ຄໍາວ່າ “ທົ່ງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທົ່ງ” ມີຄວາມໝາຍແນວໃດ?

ຄໍາວ່າ “ທົ່ງ” ໝາຍເຖິງບ່ອນທີ່ເປັນເດີນກວ້າງບໍ່ມີຕົ້ນໄມ້ຫຼາຍບັງຫູບັງຕາ ຫຼື ເປັນບ່ອນທີ່ແປນກວ້າງ ແຕ່ບາງທົ່ງກໍມີຕົ້ນໄມ້ເລັກນ້ອຍຢູ່ນໍາ. ທົ່ງສ່ວນໃຫຍ່ແຕ່ມັກຈະມີວັດສະພືດ ຫຼື ພືດທີ່ຄົນເຮົາປູກໄວ້ເກີດຂຶ້ນ ເຊັ່ນ: ທົ່ງໄຮ່ທົ່ງນາ, ທົ່ງຫຍ້າຄາ, ທົ່ງຫຍ້າໄຊ, ທົ່ງຫຍ້າແຝດ, ທົ່ງບອນ, ທົ່ງໄຄ້ ເປັນຕົ້ນ. “ທົ່ງ” ໃນສັງຄົມລາວຍັງໄດ້ຖືກນໍາໄປຕັ້ງເປັນຊື່ຕ່າງໆ ຕາມຈຸດພິດເສດ ດັ່ງ ທົ່ງໄຫຫີນ, ທົ່ງປົ່ງ.

ນອກຈາກນີ້, “ທົ່ງ” ຍັງໃຊ້ເອີ້ນ ທົ່ງພຽງ ຊຶ່ງເປັນທົ່ງກວ້າງອາດກວມເອົາຕົ້ນໄມ້ໃບຫຍ້າ ພືດພັນຕ່າງໆ ລວມທັງສັດສາວາສິ່ງ ແລະ ເຮືອນຊານບ້ານຊ່ອງຂອງຄົນເຮົາ ແລະ ແຕ່ລະທົ່ງພຽງກໍມີຂະໜາດ ແລະ ຈຸດພິເສດແຕກຕ່າງກັນໄປໃນໂລກນີ ແຕ່ຢູ່ໃນລາວເປັນທີ່ຮູ້ຈັກກັນດີມີ ທົ່ງພຽງວຽງຈັນ, ທົ່ງພຽງສະຫວັນນາເຂດ, ທົ່ງພຽງຈໍາປາສັກ. ທົ່ງພຽງແມ່ນແຕກຕ່າງຈາກພູພຽງ ເພາະມີລະດັບຄວາມສູງສຸງກວ່າ. ສ່ວນບຸກຄົນທີ່ອາໃສຢູ່ທົ່ງພຽງບາງສ່ວນຍັງຖືກເອີ້ນວ່າໄທທົ່ງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທົ່ງ”.

“ທົ່ງ” (1. ຄໍານາມ). ບ່ອນ​ເດີນ​ກວ້າງ, ບ່ອນ​ດິນ​ກວ້າງ ຊຶ່ງ​ບໍ່​ມີ​ຕົ້ນ​ໄມ້. ທົ່ງ​ຫຼວງ​ແມ່ນ​ທົ່ງ​ໃຫຍ່.

ຕົວຢ່າງ:

  • ທົ່ງເຂົ້ານາແຊງຢູ່ແຂວງວຽງຈັນພວມສຸກເຫຼືອງສຸດຫູສຸດຕາ ເວລາຂີ່ຍົນເບີ່ງແມ່ນປຽງສະເໝືອນດັ່ງແຜ່ນຄໍາແຜ່ນໃຫຍ່.
  • ພໍແຕ່ຮອດລະດູຝົນ, ທົ່ງຫຍ້າຄາຢູ່ແຂວງໄຊສົມບູນທີ່ເກີດຂຶ້ນຕາມສັນພູຕ່າງໆຂຽວງາມ ເບີ່ງແລ້ວ ງາມຫຼາຍ
  • ຄົນທີ່ອົບພະຍົບມາແຕ່ເມືອງພວນ (ແຂວງຊຽງຂວາງ) ທີມາຢູ່ທົ່ງພຽງວຽງຈັນເຂດໂພນໂຮງມັກຖືກເອີ້ນວ່າໄທທົ່ງ.

ສະຫຼຸບ.

ຄໍາວ່າ “ທົ່ງ” ແມ່ນບໍລິເວນດີນທີ່ເປັນບ່ອນເດີນກວ້າງບໍ່ມີຕົ້ນໄມ້ເຖິງຈະມີກະມີນ້ອຍ. ທົ່ງຍັງລວມເອົາເດີນດີນກວ້າງທີ່ມີວັດສະພືດເກີດຂຶ້ນ, ພືດທີ່ຄົນເຮົາປູກໄວ້. “ທົ່ງ” ໃນລາວມັກຍັງໄດ້ຖືກນໍາໄປຕັ້ງເປັນຊື່ຕາມຈຸດພິດເສດອີກດ້ວຍ. “ທົ່ງ” ຍັງໝາເຖິງທີ່ຮາບພຽງ ຫຼື ທົ່ງພຽງ ເປັນບ່ອນທີ່ຄົນມັກໃຊ້ຕັ້ງບ້ານເຮືອນ, ທໍາມາຫາກິນ, ເຮັດການກະເສດ ແລະ ອື່ນໆ ເພາະສະດວກສະບາຍ. ທົ່ງມັກເກີດຂຶ້ນຕາມລ້ອງນໍ້າຕ່າງໆ ດັ່ງ ລ້ອງນໍ້າຂອງຈະມີ ທົ່ງພຽງວຽງຈັນ, ທົ່ງພຽງສະຫວັນນາເຂດ, ທົ່ງພຽງຈໍາປາສັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo