ມຂ້າມໄດ້ ແຕ່ຄົນລົ້ມຢ່າຂ້າມ” ໝາຍວ່າຄົນລົ້ມລະລາຍ ຫຼື ຕົກ ທຸກໄດ້ຍາກແມ່ນຍັງສາມາດຟື້ນຄືນໄດ້.

ສະຫຼຸບ.

ຄໍາວ່າ “ລົ້ມ” ແມ່ນສິ່ງທີ່ຕັ້ງຢູ່ໄດ້ທອດລົງພື່ນ ຍ້ອນຕັ້ງຢູ່ບໍ່ໄດ້ຂອງວັດຖຸສິ່ງຂອງ, ລວມທັງຄົນ ແລະ ສັດຊຶ່ງອາດເກີດຈາກສາເຫດແຕກຕ່າງກັນໄປ ບາງເທື່ອອາດຖືກກະທົບ ແລະ ແຮງດັນຈາກສິ່ງອື່ນ. ຄໍາວ່າ “ລົ້ມ” ກົງກັນຂ້າມກັບ ຄໍາວ່າ “ຢືນຢູ່, ຕັ້ງຢູ່”. ນອກຈາກນີ້, “ລົ້ມ” ແມ່ນອາການປ່ວຍໜັກ ຫຼື ເຈັບໜັກຂອງຄົນ ຫຼື ສັດ. “ລົ້ມ” “ລົ້ມ” ຍັງໝາຍເຖິງການລົ້ມລະລາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo